ອົງການໄອຍະການປະຊາຊົນແຂວງອຸດົມໄຊ ເຂັ້ມງວດໃນການຈັດຕັ້ງປະຕິບັດນິຕິກໍາ

ອົງການໄອຍະການປະຊາຊົນແຂວງອຸດົມໄຊ ເຂັ້ມງວດໃນການຈັດຕັ້ງປະຕິບັດນິຕິກໍາ

ອົງການໄອຍະການປະຊາຊົນແຂວງອຸດົມໄຊ ເຂັ້ມງວດໃນການຈັດຕັ້ງປະຕິບັດນິຕິກໍາ
ໂດຍ: ວັນເພັງ ອົງການໄອຍະການປະຊາຊົນແຂວງອຸດົມໄຊໄດ້ຖືສໍາຄັນ, ເຂັ້ມງວດຕໍ່ກັບການຈັດຕັ້ງປະຕິບັດບັນດານິຕິກໍາ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9 ມັງກອນ 1990-9 ມັງກອນ 2025),

 

 ທ່ານນາງ ສົມຫວັງ ໄຊຍະຕິ ຫົວໜ້າອົງການໄອຍະການປະຊາຊົນແຂວງອຸດົມໄຊໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ຫໍປະຊຸມແຫ່ງຊາດວ່າ: ໃນການຈັດຕັ້ງປະຕິບັດນິຕິກໍາອົງການໄອຍະການປະຊາຊົນເປັນອົງການທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ. ນອກຈາກລະບຽບກົດໝາຍແລ້ວທາງຄະນະພັກ, ຄະນະນໍາຂອງອົງການໄອຍະການປະຊາຊົນສູງສຸດຍັງຖືສໍາຄັນຕໍ່ການອອກນິຕິກໍາລຸ່ມກົດໝາຍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍມີຄວາມເຂັ້ມງວດ.

ທ່ານນາງ ສົມຫວັງ ໄຊຍະຕິ ກ່າວໃຫ້ຮູ້ອີກວ່າ: ອົງການໄອຍະການປະຊາຊົນແຂວງອຸດົມໄຊໄດ້ຖືສໍາຄັນ, ເຂັ້ມງວດຕໍ່ກັບການຈັດຕັ້ງປະຕິບັດບັນດານິຕິກໍາທີ່ຂັ້ນເທິງສົ່ງໃຫ້ເປັນຕົ້ນພາຍຫຼັງທີ່ໄດ້ຮັບແຈ້ງການ ຫຼື ຄໍາສັ່ງຈາກອົງການໄອຍະການປະຊາຊົນສູງສຸດສົ່ງໃຫ້ກໍໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ນໍາໄປລາຍງານໃຫ້ອົງການປົກຄອງຮັບຊາບ. ນອກຈາກນັ້ນ, ຖ້າວ່ານິຕິກໍາທີ່ຕິດພັນກັບເຈົ້າໜ້າທີ່ ຫຼືພາກສ່ວນທີ່ກ່ຽວຂ້ອງກໍໄດ້ມີການປະສານສົມທົບ, ມີການປະຊຸມ. ຫຼັງຈາກນັ້ນ, ກໍໄດ້ຂຶ້ນແຜນ ແລະ ລົງເຜີຍແຜ່ຢູ່ໃນຂັ້ນເມືອງຈົນຮອດຂັ້ນແຂວງໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ. ສະນັ້ນ, ການຈັດຕັ້ງປະຕິບັດນິຕິກໍາຢູ່ແຂວງອຸດົມໄຊກໍຍັງມີຂໍ້ສະດວກ ແລະ ຂໍ້ຫຍຸງຍາກ. ສໍາລັບຂໍ້ສະດວກພວກເຮົາມີນິຕິກໍາຂອງຂັ້ນເທິງທີ່ສົ່ງມາໃຫ້; ໄດ້ຮັບການໃກ້ຊິດຕິດແທດ, ມີການຊີ້ນໍາ-ນໍາພາຈາກອົງການປົກຄອງແຂວງ, ຈາກອົງການໄອຍະການປະຊາຊົນສູງສຸດ, ສະພາປະຊາຊົນແຂວງ. ສະນັ້ນ, ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດເຜີຍແຜ່ນິຕິກໍາໄດ້ຮັບໝາກຜົນພໍສົມຄວນ. ຜ່ານການຈັດຕັ້ງປະຕິບັດແລ້ວກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກຈໍານວນໜຶ່ງ ເປັນຕົ້ນນິຕິກໍາທີ່ຂັ້ນເທິງໄດ້ອອກມີຈໍານວນຫຼາຍແຕ່ວ່າຢູ່ໃນການຈັດຕັ້ງປະຕິບັດກໍຍັງມີນິຕິກໍາຈໍານວນໜຶ່ງທີ່ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ. ໃນນັ້ນ, ຍັງມີເຫດຜົນໃນຕົວ ແລະ ນອກຕົວ ໂດຍສະເພາະເຫດຜົນໃນຕົວບາງຄັ້ງສົ່ງໃຫ້ຂັ້ນເມືອງຜັນຂະຫຍາຍຕໍ່, ການຜັນຂະຫຍາຍນັ້ນບາງຄັ້ງຍັງບໍ່ທັນທົ່ວເຖິງ, ບໍ່ທັນຮອດປະຊາຊົນ ຫຼືພາກສ່ວນທີ່ກ່ຽວຂ້ອງເທົ່າທີ່ຄວນ; ພະນັກງານທີ່ລົງໂຄສະນາເຜີຍແຜ່ຍັງກໍາເນື້ອໃນບໍ່ທັນແໜ້ນເຮັດໃຫ້ການເຜີຍແຜ່ຍັງບໍ່ທັນໄດ້ດີ. ແນ່ນອນການຈັດຕັ້ງປະຕິບັດຖ້າເຮົາເຜີຍແຜ່ເຊື່ອມຊຶມຄວາມຮັບຮູ້-ເຂົ້າໃຈບໍ່ເລິກເຊິ່ງແນ່ນອນການຈັດຕັ້ງປະຕິບັດຈະບໍ່ໄດ້ຮັບໝາກຜົນເຕັມທີ່.

ທ່ານນາງ ສົມຫວັງ ໄຊຍະຕິ ກ່າວເນັ້ນຕື່ມວ່າ: ສໍາລັບການຈັດຕັ້ງປະຕິບັດທີ່ພົ້ນເດັ່ນແຂວງອຸດົມໄຊ ແມ່ນໄດ້ຈັດຕັ້ງການເຜີຍແຜ່, ຈັດຕັ້ງປະຕິບັດເປັນຕົ້ນມະຕິ 112ຂອງກົມການເມືອງສູນກາງພັກວ່າດ້ວຍການຍົກສູງຄຸນນະພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາຕໍ່ກັບນິຕິກໍາ, ມະຕິດັ່ງກ່າວອົງການໄອຍະການປະຊາຊົນໄດ້ເປັນເຈົ້າການໃນການປະສານສົມທົບກັບອົງການປົກຄອງແຂວງ, ປ້ອງກັນຄວາມສະຫງົບ (ປກສ) ແຂວງ ແລະ ໄດ້ສ້າງແຜນຮ່ວມກັນຕິດພັນກັບນິຕິກໍາຂອງປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ(ປກສ), ໄດ້ລົງຈັດຕັ້ງການເຜີຍແຜ່ຢູ່ໃນ 7 ເມືອງຂອງແຂວງ ຖືວ່າສໍາເລັດ ເພື່ອຮັບປະກັນເນັ້ນບາງຂໍ້ກ່າວຫາພວກເຮົາຍັງບໍ່ທັນເຂັ້ມງວດໃນການດໍາເນີນ ຊຶ່ງຈະເນັ້ນເລື່ອງການບໍລິຫານພາຍຫຼັງທີ່ມີການລົງໄປເຜີຍແຜ່ນິຕິກໍາດັ່ງກ່າວ ຖືໄດ້ວ່າມີຫຼາຍຂໍ້ກ່າວຫາທີ່ໄດ້ຮັບການສັ່ງຟ້ອງໃຫ້ສານຕັດສິນ; ກ່ຽວກັບການຜັນຂະຫຍາຍ ຫຼືຈັດຕັ້ງປະຕິບັດຕາມແຈ້ງການເລກທີ 013 ຂອງປກສ ແລະ ຄໍາສັ່ງເລກທີ 006ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການຕິດຕາມກວດກາເຂັ້ມງວດໃນການດໍາເນີນຄະດີຕໍ່ຜູ້ທີ່ປູກ, ນໍາໃຊ້, ຄ້າຂາຍນໍ້າກະທ້ອມ, ຢາສູບໄຟຟ້າ ແລະ ອື່ນໆຊຶ່ງໄດ້ລາຍງານໃຫ້ອົງການປົກຄອງຮັບຊາບ ແລະ ສົມທົບກັບພະແນກສາທາລະນະສຸກ,ກອງບັນຊາການ ປກສ ແຂວງ ໄດ້ແຕ່ງຕັ້ງກັນລົງໂຄສະນາເຜີຍແຜ່ຢູ່ໃນ 7 ເມືອງ ແລະ 4 ຈຸດຂອງເທດສະບານເມືອງໄຊ ແຂວງອຸດົມໄຊ. ນອກນັ້ນ,ຍັງມີໂປສເຕີໃນການໂຄສະນາເດັດຂາດໃນການດໍາເນີນຄະດີຕໍ່ຜູ້ລະເມີດຖືວ່າສໍາເລັດຢູ່ໃນ 28 ປ້າຍ ຢູ່ໃນຈຸດສໍາຄັນຕ່າງໆຊຶ່ງອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ແມ່ນໄດ້ເຂັ້ມງວດເປັນຢ່າງດີຕໍ່ວຽກງານດັ່ງກ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ