ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືເອົາວຽກງານ 3 ສ້າງເປັນວຽກປົກກະຕິ ແລະ ບຸລິມະສິດໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ໂດຍສະເພາະໃນໄລຍະ 5 ປີ (2019-2024) ຜ່ານມາ, ການຈັດຕັ້ງຜັນຂະຫຍາຍວຽກຂົວທາງ (ຂັ້ນສູນກາງ) ມີຜົນສໍາເລັດເປັນຢ່າງດີ.
ຍທຂ ຖເອາວຽກງານ 3 ສາງເປນບລມະສດ ເຮດໃຫວຽກຂວທາງມຜນສາເລດເປນຢາງດ - image 1
 

 

  

ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາຂອງກະຊວງ ຍທຂ ປີ 2024 ຕໍ່ກອງປະຊຸມວຽກງານ 3 ສ້າງປະຈໍາປີ 2025 ຜ່ານມາວ່າ: ໃນໄລຍະ 5 ປີຜ່ານມາ, ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ ເປັນຕົ້ນ ໂດຍພື້ນຖານຮ່າງເນື້ອໃນແຜນຍຸດທະສາດຮອດປີ 2030, ວິໃສທັດຮອດປີ 2035 ແລະ ສ້າງແຜນການພັດທະນາ 5 ປີ (2021-2025) ຂອງຂະແໜງຂົວທາງ; ສໍາເລັດເນື້ອໃນ ແລະ ຮັບຮອງການແບ່ງຄວາມຮັບຜິດຊອບແຕ່ລະໜ້າວຽກໃນການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມ ແປງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນກັບພະແນກ ຍທຂ ແຂວງໄຊສົມບູນ ຕາມດຳລັດຂອງລັດຖະບານສະບັບເລກທີ 414/ລບ, ລົງວັນທີ 10 ທັນວາ 2019; ສໍາເລັດການຄົ້ນຄວ້າ, ນໍາສະເໜີ ແລະ ຮັບຮອງດຳລັດວ່າດ້ວຍເຂດສະຫງວນຂອງທາງຫຼວງ ສະບັບເລກ ທີ185/ລບ, ລົງວັນທີ 20 ມິຖຸນາ 2022; ສໍາເລັດການຄົ້ນຄວ້າສ້າງຂໍ້ຕົກລົງວ່າດ້ວຍເຂດສະຫງວນຂອງວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນ ທີ່ສູງຊັນ ສະບັບເລກທີ 32963/ຍທຂ, ລົງວັນທີ 19 ພະຈິກ 2024; ສໍາເລັດການຄົ້ນຄວ້າຂໍ້ຕົກລົງວ່າດ້ວຍລະບຽບ ແລະ ມາດຕະການໃນການປ້ອງກັນຄວາມປວດໄພໃນເວລາກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມ ແປງທາງຫຼວງສະບັບເລກທີ 22312/ກຂທ, ລົງວັນທີ 24 ສິງຫາ 2023; ສໍາເລັດການເຜີຍແຜ່ລະບຽບ ແລະ ມາດຕະການຄຸ້ມຄອງໂຄງການໃນປີ 2020; ສໍາເລັດການເຜີຍແຜ່ລະບຽບ ແລະ ມາດຕະການໃນການປ້ອງກັນຄວາມປອດໄພໃນເວລາກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງທາງຫຼວງໃນປີ 2023; ສໍາເລັດການຄົ້ນຄວ້າ, ຮັບຮອງ ແລະ ເຜີຍແຜ່ການນໍາໃຊ້ໂຄງສ້າງສູດຄິດໄລ່ລາຄາຫົວໜ່ວຍກິດຈະການກໍ່ສ້າງ ແລະ ສ້ອມແປງຂົວ-ທາງສະບັບປີ 2023; ສຳເລັດການສ້າງ ແລະ ອອກແຈ້ງການກ່ຽວກັບຂັ້ນຕອນ ແລະ ການປະກອບເອກະສານທີ່ຈໍາເປັນສໍາລັບການສະເໜີຂໍອະນຸຍາດການຂົນສົ່ງພິເສດ; ສໍາເລັດການປັບປຸງຄູ່ມືການກວດກາ ແລະ ກຳນົດປະເພດການເປ່ເພຂອງຂົວ; ສໍາເລັດການປັບປຸງຄູ່ມືການຄັດເລືອກວິທີການສ້ອມແປງຂົວ ແລະ ການເສີມແຮງຮັບນໍ້າໜັກຂອງຂົວ; ສໍາເລັດການຄົ້ນຄວ້າປັບປຸງຮ່າງພາລະບົດບາດຂອງຫົວໜ້າໂຄງການກໍ່ສ້າງທາງຫຼວງ; ໄດ້ຈັດຝຶກອົບຮົມເພື່ອສ້າງຂີດຄວາມສາມາດໃນການຄຸ້ມຄອງສັນຍາວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖິ່ນປະຕິບັດໄດ້ 2 ຫຼັກສູດ, ຜູ້ເຂົ້າຮ່ວມ 48 ເທື່ອຄົນ; ໄດ້ປະສານສົມທົບກັບພະແນກ ຍທຂ ແຂວງ ແລະ ນະຄອນຫຼວງວຽງຈັນ (ນວ) ເພື່ອສໍາຫຼວດ, ເກັບກຳຂໍ້ມູນສະພາບທາງຫຼວງເພື່ອຈັດລຽງບຸລິມະສິດ, ສ້າງແຜນວຽກ ແລະ ແຜນງົບປະມານສໍາລັບວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງໂດຍນໍາໃຊ້ໂປຣແກຣມ RMS, PROMMS, VIMS, IRAMS ແລະ ອື່ນໆ; ສະໜອງງົບປະມານບ້ວງກອງທຶນທາງຮ່ວງ 20% ປະຈຳປີເພື່ອໂອນໃຫ້ແຂວງ ແລະ ນວ ເປັນຜູ້ຄຸ້ມຄອງໃນການຈັດຕັ້ງປະຕິບັດ; ສຳເລັດການສ້າງຕັ້ງໂຄງການສ້ອມແປງທາງຫຼວງແຫ່ງຊາດ 18 ໂຄງການປະຈຳແຕ່ລະແຂວງເພື່ອຄຸ້ມຄອງ ຕິດຕາມ, ກວດກາ ແລະ ຢັ້ງຢືນການຈັດຕັ້ງປະຕິບັດວຽກບູລະນະຮັກສາ ແລະ ສ້ອມແປງປີ 2022-2024 ຈໍານວນ 109 ສັນຍາ ກວມເອົາຄວາມຍາວເສັ້ນທາງປະມານ 6,200 ກິໂລແມັດ, ມູນຄ່າສັນຍາທັງໝົດ 941.69 ຕື້ກີບ/3 ປີ ມີຄວາມຄືບໜ້າສະເລ່ຍ 85%.

ຍທຂ ຖເອາວຽກງານ 3 ສາງເປນບລມະສດ ເຮດໃຫວຽກຂວທາງມຜນສາເລດເປນຢາງດ - image 2
 

ຄຽງຄູ່ກັນນັ້ນ, ສໍາລັບໜ້າວຽກໄດ້ເພີ່ມເຂົ້າປະກອບມີ: ວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ, ວຽກສ້ອມແປງສຸກເສີນ/ໄພພິບັດທາງຫຼວງແຫ່ງຊາດ, ການຄຸ້ມຄອງທີ່ດິນທາງຫຼວງ, ການຄຸ້ມຄອງງົບປະມານກອງທຶນທາງ, ການນໍາໃຊ້ງົບປະມານເກີນແຜນຂອງແຂວງສໍາລັບວຽກກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ແລະ ການຄຸ້ມຄອງນໍ້າໜັກລົດບັນທຸກ; ຢັ້ງຢືນຮັບຮອງເອົາການສໍາຫຼວດ-ອອກແບບ ແລະ ປະເມີນມູນຄ່າໂຄງການກໍ່ສ້າງທາງດ່ວນເຊັ່ນ: ທາງດ່ວນແຕ່ບໍ່ເຕ່ນ ແຂວງຫຼວງນໍ້າທາ ຫາຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທາງດ່ວນ ນວ ຫາ ຮ່າໂນ້ຍຊ່ວງທີ 1: ນວ ຫາ ບໍລິຄໍາໄຊ; ຢັ້ງຢືນຮັບຮອງເອົາການສໍາຫຼວດ-ອອກແບບ ແລະ ປະເມີນມູນຄ່າໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເປັນຕົ້ນທາງຫຼວງແຫ່ງຊາດເລກ 12, ຂົວຂ້າມແມ່ນໍ້າຂອງມິດຕະພາບລາວ-ໄທແຫ່ງທີ 6, ຂົວຂ້າມແມ່ນໍ້າຂອງຊຽງແມນ ຫາ ຫຼວງພະບາງ.

ຍທຂ ຖເອາວຽກງານ 3 ສາງເປນບລມະສດ ເຮດໃຫວຽກຂວທາງມຜນສາເລດເປນຢາງດ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ແຂວງໄຊຍະບູລີ ຈັດຝືກອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ກັບຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຂັ້ນເມືອງ ແລະ ຕາໜ່າງປ້ອງກັນສິດ ແລະ ຜົນປະໂຫຍດຂອງເດັກຂັ້ນບ້ານ ໃນຄັ້ງວັນທີ 10-12 ທັນວາ 2025 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ມີທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຄຳລາວ ຄົບ​ຮອບ 1 ປີຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະ​ຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.
ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ວັນທີ 9 ທັນວານີ້, ຄະນະນໍາສະຫະພັນກຳມະບານແຂວງຈຳປາສັກ ນໍາໂດຍສະຫາຍ ນາງ ສາຍສະໝອນ ຄຳພາປັດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງ ເພື່ອຊຸກຍູ້ວຽກງານຮອບດ້ານຂອງວຽກງານກຳມະບານ; ເຂົ້າຮ່ວມມີ ສະຫາຍ ບຸນສີ ໃບພະຈັນ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງ, ມີຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງເມືອງ.
ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ  ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ສຳພາດຜ່ານສື່ມວນຊົນ ວ່າ:ຂ້າພະເຈົ້າຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໃດ້ປະກອບສ່ວນກະກຽມວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານໃນຄັ້ງນີ້. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ສາມວັນປະຫວັດສາດຂອງພັກ ຂອງຊາດໃນປີ 2025ນີ້ຖືວ່າສອງວັນປະຫວັດສາດນັ້ນ ພວກເຮົາສະເຫຼີມສະຫຼອງເປັນທີ່ຮຽບຮ້ອຍແລ້ວກໍ່ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ທັນວານີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍມີຜູ້ປະ ກອບການຜະລິດຕະພັນຢາພື້ນເມືອງລາວເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍທຸລະກິດ.
ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມນະຄອນຫຼວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ວິທະຍາໄລ ສິນລະປະແຫ່ງຊາດ,​ໂດຍມີຂອງ ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ອໍານວຍການບໍລິສັດ ເຂົ້າໜຽວການສະແດງ ມີບັນດາແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.
Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

ສາຍການບິນ Vietjetໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ຊຶ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjetໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.
ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 8 ທັນວານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ.
5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.
ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ວັນທີ 6 ທັນວາ, “ກອງປະຊຸມປະຊາສໍາພັນສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານຂອງ ນິຄົມອຸດສາຫະກຳ ອາຊີໂປຕາສ” ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນເສິນເຈິນ ສປ ຈີນ. ງານຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດການນຳສະເໜີແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີⅩແລະ ເປັນຄັ້ງທໍາອິດຂອງການຈັດກອງປະຊຸມສົ່ງເສີມການລົງທຶນ ຫຼັງຈາກການປະກາດ “ດໍາລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ” ຢ່າງເປັນທາງການ, ໂດຍນິຄົມອຸດສາຫະກຳໄດ້ກ້າວເຂົ້າສູ່ຍຸກໃໝ່ 2.0. ການສົ່ງເສີມການລົງທຶນໃນຄັ້ງນີ້ແນໃສ່ຄູ່ຮ່ວມມືທີ່ມີຄຸນນະພາບຈາກທົ່ວໂລກ, ໄດ້ມີການເຊັນສັນຍາໂຄງການອຸດສາຫະກຳ 16 ໂຄງການ, ຄາດວ່າຈໍານວນການລົງທຶນໃໝ່ ທັງໝົດ 1 ຕື້ 88 ລ້ານໂດລາ, ຄາດວ່າໃນອະນາຄົດຈະບັນລຸມູນຄ່າຜົນຜະລິດທັງໝົດ 1 ຕຶ້ 828 ລ້ານໂດລາ/ປີ, ເຊິ່ງກ່ຽວຂ້ອງກັບໂຄງການທ້າຍນ້ຳໃນລະບົບຕ່ອງໂສ້ອຸດສາຫະກຳເຄມີໂບຣມີນ, ໂຄງການວັດສະດຸໂລຫະລະດັບແຜ່ນຊິບ ໃນໂຄງການທ້າຍນ້ຳຂອງ ຄລໍ-ອັນຄາໄລ, ຊິລິຄອນ ອຸດສາຫະກຳ, ໂປຕາສຊຽມ ຊູນເຟດ, ຝຸ່ນປະສົມ ແລະ ຫຼາຍໂຄງການສໍາຄັນອື່ນໆ, ເຊິ່ງໄດ້ບັນລຸຜົນສຳເລັດທີ່ໂດດເດັ່ນໃນການຂະຫຍາຍຂະໜາດ, ການຟື້ນຟູອຸດສາຫະກຳ ແລະ ການຍົກລະດັບກໍາລັງການຜະລິດ ເປັນຂີດໝາຍຂອງຜົນສຳເລັດການຍົກລະດັບຄຸນນະພາບ ແລະ ປະສິດທິພາບຢ່າງຮອບດ້ານຂອງລະບົບນິເວດອຸດສາຫະກຳໃນນິຄົມອຸດສາຫະກຳ ອາຊີໂປຕາສ.
ເພີ່ມເຕີມ