ຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ

ຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ

ຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ
ພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ 2025 ໄດ້ຈັດຂຶ້ນໃນວັນທີ 1 ພຶດສະພານີ້ ທີ່ປະຕູໄຊໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ນຳ​ພັກ-ລັດ,

 

ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ(ສກລ), ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວກ່າວວ່າ: ວັນທີ 1 ພຶດສະພາໄດ້ກາຍເປັນວັນບຸນໃຫຍ່ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນບຸນມະຫາສາມັກຄີທີ່ຊົນຊັ້ນກຳມະກອນໄດ້ສະແດງພະລັງແຮງເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງຄຶກຄື້ນໃນແຕ່ລະປີຢູ່ຫຼາຍປະເທດທົ່ວໂລກ. ສະນັ້ນ, ສກລ ຈຶ່ງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບທັງເປັນການໂຮມຊຸມນຸມລະນຶກເຖິງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວ. ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ໄດ້ມີສະມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມປະມານ 10 ພັນກວ່າຄົນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 139 ປີທີ່ມີຄວາມໝາຍສໍາຄັນນີ້, ສກລ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານ ແລະ ສັງຄົມຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ການສຶກສາອົບຮົມ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ, ຜູ້ອອກແຮງງານລາວໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່ ແລະ ຈົ່ງພ້ອມກັນເຫັນຄຸນຄ່າຂອງແຮງງານກໍາມະກອນ, ຜູ້ອອກແຮງງານລາວ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ; ຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວຈົ່ງສາມັກຄີ, ປຸ້ມລຸມກັນເຂົ້າຢູ່ອ້ອມຂ້າງ ພັກ-ລັດຖະບານ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫຼັກແຫຼ່ງໃນຂະບວນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ
ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ວັນທີ 14 ພຶດສະພາ ນີ້ ທີ່ສູນກາງແນວລາວສ້າງຊາດອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ໃນວັນທີ 14 ພຶດສະພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະແນກການກ່ຽວຂ້ອງ ໄດ້ລົງພົບປະພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ ເມືອງຫີນບູນ ໂດຍມີທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາການນຳຂອງເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານໃຫ້ການຕ້ອນຮັບ. ພ້ອມນີ້ ກໍໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມ ແລະ ການພັດທະນາບ້ານ ລວມເຖິງຂໍ້ສະເໜີ ທີ່ເປັນບັນຫາຄວາມຫຍຸ້ງຍາກໃນການດຳລົງ
ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ໃນວັນທີ 14 ພຶດສະພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V ຂຶ້ນ ໂດຍການເຂົ້າຮ່ວມຂອງ ພະອາຈານ ບຸນທຽນ ພຸດທະວະໂລ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງ ໄຊຍະບູລີ.
ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ໂດຍ: ສ.ບຸດປະຊາ ພັກ-ລັດເຮົາ ໄດ້ເອົາໃຈໃສ່ຍູ້ແຮງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະຊຸກຍູ້ໃຫ້ມີການຜະລິດກະສິກຳເປັນສິນຄ້າ ເພື່ອໃຫ້ປະຊາຊົນລາວຜູ້ທີ່ມີເງື່ອນໄຂໃນການເຮັດກະສິກຳ ໄດ້ມີຢູ່ມີກິນ ບໍ່ມີໄພອິດຫີວ ແລະ ແກ້ໄຂຄວາມທຸກຍາກຄອບຄົວ; ໃນນີ້, ການຜະລິດກະສິກຳເປັນສິນຄ້າ ກໍແມ່ນການຫັນການເຮັດກະສິກຳ ເຂົ້າສູ່ການເຮັດເສດຖະກິດກະສິກຳ ປູກຝັງ-ລ້ຽງສັດ
ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ; ໂດຍມີທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນ ຕີກະຊວງການເງິນ ຫົວໜ້າຄະນະຊີ້ນໍາໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ (DRMM), ທ່ານ ອາເມີ ກາຣີ (Amr Qari) ຮອງຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ພິທີວາງສີລາລຶກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະ ພາ ຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ເຮເທີ ວາຣີອາຣາ (Heather Variara) ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ, ທ່ານນາງ ຊາມີນາ ຄາດວານີ (Samina KADWANI) ຫົວໜ້າຫ້ອງການອົງການສະຫະປະຊາຊາດ, ທ່ານ ບາຄໍເດຍ ເບີຄານອບຟ (Bakhodir Burkhanov)
ເພີ່ມເຕີມ