ຍົກລະດັບການເປັນຄູ່ຮ່ວມມືເພື່ອຮ່ວມກັນແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ຍົກລະດັບການເປັນຄູ່ຮ່ວມມືເພື່ອຮ່ວມກັນແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ຍົກລະດັບການເປັນຄູ່ຮ່ວມມືເພື່ອຮ່ວມກັນແກ້ໄຂບັນຫາອາຊະຍາກໍາຂ້າມຊາດ
ໃນທ້າຍເດືອນພຶດສະພາຜ່ານມາ ທີີ່ນະຄອນ-ຫຼວງພະບາງ, ສະຖາບັນການຕ່ງປະເທດກະຊວງການຕ່າງປະເທດໄດ້ຈັດກອງປະຊຸມສໍາມະນາສາກົນພາຍໃຕ້ຫົວຂໍ້: “ຍົກລະດັບການເປັນຄູ່ຮ່ວມມືເພື່ອຮ່ວມກັນແກ້ໄຂບັນຫາອາດຊະຍາກໍາຂ້າມຊາດແນໃສ່ສ້າງປະຊາຄົມຮ່ວມຊະຕາກໍາດຽວກັນໃຫ້ມີຄວາມປອດໄພ, ໝັ້ນຄົງແລະຈະເລີນຮຸ່ງເຮືອງ” ຊຶ່ງແມ່ນໜຶ່ງໃນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ, ໂດຍໃຫ້ກຽດເປັນປະທານພິທີເປີດກອງປະຊຸມ ຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກບັນດາສະຖາບັນຄົ້ນຄວ້າ ແລະ ສະຖາບັນຄັງປັນຍາຈາກບັນດາປະເທດພາກພື້ນແມ່ນໍ້າຂອງ(ກໍາປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ), ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນຈໍານວນທັງໝົດຫຼາຍກວ່າ 60ທ່ານ.
ຍກລະດບການເປນຄຮວມມເພອຮວມກນແກໄຂບນຫາອາຊະຍາກາຂາມຊາດ - image 1
 

 

ຈຸດປະສົງກອງປະຊຸມແນໃສ່ການແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກັນກ່ຽວກັບສະພາບບັນຫາອາຊະຍາກໍາຂ້າມຊາດໂດຍລົງເລິກບັນຫາການຕົວະຕົ້ມ ແລະ ຫຼອກລວງຜ່ານທາງອອນລາຍ ຊຶ່ງເປັນບັນຫາທີ່ພາກພື້ນແມ່ນໍ້າຂອງກໍາລັງປະເຊີນໜ້າ ແລະ ເປັນສິ່ງທ້າທາຍໃນການແກ້ໄຂບັນຫາ, ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງບັນດາປະ ເທດແມ່ນໍ້າຂອງ ແລະ ຍັງຖືເປັນໄພຂົ່ມຂູ່ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ. ທ່ານປະທານກອງປະຊຸມໄດ້ຊີ້ໃຫ້ເຫັນເຖິງຜົນກະທົບຈາກບັນຫາອາຊະຍາກໍາຂ້າມຊາດທີນັບມື້ເພີ່ມທະວີຄວາມຮູນແຮງຂຶ້ນ ແລະ ປະກົດຕົວໃນຫຼາຍຮູບແບບວິທີການ, ຊຶ່ງມັນໄດ້ຮຽກຮ້ອງໃຫ້ບັນດາປະເທດຮ່ວມມືກັນໂດຍສະເພາະພາຍໃຕ້ 4 ຂົງເຂດສໍາຄັນຄື: 1)ການສ້າງລະບຽບກົດໝາຍ ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງປະເທດ; 2)ການພັດທະນາຂີດຄວາມສາມາດດ້ານວິຊາການ ແລະ ຊັບພະຍາກອນມະນຸດ; 3)ການຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະ ທັກສະດ້ານດິຈິຕອນ; ແລະ 4)ການເພີ່ມທະວີການຮ່ວມມືລະຫວ່າງພາກສ່ວນຕ່າງໆຢ່າງຮອບດ້ານ. ທ່ານໄດ້ເນັ້ນໜັກຕື່ມວ່າການຕ້ານອາຊະຍາກໍາຂ້າມຊາດແມ່ນໜ້າທີ່ຮ່ວມກັນທີ່ຈໍາເປັນ ເພື່ອຮັກສາຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ຍກລະດບການເປນຄຮວມມເພອຮວມກນແກໄຂບນຫາອາຊະຍາກາຂາມຊາດ - image 2
 

ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນກັນໃນດ້ານວິຊາການ ແລະ ເຫັນດີເປັນເອກະພາບກັນວ່າການຕົວະຕົ້ມ ແລະ ການຫຼອກຫຼວງຜ່ານທາງອອນລາຍນັ້ນນັບມື້ນັບມີຄວາມຮຸນແຮງ, ແຜ່ລາມອອກສູ່ວົງກວ້າງ ແລະ ມີການຜັນແປໄປຕາມການພັດທະນາຂອງຍຸກສະໄໝກໍຄືການພັດທະນາຢ່າງກ້າວກະໂດດຂອງເຕັກໂນໂລຊີໂດຍສະເພາະການນໍາໃຊ້ປັນຍາປະດິດ (AI) ເຮັດໃຫ້ການຕິດຕາມແກ້ໄຂບັນຫາມີຄວາມຫຍຸ້ງຍາກ ແລະ ສັບສົນຂຶ້ນ. ການແກ້ໄຂບັນຫາດັ່ງກ່າວຕ້ອງອາໄສການຮ່ວມມື ແລະ ເປັນເອກະພາບກັນຂອງທຸກພາກສ່ວນບໍ່ວ່າຈະເປັນພາກລັດຖະບານ, ພາກທຸລະກິດ ແລະ ພາກປະຊາຊົນຂອງທຸກປະເທດເພື່ອຮ່ວມກັນສະກັດກັ້ນ, ຮັບມື, ແກ້ໄຂ ແລະ ປ້ອງກັນເພື່ອຫຼຸດຜ່ອນຜົນກະທົບຕໍ່ຄວາມໝັ້ນຄົງ, ລະບົບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ໄດ້ສໍາເລັດຜົນອັນຈົບງາມ. ພາຍຫຼັງກອງປະຊຸມ ໄດ້ມີການສັງລວມເອົາຄວາມຄິດຄໍາເຫັນ ແລະ ບັນດາຂໍ້ສະເໜີແນະເພື່ອຈັດພິມເປັນຂໍ້ມູນ, ບ່ອນອີງ ແລະ ເຜີຍແຜ່ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຕໍ່ໄປ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ