ຊາວກະສິກອນຜະລິດກະສິກໍາຢູ່ຄົວເຮືອນ ເພື່ອສະໜອງອາຫານທ່ຽງ

ອົງການອາຫານໂລກ ແຂວງອຸດົມໄຊສ້າງກຸ່ມຊາວກະສິກອນຜະລິດກະສິກໍາຢູ່ຄົວເຮືອນ ເພື່ອສະໜອງອາຫານທ່ຽງ

ອົງການອາຫານໂລກ ແຂວງອຸດົມໄຊສ້າງກຸ່ມຊາວກະສິກອນຜະລິດກະສິກໍາຢູ່ຄົວເຮືອນ ເພື່ອສະໜອງອາຫານທ່ຽງ
ເພື່ອສົ່ງເສີມແລະເຮັດໃຫ້ແຜນງານອາຫານທ່ຽງຂອງລັດຖະບານ ສປປ ລາວ ມີການຂະຫຍາຍຕົວ ແລະ ຍືນຍົງ ໂດຍພາຍໃຕ້ການສະໜັບສະໜູນຂອງອົງການອາຫານໂລກ ໃນວັນທີ 9 ທັນວາ ນີ້, ທ່ານ ທອງວັນ ໄຊຍະສານ ຮອງຫົວໜ້າຫ້ອງການພາກສະໜາມອົງການອາຫານໂລກ ແຂວງອຸດົມໄຊແລະທັງ

 

ຮັບຜິດຊອບແຂວງຫຼວງນ້ຳທາ ແລະ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງອົງການອາຫານໂລກຕໍ່ສື່ມວນຊົນວ່າ: ພາຍໃນແຂວງອຸດົມໄຊ ວຽກງານຂອງອົງການອາຫານໂລກ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງ ມີ: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງແບງ, ເມືອງຮຸນ, ເມືອງປາກແບງ ແລະ ເມືອງງາ ຊຶ່ງມີ 4 ໜ້າວຽກ ປະກອບມີວຽກງານອາຫານທ່ຽງ; ວຽກງານໂພຊະນາການ; ວຽກງານກໍ່ສ້າງຊັບສິນຊຸມຊົນຊຶ່ງເປັນການສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ໄພທຳມະຊາດແລະ ວຽກງານຄຸ້ມຄອງໄພພິບັດ.

ທ່ານ ທອງວັນ ໄຊຍະສານ ກ່າວຕື່ມວ່າ: ສໍາລັບກິດຈະກຳອາຫານທ່ຽງໂຄງການໄດ້ມອບໃຫ້ລັດຖະບານ ສປປ ລາວ ຈັດຕັ້ງປະຕິບັດ, ລວມມີ 515 ໂຮງຮຽນ ໃນປີ 2019 ແລະ ປີ 2021 ໂດຍລັດຖະບານໄດ້ສະໜອງເງິນສົດ ໜຶ່ງພັນກີບ/ຄົນ ຕໍ່ຄາບ ແລະໃນນັ້ນແມ່ນຊຸມຊົນໄດ້ປະກອບສ່ວນວັດຖຸດິບໃນທ້ອງຖິ່ນ ແລະ ແຮງງານ.ພາຍຫຼັງມອບໃຫ້ທາງລັດຖະບານວຽກງານດັ່ງກ່າວ ໂຄງການແມ່ນໄດ້ສະໜັບສະໜູນທາງດ້ານເຕັກນິກວິຊາການເຊັ່ນ: ການຕິດຕາມຊຸກຍູ້ດ້ານກະສິກໍາ; ເຮັດສວນຄົວເຮືອນຮົ່ມຈໍານວນ 142 ຫຼັງ; ສົ່ງເສີມແລະສ້າງກຸ່ມຊາວກະສິກອນເພື່ອຜະລິດກະສິກໍາຢູ່ຄົວເຮືອນ ແລະ ສະໜອງອາຫານທ່ຽງ ມີ 1,000 ກວ່າຄອບຄົວ ຊຶ່ງໃນນີ້ ມີກຸ່ມສວນຄົວປູກຜັກ, ກຸຸ່ມລ້ຽງປາ ແລະ ກຸ່ມລ້ຽງໄກ່ພັນໄຂ່. ພ້ອມນັ້ນ,ກໍມີການຕິດຕາມຊຸກຍູ້ຂອງຂັ້ນເມືອງ ໃນດ້ານການສຶກສາ, ກະສິກໍາ ແລະ ມີການແລກປ່ຽນບົດຮຽນຊຶ່ງກັນແລະກັນ. ໄດ້ສ້າງສູນຮຽນຮູ້ໂພຊະນາການຢູ່ຂັ້ນຊຸມຊຸນ, ໃຫ້ຄວາມຮູ້ດ້ານໂພຊະນາການ ແລະ ການປ່ຽນແປງພຶດຕິກຳໃຫ້ກຸ່ມ1000ວັນ; ສ້າງແຜນພັດທະນາໂພຊະນາການຂັ້ນບ້ານແລະສົ່ງເສີມເຕັກນິກດ້ານກະສິກຳ ສະໜອງທຶນສວນຄົວເປົ້າໝາຍເພື່ອເອົາໄປປູກ-ລ້ຽງ ຝຶກອົບຮົມການປຸງແຕ່ງອາຫານໃຫ້ມີໂພຊະນາການແລະແປຮູບອາຫານແລະຖະໜອມອາຫານ; ສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ໄພທຳມະຊາດ ໄດ້ຈັດຕັ້ງປະຕິບັດການສ້າງແຜນຄຸ້ມຄອງໄພພິບັດຢູ່ຂັ້ນບ້ານ, ສ້າງຂີດຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຊຸມຊົນ, ສົ່ງເສີມເຕັກນິກກະສິກຳ ແລະ ລະບົບການເຕືອນໄພຕ່າງໆ, ປັບປຸງພື້ນຖານໂຄງລ່າງເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ, ສະໜອງອຸປະກອນກໍ່ສ້າງແລະດໍາເນີນແຜນງານເງິນສົດເພື່ອສ້າງຊັບສິນຊຸມຊົນ ແລະ ວຽກງານອື່ນໆ.

ນອກຈາກນັ້ນ, ທາງອົງການຍັງມີກິດຈະກຳຕອບໂຕ້ໄພພິບັດສຸກເສີນເປັນຕົ້ນແມ່ນໃນປີ2024ນີ້ໄດ້ໃຫ້ການຊ່ວຍເຫຼືືອເຂົ້າສານຈຳນວນ100ກວ່າໂຕນໃນເຫດການນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ ແລະ ສະໜັບສະໜູນດ້ານພາລາທິການ-ຂົນສົ່ງໂລຈີສຕິກໃຫ້ແກ່ພາກສ່ວນແຮງງານແລະສະຫວັດດີການສັງຄົມແຂວງອີກດ້ວຍ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ