ພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດພິທີປະກາດ ພະນັກງານການນໍາພາ-ຄຸ້ມຄອງ ອອກພັກຜ່ອນ ຮັບອຸດໜູນບໍານານ ຈໍານວນ 2ທ່ານ ໃນວັນທີ 2 ຕຸລາຜ່ານມາ ໂດຍມີທ່ານ ບຸນຫຼາຍ ບຸດທິ ກຳມະການປະຈໍາພັກແຂວງຫົວ ໜ້າຄະນະຈັດຕັ້ງແຂວງ, ມີຂະແໜງການກ່ຽວຂ້ອງ, ຫົວໜ້າຫ້ອງການ ຍທຂ ເມືອງ 4 ເມືອງ, ພະນັກງານລັດ-ຖະກອນພາຍໃນພະແນກ ຍທຂ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ນາງ ກອງມະນີ ສຸວັນນະສານ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ເລກທີ 147/ຊກ, ລົງວັນທີ 19 ກໍລະກົດ 2023 ວ່າດ້ວຍອະນຸມັດໃຫ້ພະນັກງານນໍາພາ-ຄຸ້ມຄອງ ອອກພັກການ-ຮັບອຸດໜູນບໍານານຊຶ່ງໄດ້ຕົກລົງໃຫ້ ທ່ານ ທອງເທບ ສຸລິໂຍ ຮອງຫົວໜ້າພະແນກ ຍທຂ ອອກພັກຜ່ອນ-ຮັບອຸດໜູນບໍານານ ເລີ່ມແຕ່ງວດIII 2023 ເປັນຕົ້ນໄປ ແລະ ທ່ານ ແສງດາວັນ ສີຫາວົງ ຮອງຫົວຫໜ້າຂະແໜງກວດກາ ພະແນກ ຍທຂ ອອກພັກຜ່ອນ-ຮັບອຸດໜູນບໍານານ ເລີ່ມແຕ່ງວດIII 2023 ເປັນຕົ້ນໄປ.
ໂອກາດນີ້, ທ່ານ ບຸນຫຼາຍ ບຸດທິ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນ ແລະຜົນງານໃນແຕ່ລະດ້ານ ຂອງທັງ 2 ທ່ານ ທີ່ຍາດມາໄດ້ ຊຶ່ງໃນໄລຍະຜ່ານມາ ທັງ 2 ທ່ານ ແມ່ນໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ຄວາມຮູ້ຄວາມສາມາດ ເຂົ້າໃນການເຄື່ອນໄຫວນໍາພາ - ຊີ້ນໍາ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ທີ່ໄດ້ຮັບການມອບໝາຍມີຜົນສໍາເລັດເປັນຢ່າງດີ ແລະທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນພະແນກ ຍທຂ ຈົ່ງນໍາເອົາເປັນແບບຢ່າງທີ່ດີ ມານຳໃຊ້ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ສຳເລັດຜົນ.
ຂ່າວ-ພາບ: ພຸດທະສອນ

ຄໍາເຫັນ