ປະຊາຊົນບັນດາເຜົ່າຕໍ່ສູ້ຢ່າງລະອິດລະອ້ຽວ

ຍ້ອນມີພັກນໍາພາ ຈຶ່ງປົດປ່ອຍປະເທດຊາດໄດ້ຢ່າງສົມບູນ(ຄວາມຮູ້ສຶກຂອງ ທ່ານ ບຸນຂວາງທະວີສັກ ຮອງປະທານສານປະຊາຊົນສູງສຸດ)

ຍ້ອນມີພັກນໍາພາ ຈຶ່ງປົດປ່ອຍປະເທດຊາດໄດ້ຢ່າງສົມບູນ(ຄວາມຮູ້ສຶກຂອງ ທ່ານ ບຸນຂວາງທະວີສັກ ຮອງປະທານສານປະຊາຊົນສູງສຸດ)
ໂດຍ: ວັນໄຊ ຕະວິນຍານ ຍ້ອນມີພັກປະຊາຊົນປະຕິວັດລາວນໍາພາປະຊາຊົນບັນດາເຜົ່າຕໍ່ສູ້ຢ່າງລະອິດລະອ້ຽວ,ຜ່ານແປວໄຟສົງຄາມ, ເສຍສະລະຊີວິດ-ເລືອດເນື້ອຂອງນັກຮົບ

 

ປະຕິວັດ-ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ມາຮອດປັດຈຸບັນ; ນີ້ແມ່ນຄວາມຮູ້ສຶກຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຕໍ່ວັນຊາດທີ 2 ທັນວາ ຄົບຮອບ 49 ປີ.

ທ່ານກ່າວຕື່ມວ່າ:ພັກປະຊາຊົນປະຕິວັດລາວ ຍາມໃດກໍຄິດເຫັນຊາດ ຫ່ວງໃຍປະຊາຊົນ ເຫັນປະຊາຊົນຖືກກົດຂີ່ຂົ່ມເຫັງ ຊີວິດທຸກທໍລະມານຈາກການທາລຸນຂອງພວກຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາ. ພັກ ຈຶ່ງໄດ້ນໍາພາປະຊາຊົນບັນດາເຜົ່າລຸກຂຶ້ນຕໍ່ສູ້ຢ່າງອາດຫານຊານໄຊ ເຮັດໃຫ້ປະຊາຊົນລາວໄດ້ກາຍມາເປັນເຈົ້າຂອງປະທດຊາດຢ່າງແທ້ຈິງ.

ວັນຊາດ ທີ 2 ທັນວາ ຈຶ່ງເປັນວັນທີ່ມີຄວາມໝາຍປະຫວັດສາດຂອງຊາດ ເຮັດໃຫ້ຊາວໂລກຮັບຮູ້ ຄວາມເປັນຊາດລາວ,ມີສັນຕິພາບ,ເອກະລາດ, ປະຊາທິປະໄຕ ມີຜືນແຜ່ນດິນອັນຄົບຖ້ວນ.

ຕະຫຼອດ 49 ປີຜ່ານມາ, ເຖິງວ່າ ບ້ານເມືອງ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກປານໃດກໍຕາມ ພັກ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ ແລະ ພັດທະນາປະເທດຊາດໄປຕາມທິດສັງຄົມນິຍົມ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລໍາດັບ.ສິ່ງທີ່ພົ້ນເດັ່ນ ແລະ ໃຫ້ຊາວໂລກຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ແມ່ນລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມໄອປາ ຜ່ານມາ ປະສົບຜົນສໍາເລັດທຸກປະການ.

ເວົ້າສະເພາະວຽກງານຂອງສານປະຊາຊົນ. ຕະຫຼອດ 49 ປີຜ່ານມາ, ພັກປະຊາຊົນ ປະຕິບັດລາວ ໄດ້ເອົາໃຈໃສ່ນໍາພາພັດທະນາການຈັດຕັ້ງ ແລະ ບຸກຄະລາກອນຂອງສານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ການຕັດສິນຄະດີຂອງສານມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ຄູ່ຄວາມ ກໍຄືປະຊາຊົນ ມີຄວາມພໍໃຈ, ເຊື່ອຖືຕໍ່ການຕັດສິນຂອງສານດີຂຶ້ນຕາມລໍາດັບ, ພື້ນຖານໂຄງລ່າງ, ພາຫະນະອຸປະກອນຮັບໃຊ້, ບັນລັງຕັດສິນ ໄດ້ຮັບການປັບປຸງໃຫ້ເໝາະສົມ,ຫັນສູ່ທັນສະໄໝ ເພື່ອບໍລິການຮັບໃຊ້ປະຊາຊົນໃຫ້ທົ່ວເຖິງ, ຜູ້ພິພາກສາ ແລະ ພະນັກງານຂອງສານ ໄດ້ຮັບການຍົກສູງທາງດ້ານຈັນຍາບັນ-ຈັນຍາທໍາ, ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ-ວິຊາການສູງຂຶ້ນ ແລະ ກາຍເປັນມືອາຊີບ ສາມາດຮອງຮັບກັບໜ້າທີ່ການເມືອງໃນໄລຍະໃໝ່ໄດ້ດີຍິ່ງຂຶ້ນ ເພື່ອໃຫ້ສານປະຊາຊົນ ກໍຄືອົງການຕຸລາການກາຍເປັນເຄື່ອງມືທີ່ສັກສິດ ເຂັ້ມງວດຂອງພັກ, ເປັນທີ່ເພິ່ງດ້ານຍຸຕິທໍາໃຫ້ແກ່ປະຊາຊົນ ຕາມທິດການຕັດສິນ-ພິພາກສາຄະດີ: ໂປ່ງໃສ, ເປັນເອກະລາດ ແລະ ເປັນທໍາ.

ໂດຍເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນ, ຄວາມຮັກຊາດອັນດູດດື່ມ ໃນນາມພະນັກງານສະມາຊິກພັກຜູ້ໜຶ່ງ ຂໍຢຶດໝັ້ນ ຄໍາສັ່ງສອນຂອງພັກ, ເດີນຕາມເສັ້ນທາງສັງຄົມນິຍົມ.ຈະສືບຕໍ່ຕັ້ງໜ້າພັດທະນາວຽກງານຂອງສານປະຊາຊົນ ໃຫ້ດີຂຶ້ນໄປເລື້ອຍໆ.

ໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ຂໍຈາລຶກບຸນຄຸນຢ່າງລົ້ນເຫຼືອ ມາຍັງການນໍາພັກ-ລັດ ທຸກຮຸ່ນໃນອະດີດ ແລະ ປັດຈຸບັນ. ຖ້າບໍ່ມີພວກເພິ່ນ ພວກເຮົາຈະບໍ່ເຫັນປະເທດຊາດເຕີບໃຫຍ່ເຂັ້ມແຂງຄືສູ່ມື້ນີ້.ຂໍຖືເອົາໂອກາດນີ້ ອວຍພອນໄຊອັນປະເສີດໃຫ້ການນໍາທຸກທ່ານ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ,ສືບຕໍ່ນໍາພາປະເທດຊາດກ້າວໄປສູ່ຈຸດໝາຍສັງຄົມນິຍົມທີ່ຕັ້ງເອົາໄວ້ ໃຫ້ປະສົບຜົນສໍາເລັດ.

ນໍ້າໃຈ ວັນຊາດທີ 2 ທັນວາ ໝັ້ນຍືນ !

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ