ຍ້ອນມີພັກນໍາພາ ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈຶ່ງພັດທະນາຢ່າງບໍ່ຢຸດຢັ້ງ

ຍ້ອນມີພັກນໍາພາ ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈຶ່ງພັດທະນາຢ່າງບໍ່ຢຸດຢັ້ງ

ຍ້ອນມີພັກນໍາພາ ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈຶ່ງພັດທະນາຢ່າງບໍ່ຢຸດຢັ້ງ
ໂດຍ: ແສງຈັນ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດວ່າ: ພັກປະຊາຊົນ ປະຕິວັດລາວ ກໍາເນີດຂຶ້ນມາ

 

 ດ້ວຍກໍາລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ. ໃນທ້າຍສະຕະວັດ ທີ 19, ປະເທດເຮົາໄດ້ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ ແລະ ຢຶດຄອງ, ໂດຍເສີມຂະຫຍາຍມູນເຊື້ອຮັກຊາດອັນດູູດດື່ມ, ປະຊາຊົນບັນດາເຜົ່າ ໄດ້ລຸກຂຶ້ນຕໍ່ສູ້ຕ້ານພວກຮຸກຮານຢ່າງອົງອາດກ້າແກ່ນຢ່າງຕໍ່ເນື່ອງ ເປັນຕົ້ນ ຂະບວນການຕໍ່ສູ້ທີ່ນໍາພາໂດຍພໍ່ກະດວດ, ອົງແກ້ວ, ອົງກົມມະດໍາ, ເຈົ້າຟ້າປັດໃຈ ແລະ ຂະບວນອື່ນໆ ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນ ບໍ່ໄດ້ຮັບໄຊຊະນະ ຍ້ອນບໍ່ມີພັກນໍາພາ. ຍ້ອນແນວນັ້ນ, ປະທານ ໄກສອນ ພົມວິຫານ ຮ່ວມກັບການນໍາປະຕິວັດອາວຸໂສ ນໍາພາສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນ ເພື່ອສືບທອດພາລະກິດອັນສະຫງ່າງາມ ຂອງພັກກອມມູນິດອິນດູຈີນ, ໂດຍໄດ້ກໍານົດແນວທາງຕໍ່ສູ້ປະຕິວັດຢ່າງຖືກຕ້ອງ ແລະ ສາມາດເຕົ້າໂຮມກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນທັງຊາດ, ໄດ້ຖືເອົາຈິດໃຈຮັກຊາດ ຕິດພັນກັບລັດທິມາກ-ເລນິນ, ເອົາຂະບວນການປະຕິວັດຂອງປະຊາຊົນ ຕິດພັນກັບຂະບວນການປະຕິວັດ ຂອງປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ກໍຄືຂະບວນການປະຕິວັດໂລກ, ນໍາພາຂະບວນການປະຕິວັດຢູ່ປະເທດເຮົາ ຍາດໄດ້ໄຊຊະນະເປັນແຕ່ລະກ້າວຢ່າງຕໍ່ເນື່ອງ ຈົນກ້າວຂຶ້ນຍາດໄດ້ໄຊຊະນະຢ່າງສົມບູນ ໃນວັນທີ 2 ທັນວາ 1975.

ພາຍຫຼັງປົດປ່ອຍ ພັກໄດ້ນໍາພາ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກໄດ້ຊອກຫາເສັ້ນທາງເດີນ ທີ່ແທດເໝາະກັບຈຸດພິເສດຂອງປະເທດ, ອັນພົ້ນເດັ່ນແມ່ນການວາງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ທີ່ນໍາພາໂດຍປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ແລະ ເປັນເຈົ້າການໃນການກໍານົດເສັ້ນທາງກ້າວຂຶ້ນຂອງປະເທດ; ໄດ້ຫັນປ່ຽນຈາກເສດຖະກິດລວມສູນອາດຍາສິດ ບໍລິຫານ ເກື້ອກູນ ໄປສູ່ກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ຖືເອົາການສ້າງເສດຖະກິດເປັນໜ້າທີ່ໃຈກາງ ໂດຍເສີມຂະຫຍາຍທ່າແຮງທຸກພາກສ່ວນເສດຖະກິດ ທີ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ຕິດພັນກັບການເປີດກວ້າງການຮ່ວມມືສາກົນ. ມາເຖິງປັດຈຸບັນ ແນວທາງປ່ຽນແປງໃໝ່ທີ່ພັກວາງອອກນັ້ນ ແມ່ນຖືກຕ້ອງ; ການພົວພັນຮ່ວມມືກັບພາຍນອກໄດ້ເປີດກວ້າງ, ບົດບາດອິດທິພົນຂອງປະເທດເຮົາ ໃນເວທີສາກົນ ໄດ້ເພີ່ມທະວີສູງຂຶ້ນ ຢ່າງເດັ່ນຊັດ, ພິເສດ ແມ່ນຜົນສໍາເລັດໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສາກົນຕ່າງໆ ຊຶ່ງເປັນຄວາມເອກອ້າງທະນົງໃຈ ຂອງປະເທດຊາດ ກໍຄືປະຊາຊົນລາວ ທີ່ມີພັກປະຊາຊົນ ປະຕິບັດລາວ ເປັນຜູ້ນໍາພາ.

ຕະຫຼອດໄລຍະ ຂອງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ໃນປີ 2025 ນີ້, ເປັນການຫວນຄືນປະຫວັດສາດ, ຜົນງານອັນຍິ່ງໃຫຍ່ຂອງພັກ ແລະ ທັງເປັນການຕີລາຄາຄືນໝາກຜົນ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນທ້າຍສະໄໝ ຂອງການປະຕິບັດແຜນ 5 ປີ ຄັ້ງທີ IX ທີ່ມີທັງຜົນສໍາເລັດ, ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂ, ສຸມທຸກກໍາລັງຂອງປວງຊົນລາວທັງຊາດ ສາມັກຄີກັນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ ແລະ ຍ້ອນປະເທດລາວ ເປັນປະເທດທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນທໍາມະຊາດ ເປັນຕົ້ນ ທີ່ດິນ, ນໍ້າ, ແຮ່ທາດ, ປ່າໄມ້, ຊີວະນາໆພັນ ທີ່ເປັນທ່າແຮງບົ່ມຊ້ອນໃນການສ້າງເສດຖະກິດ. ພັກຈຶ່ງເຫັນຄວາມສໍາຄັນ ແລະ ທ່າແຮງດັ່ງກ່າວ ຈຶ່ງໄດ້ວາງແນວທາງ, ນະໂຍບາຍ ໃນການປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ ໄປພ້ອມກັບການປົກປັກຮັກສາສິ່ງແວດລ້ອມໃຫ້ປາສະຈາກມົນລະພິດ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດທິດທາງລວມ ໃນການຂຸດຄົ້ນຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງຊາດ ຮັບປະກັນການພັດທະນາຕາມທິດຍົກລະດັບຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ໜີ້ສິນສາທາລະນະ ຕິດພັນກັບການຍູ້ແຮງເສດຖະກິດ-ສັງຄົມ; ພັດທະນາອຸດສາຫະກໍາທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໃໝ່ ໂດຍສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ກະສິກໍາ; ລັດຕ້ອງປະຕິບັດບົດບາດການຄຸ້ມຄອງທີ່ດິນຂອງວົງສາຄະນະຍາດ ຢ່າງເຂັ້ມແຂງ, ເປັນລະບົບ ແລະ ມີປະສິດທິພາບ ຕິດພັນກັບການດໍາເນີນການຈັດສັນ ແລະ ວາງແຜນພັດທະນາ ໃຫ້ເກີດປະໂຫຍດສູງສຸດ ແລະ ເພີ່ມທະວີປົກປັກຮັກສາ ແລະ ແກ້ໄຂບັນຫາດ້ານສິ່ງແວດລ້ອມ, ຕ້ອງຖືການພັດທະນາແບບສີຂຽວ ສົມດູນ ແລະ ສະກັດກັ້ນມົນລະພິດ ແລະ ຖືເອົາການພັດທະນາເສດຖະກິດ ຕ້ອງໄປພ້ອມໆກັບ ການປົກປັກຮັກສາທຳມະຊາດ, ຮັກສາລະບົບນິເວດ ແລະ ສະກັດກັ້ນມົນລະພິດ, ສ້າງເງື່ອນໄຂອັນຈຳເປັນສຳລັບການປະກອບອາຊີບຂອງປະຊາຊົນລາວ ທີ່ບໍ່ເປັນການທຳລາຍສິ່ງແວດລ້ອມ, ສ້າງລະບົບການຄຸ້ມຄອງປ່າໄມ້ ໃຫ້ມີຄວາມເຂັ້ມແຂງ ເພື່ອປົກປັກຮັກສາແຫຼ່ງນ້ຳທຳມະຊາດ, ໃຫ້ມີການຄຸ້ມຄອງ ຕິດຕາມ ກວດກາ ໂຄງການລົງທຶນ ຂອງລັດ-ເອກະຊົນ ໃຫ້ໄປຕາມກົດໝາຍ ແລະ ລະບຽບການສິ່ງແວດລ້ອມ ຢ່າງເຂັ້ມງວດ. ການຜັນຂະຫຍາຍ ບັນດາທິດທາງລວມ ແລະ ວຽກງານຈຸດສຸມຂ້າງເທິງ ລັດຖະບານ ໄດ້ຜັນຂະຫຍາຍມາເປັນແຜນການ, ແຜນງານ ແລະ ໂຄງການຈັດຕັ້ງປະຕິບັດ ເວົ້າລວມ, ເວົ້າສະເພາະ ຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຜັນຂະຫຍາຍມາເປັນແຜນພັດທະນາ ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ມີຄາດໝາຍສູ້ຊົນປະຕິບັດ ໃນແຕ່ລະປີ, ຜ່ານການຈັດຕັ້ງປະຕິບັດ ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ (1) ດ້ານການຈັດຕັ້ງ: ໄດ້ປັບປຸງ ແລະ ສັບຊ້ອນພະນັກງານ ໄປຕາມທິດກະທັດຮັດ ແລະ ສົມເຫດສົມຜົນ ນັບແຕ່ສູນກາງຮອດຂະແໜງສາຍຕັ້ງ ຂັ້ນທ້ອງຖິ່ນ; (2) ການສ້າງ ແລະ ເຜີຍແຜ່ນິຕິກໍາ: ໄດ້ຫັນເອົານະໂຍບາຍ ຂອງພັກ ຜັນຂະຫຍາຍເປັນຍຸດທະສາດ, ສ້າງ ແລະ ປັບປຸງນິຕິກໍາ ໃຫ້ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຂອງວຽກງານຕົວຈິງ ໄປພ້ອມກັບການເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ປະຕິບັດຢ່າງກວ້າງຂວາງ ໂດຍສະເພາະໃນຂົງເຂດທີ່ດິນ, ນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ລວມທັງວຽກງານການປ່ຽນແປງດິນຟ້າອາກາດ; (3) ວຽກງານວິຊາສະເພາະ: ການຄຸ້ມຄອງທີ່ດິນ ໄດ້ຈັດຕັ້ງປະຕິບັດມະຕິ 026 ຂອງສູນກາງພັກ ວ່າດ້ວຍການຄຸ້ມຄອງທີ່ດິນໃນໄລຍະໃໝ່, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ກົດໝາຍວ່າດ້ວຍທີ່ດິນ ໂດຍການສ້າງບັນດານິຕິກໍາລຸ່ມກົດໝາຍ. ຈັດສັນທີ່ດິນຂັ້ນແຂວງໄດ້ສໍາເລັດໃນທົ່ວປະເທດ ຕິດພັນກັບການວາງແຜນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ໃນ 18 ແຂວງ, ແຜນຈັດສັນທີ່ດິນ ຂັ້ນເມືອງ ແລະ ບ້ານ ກໍໄດ້ສໍາເລັດຈໍານວນໜຶ່ງ; ການຂຶ້ນທະບຽນ ແລະ ອອກໃບຕາດິນໃນທົ່ວປະເທດ ເຖິງວ່າບໍ່ໄດ້ສໍາເລັດຕາມຄາດໝາຍແຕ່ກໍໄດ້ສູ້ຊົນ ອອກໄດ້ຫຼາຍກວ່າ 500,000 ກວ່າຕອນ, ປັບປຸງລະບົບການຄຸ້ມຄອງທີ່ດິນ ແລະ ການຫັນເປັນທັນສະໄໝ ໄດ້ສໍາເລັດໂດຍພື້ນຖານ, ແຜນຄຸ້ມຄອງອ່າງຮັບນໍ້າໃຫຍ່ ໄດ້ສ້າງ ແລະ ຖືກຮັບຮອງສໍາເລັດ ໄປພ້ອມກັບການຊຸກຍູ້ທ້ອງຖິ່ນ ໃນການສ້າງແຜນຄຸ້ມຄອງອ່າງຮັບນໍ້າຂັ້ນທ້ອງຖິ່ນ ສໍາເລັດຈໍານວນໜຶ່ງ; ການຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນ, ການນໍາໃຊ້ທ່າແຮງດ້ານຊັບພະຍາກອນທໍາມະຊາດ ເພື່ອສ້າງເສດຖະກິດ ໄດ້ເອົາໃຈໃສ່ຢຶດໝັ້ນຕາມແນວທາງ ການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ; ຕາໜ່າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຮັບການຂະຫຍາຍ ໃນທົ່ວປະເທດ ເຮັດໃຫ້ການສະໜອງຂໍ້ມູນ ອາກາດ ແລະ ອຸທົກກະສາດ ໄດ້ຢ່າງເປັນປົກກກະຕິ ແລະ ໜ້າເຊື່ອຖື; ວຽກງານການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ກໍໄດ້ຕັ້ງໜ້າປະຕິບັດ ຮ່ວມກັບປະຊາຄົມໃນໂລກ ໃນການຫຼຸດຜ່ອນ ສະພາບໂລກຮ້ອນ ກໍຄື ການຫຼຸດຜ່ອນທາດອາຍເຮືອນແກ້ວ ໂດຍໄດ້ກໍານົດຄາດໝາຍໃຫ້ເປັນສູນ ໃນປີ 2050, ໄດ້ມີຍຸດທະສາດ, ແຜນດໍາເນີນງານ ແລະ ແຜນຈັດຕັ້ງປະຕິບັດໃນແຕ່ລະໄລຍະ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025), ສະຫາຍ ນາງ ບຸນຄໍາ ວໍລະຈິດ ຕາງໜ້າຄະນະພັກ, ຄະນະນໍາ ກໍຄື ສະມະຊິກພັກ - ພະນັກງານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະແດງຄວາມຮູ້ບຸນ ຕໍ່ການນໍາ, ຮຸ່ນສ້າງຕັ້ງ ນໍາພາໂດຍປະທານ ໄກສອນ ພົມວິຫານ ທີ່ໄດ້ມີຄວາມຕື່ນຕົວ ເພື່ອປະເທດຊາດ ແລະ ປະຊາຊົນ. ພ້ອມນີ້ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງວິລະກໍາອັນລໍ້າເລີດ ຂອງບັນດາສະຫາຍ ສະມາຊິກພັກ, ນັກຮົບປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ, ວັດຖຸຊັບສິນ ຕະຫຼອດຮອດຊີວິດເລືອດເນື້ອ ເພື່ອພາລະກິດປະຕິວັດ ເພື່ອຄວາມເປັນເອກະລາດແຫ່ງຊາດ ເພື່ອອິດສະລະພາບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ; ຮູ້ບຸນຄຸນ ມາຍັງການນໍາຮຸ່ນສືບທອດ ທີ່ໄດ້ສືບຕໍ່ພາລະກິດຂອງພັກ ແລະ ເຮັດໃຫ້ພັກມີຄວາມເຕີບໃຫຍ່ເຂັ້ມແຂງ ຈົນຮອດປັດຈຸບັນ. ຮູ້ບຸນຄຸນ ແລະ ເຄົາລົບນັບຖື ມາຍັງບັນດາສະຫາຍ ອະດີດການນໍາຜູ້ອາວຸໂສ ທີ່ຍາມໃດກໍຍັງເຝົ້າຕິດຕາມ ແລະ ເປັນຫ່ວງເປັນໃຍ ຕໍ່ການນໍາຮຸ່ນປັດຈຸບັນ ແລະ ຮຸ່ນຕໍ່ໆໄປ ໃນການສືບທອດພາລະກິດຂອງພັກ ໄປສູ່ຈຸດໝາຍທີ່ວາງໄວ້, ຂໍອວຍພອນໃຫ້ພວກເພິ່ນຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ. ອວຍພອນໃຫ້ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ເຄົາລົບຮັກ ແລະ ການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ນໍາພາພາລະກິດຂອງພັກ ເຕີບໃຫຍ່ ເຂັ້ມແຂງ ກ້າວໄປຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ