![]() |
ທ່ານ ພົຈວ ສຸລິນພອນ ຄຳພະຈັນ ໄດ້ປາຖະກະຖາຍົກໃຫ້ເຫັນມູນເຊື້ອຄວາມໝາຍສຳຄັນຂອງສອງວັນດັ່ງກ່າວຄື: ສະພາບການຖືກປິດລ້ອມຂອງກອງພັນທີ 2 , ການຜ່າວົງປິດລ້ອມຂອງກອງພັນທີ 2 , ຄວາມໝາຍສຳຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມຂອງກອງພັນທີ2 ແລະ ສະພາບການ ແລະ ການເຄື່ອນໄຫວປະຕິວັດບັນດາຜູ້ນຳພັກ ແລະ ແນວລາວຮັກຊາດໃນໄລຍະປີ 1957-1959 , ແຜນການໂຕນອອກຈາກຄຸກ ,ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນຳ ແລະ ສາເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດານຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ. ທັງໝົດນັ້ນກໍໃຫ້ພະນັກງານ ສະມາຊິກພັກ ຂອງ ຍທຂ ຮັບຮູ້ ແລະ ກຳແໜ້ນມູນເຊື້ອຂອງສອງວັນດັ່ງກ່າວ.
ຂ່າວ-ພາບ: ຕຸໄລເພັດ ພິມເມືອງ

ຄໍາເຫັນ