![]() |
ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ກຽດປາຖະກະຖາ ໂດຍຍົກໃຫ້ເຫັນໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ ໂດຍສະເພາະພາຍຫຼັງທີ່ຈັກກະພັດຝຣັ່ງ ຍອມເຊັນສັນຍາເຊີແນວ 1954 ແລະ ຈັກກະພັດອາເມລິກາ ກໍໂດດເຂົ້າມາແທນພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວຍິ່ງໜັກໜ່ວງກວ່າເດີມ ແລະ ການຕໍ່ສູ້ຂອງປະຊາຊົນລາວແມ່ນປະເຊີນກັບສັດຕູໂຕຮ້າຍກາດ ແລະ ເຂັ້ມແຂງທີ່ສຸດ, ແຕ່ກອງທັບ ແລະ ປະຊາຊົນລາວເດັດຂາດບໍ່ຍອມຈໍານົນສັດຕູຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດມີໄຊ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນຊຶ່ງເປັນສິ່ງມະຫັດສະຈັນຖືກຈາລຶກໄວ້ ໃນໜ້າປະຫວັດສາດຂອງຊາດ ເປັນຕົ້ນແມ່ນການຜ່າວົງປິດລ້ອມ ຂອງກອງພັນທີ 2 ຂອງຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຍຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດແບບບົວບໍ່ຊໍ້ານໍ້າບໍຂຸ່ນ, ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ,ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນສະຖາປະນາ ສາທາລະນະລັດ ປະຊາປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ພ້ອມນັ້ນ, ຍົກໃຫ້ເຫັນຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ; ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເດັດດ່ຽວຢຶດໝັ້ນອຸດົມການສັງຄົມນິຍົມ ທີ່ພັກກຳນົດໄວ້ຢ່າງໜັກແໜ້ນ, ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກນັ້ນ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ໃຫ້ກຽດປາຖະກະຖາວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍຍົກໃຫ້ເຫັນການເຄື່ອນໄຫວຊິວິດຂອງປະທານໄກສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ, ຜົນງານ, ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ສະຫາຍຍັງຍົກໃຫ້ເຫັນການເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຕັ້ງໜ້າຮໍ່າຮຽນແບບຢ່າງຄຸນສົມບັດ ຂອງປະທານ ໄກສອນພົມວິຫານ. ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະ ຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນ ພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ. ບັນດາແບບຢ່າງຄຸນສົມບັດຂອງເພິ່ນ ທີ່ພວກເຮົາຈະໄດ້ພ້ອມກັນສືບຕໍ່ດ້ວຍຄວາມຮັບຜິດຊອບສູງ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ