ວຽກງານໂຄສະນາອົບຮົມ ໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ

ໜຶ່ງປີວຽກງານໂຄສະນາອົບຮົມ ໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ

ໜຶ່ງປີວຽກງານໂຄສະນາອົບຮົມ ໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ
ໂດຍ: ວັນເພັງ ຕະຫຼອດໄລຍະ 1 ປີຜ່່ານມາ, ຍ້ອນການເອົາໃຈໃສ່ນໍາພາຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ ຕໍ່ວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ຕໍ່ວຽກງານໂຄສະນາອົບຮົມ

ຊຶ່ງໄດ້ສ້າງເງື່ອນໄຂອັນຈໍາເປັນພື້ນຖານ ໃຫ້ແກ່ວຽກງານໂຄສະນາອົບຮົມ ຈຶ່ງໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ.

ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສະຫຼຸບຕີລາຄາວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2024 ແລະ ທິດທາງວຽກງານໃນປີ 2025 ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2024 ພາຍໃຕ້ຄໍາຂວັນ: “ເສີມຂະຫຍາຍຈິດໃຈເອກະລາດ ເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່” ໃນວັນທີ 23 ມັງກອນຜ່ານມາວ່າ: ໃນໄລຍະປີ 2024 ຜ່ານມາ, ວຽກງານແນວຄິດ ກໍຄືວຽກງານໂຄສະນາອົບຮົມ ໄດ້ຈັດຕັ້ງເຄື່ອນໄຫວຕິດພັນກັບບັນດາເຫດການ ການເມືອງ ຢ່າງຕໍ່ເນື່ອງ ຊຶ່ງຜົນການຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ໄດ້ຮັບຜົນສໍາເລັດຫຼາຍດ້ານ ໂດຍສະເພາະມີຫຼາຍເອກະສານຂອງພັກ ແລະ ລັດ ສືບຕໍ່ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ. ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ລວມທັງບັນດາມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ແລະ 9 ສະໄໝ XI, ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ ແລະ ອື່ນໆ ໃຫ້ແກ່ຖັນແຖວພະນັກງານ, ລັດຖະກອນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຢ່າງເປັນຂະບວນການກວ້າງຂວາງ.

ຄຽງຄູ່ກັນນັ້ນ, ວຽກງານໂຄສະນາ ໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ. ບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ ແລະ ສຶກສາອົບຮົມໃຫ້ປະຊາຊົນຊັ້ນຄົນຕ່າງໆ ໄດ້ມີຄວາມຮັບຮູ້, ເຂົ້າໃຈມູນເຊື້ອປະຕິວັດ, ແນວທາງ-ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ, ພ້ອມທັງເຜີຍແຜ່ຜົນສໍາເລັດ ຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປຸກລະດົມສະຕິຕື່ນຕົວ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ ກໍຄື ສົ່ງເສີມຫົວຄິດປະດິດສ້າງຂອງທົ່ວສັງຄົມ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແນວທາງ-ແຜນນະໂຍບາຍຂອງພັກຢ່າງມີຜົນສໍາເລັດ. ພ້ອມນັ້ນ, ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ເຜີຍແຜ່ສະພາບການທີ່ພົ້ນເດັ່ນພາຍໃນ ແລະ ສາກົນ ເຮັດໃຫ້ພະນັກງານ-ສະມາຊິກພັກສ່ວນຫຼາຍ ມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງ, ນະໂຍບາຍຂອງພັກ-ລັດ, ມີສະຕິຕໍ່ກົນອຸບາຍມ້າງເພທໍາລາຍ ຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ. ບັນດາເນື້ອໃນ, ຮູບການ ແລະ ວິທີການໂຄສະນາ ສືບຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ໃນນັ້ນ, ວຽກງານໂຄສະນາຜ່ານສື່ຕ່າງໆ ເປັນຕົ້ນແມ່ນຜ່ານໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ສື່ສັງຄົມອອນລາຍ... ສືບຕໍ່ໄດ້ຮັບການເອົາໃຈໃສ່ກະຈາຍຂ່າວທີ່ຫຼາກຫຼາຍສອດຄ່ອງກັບສະພາບການ ແລະ ທັນເຫດການກວ່າເກົ່າ, ສ້າງເງື່ອນໄຂໃຫ້ເປົ້າໝາຍຕ່າງໆ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງການນັບມື້ສະດວກ ແລະ ກວ້າງຂວາງ (ເກືອບວ່າທຸກກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ມີພາຫະນະສື່ໂຄສະນາຂອງຕົນເອງ). ພ້ອມນັ້ນ, ວຽກງານໂຄສະນາເຄື່ອນທີ່ ສືບຕໍ່ຂະຫຍາຍລົງສູ່ເຂດຈຸດສຸມຊຸມຊົນ, ຮາກຖານຊົນນະບົດ-ເຂດຫ່າງໄກສອກຫຼີກ ດ້ວຍການສາຍຮູບເງົາ ແລະ ສາລະຄະດີ ເພື່ອປຸກລະດົມຊວນເຊື່ອເປົ້າໝາຍຕ່າງໆ ໃຫ້ຕື່ນຕົວເປັນເຈົ້າການພັດທະນາຍົກລະດັບຊີວິດການເປັນຢູ່ຂອງຕົນເອງ, ຕັ້ງໜ້າປະກອບສ່ວນປົກປັກຮັກສາ-ພັດທະນາບ້ານຊ່ອງຂອງຕົນຕາມແນວທາງ-ນະໂຍບາຍຂອງພັກ-ລັດ ແລະ ໄດ້ແຈກຢາຍແຜ່ນສາລະຄະດີໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຈໍານວນ 95 ແຜ່ນ (93 ເລື່ອງ); ໄດ້ຈັດພິມປຶ້ມສະເຫຼີມສະຫຼອງວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ປຶ້ມເຜີຍແຜ່ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ເອກະສານດໍາເນີນຊີວິດການເມືອງ ສໍາລັບພະນັກງານ, ສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ; ສໍາເລັດການສ້າງເອກະສານ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມທັງອອກຄໍາແນະນໍາ. ໃນນັ້ນ, ເອກະສານອົບຮົມແນວທາງ-ແຜນນະໂຍບາຍຂອງພັກ, ນິຕິກໍາຂອງລັດ ສືບຕໍ່ໄດ້ຮັບການປັບປຸງ ແລະ ສ້າງໃໝ່ ໃຫ້ສອດຄ່ອງກັບສະພາບວຽກງານຕົວຈິງ; ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໄດ້ມີການປັບປຸງ ແລະ ດໍາເນີນການເຄື່ອນໄຫວເປັນປົກກະຕິ; ວຽກງານຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກໍາຂອງພັກ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ມີບາດກ້າວພົ້ນເດັ່ນຂຶ້ນ; ສື່ສິ່ງພິມຕ່າງໆ ຂອງພັກ-ລັດ ໂດຍສະເພາະແມ່ນວາລະສານ ແລະ ໜັງສືພິມ ສືບຕໍ່ໄດ້ຮັບການປັບປຸງ ຕິດພັນກັບການຫັນເປັນທັນສະໄໝ; ບຸກຄະລາກອນ ທີ່ເຮັດວຽກງານໂຄສະນາອົບຮົມ ສືບຕໍ່ໄດ້ຮັບການກໍ່ສ້າງ, ຝຶກອົບຮົມ ແລະ ບໍາລຸງຍົກລະດັບ ມີຈໍານວນເພີ່ມຂຶ້ນ; ພື້ນຖານວັດຖຸ-ເຕັກນິກ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ບາງດ້ານໄດ້ຮັບການເອົາໃຈໃສ່ປັບປຸງດີຂຶ້ນ; ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະກັບບັນດາປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສປ ຈີນ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ຕົວຈິງ.

ສັງລວມແລ້ວ, ໃນໄລຍະໜຶ່ງປີຜ່ານມາ ວຽກງານໂຄສະນາອົບຮົມ ຍັງສືບຕໍ່ຮັກສາໄດ້ບົດບາດສໍາຄັນ ແລະ ມີລັກສະນະພົ້ນເດັ່ນ-ເປັນໃຈກາງໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຂອງທົ່ວພັກ, ປະກອບສ່ວນສໍາຄັນໃນການຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ນິຕິກໍາຂອງລັດ ເຂົ້າສູ່ຊີວິດສັງຄົມຢ່າງກວ້າງຂວາງ, ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າສ່ວນໃຫຍ່ມີຄວາມຮັບຮູ້, ເຂົ້າໃຈແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເຄື່ອນໄຫວດໍາລົງຊີວິດ ຕາມລັດຖະທໍາມະນູນ ແລະ ກົດໝາຍ, ເປັນເຈົ້າການປັບປຸງຍົກລະດັບຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ເຂົ້າຮ່ວມປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ