ອົງການກາແດງແຂວງສາລະວັນ, ອົງການກາແດງແຫ່ງຊາດລາວ, ອົງການກາແດງສະວິດ ປະຈໍາລາວ, ອົງການອາຫານໂລກ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ທີ່ເປັນຄູ່ຮ່ວມງານໂຄງການຊ່ວຍເຫຼືອປະຊາຊົນທີ່ພົບບັນຫາການຄ້ຳປະກັນດ້ານສະບຽງອາຫານ ໄດ້ສະຫຼຸບ, ຖອດຖອນບົດຮຽນ ແລະ ປຶກສາຫາລືຂັ້ນແຂວງ ກ່ຽວກັບຜົນສໍາເລັດການແຈກຢາຍເຂົ້າສານຈ້າວໃນ 7 ເມືອງເປົ້າໝາຍໂຄງການ ທີ່ແຂວງສາລະວັນ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 8 ພະຈິກ 2023, ທີ່ສະໂມສອນວິທະຍາໄລຄູສາລະວັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ກົງສິດ ອຸ່ນຈິດ ຫົວໜ້າອົງການກາງແດງແຂວງ, ທ່ານ ສີວິໄລ ໄຊຍະລາດ ຄະນະຫ້ອງການຂົນຂວາຍແຫຼ່ງທຶນ ແລະຊ່ວຍເຫຼືອບັນເທົາທຸກ, ທ່ານ ນາງ ກາເບວລາດ ຜູ້ຮັບຜິດຊອບວຽກງານກຽມຄວາມພ້ອມ ແລະຕອບໂຕ້ໄພພິບັດ ປະຈຳຫ້ອງການພາກພື້ນບາງກອກ ປະເທດໄທ ແລະ ທ່ານ ບຸນລໍ່າ ສຸວັນນະຊັບ ຜູ້ຕາງໜ້າກາງແດງສະວິດ ປະຈຳລາວ, ບັນດາທ່ານຮອງເຈົ້າເມືອງ 7 ເມືອງ, ບັນດາທ່ານທີ່ມາຈາກ ອົງການກາແດງລາວ, ກາແດງສະວິດ, ພະແນກ ຮສສ ແຂວງ, ຫ້ອງການ ຮສສ ເມືອງ, ກາແດງເມືອງ, ອົງການອາຫານໂລກ ແລະ ແຂກທີ່ຖືກ ເຊີນເຂົ້າຮ່ວມ.
ທ່ານ ນາງ ກົງສິດ ອຸ່ນຈິດ ຫົວໜ້າອົງການກາແດງແຂວງສາລະວັນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ກັບວຽກງານຊ່ວຍເຫຼືອດ້ານມະນຸດສະທໍາ ເພື່ອໃຫ້ປະຊາຊົນຜູ້ດ້ອຍໂອກາດເຂົ້າເຖິງການຄ້ຳປະກັນດ້ານສະບຽງອາຫານ ກໍຄືເພື່ອບັນເທົາທຸກໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກສະພາບຄວາມຫຍຸ້ງຍາກດ້ານຕ່າງໆ ແນໃສ່ໃຫ້ບັນດາທ່ານທີ່ເຂົ້າຮ່ວມ ມີການປະກອບຄໍາຄິດເຫັນໃສ່ການຈັດຕັ້ງປະຕິບັດການແຈກຢາຍເຂົ້າ ຂອງແຕ່ລະເມືອງ ມີຜົນສໍາເລັດ, ຈຸດດີ ແລະ ຂໍ້ຄົງຄ້າງ ເພື່ອຈະໄດ້ນໍາໄປປັບປຸງແກ້ໄຂ ແລະ ຖອດຖອນບົດຮຽນໃນຕໍ່ໜ້າໃຫ້ດີຂຶ້ນ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນຈາກອົງການອາຫານໂລກ ເປັນປະເພດເຂົ້າສານຈ້າວ ຈໍານວນ 429.920ກິໂລ ໂດຍເປົ້າໝາຍຂອງໂຄງການແມ່ນມອບໃຫ້ຜູ້ທຸກຍາກດ້ອຍໂອກາດ ໃນຈໍານວນ 7 ເມືອງຂອງແຂວງສາລະວັນຄື: ເມືອງເລົ່າງາມ 12 ບ້ານ, ມີ 1.281 ຄອບຄົວ, ເມືອງສາລະວັນ 12 ບ້ານ, 983 ຄອບຄົວ, ເມືອງສະໝ້ວຍ 22 ບ້ານ, 1.172 ຄອບຄົວ, ຕະໂອ້ຍ 14 ບ້ານ, 1.396 ຄອບຄົວ, ຕຸ້ມລານ 10 ບ້ານ, 908 ຄອບຄົວ ແລະເມືອງວາປີ 11 ບ້ານ, 939 ຄອບຄົວລວມມທັງໝົດ 88 ບ້ານ 7.717 ຄອບຄົວ. ຊຶ່ງໄລຍະເວລາ ແລະ ກິດຈະກໍາໃນການຈັດຕັ້ງປະຕິບັດແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ກາງເດືອນພຶດສະພາຈົນເຖິງເດືອນສິງຫາ 2023ຊຶ່ງໄດ້ມີການຄັດເລືອກຄູ່ຮ່ວມງານ ການແຈກຢາຍ ( WFP), ຝຶກອົບຮົມຂໍ້ມູນພື້ນຖານໂຄງການ, ປະຖົມນິເທດໃຫ້ຄູ່ຮ່ວມງານ, ເກັບກໍາລາຍຊື່ບ້ານເປົ້າໝາຍ, ການວາງແຜນ ແລະ ສ້າງຕັ້ງທີມງານໂດຍອີງໃສ່ລາຍຊື່ ບ້ານເປົ້າໝາຍ, ນໍາສະເໜີໂຄງການຈັດຝຶກອົບຮົມຂັ້ນແຂວງ-ຂັ້ນເມືອງ, ການວາງແຜນການແຈກຢາຍໂດຍອີງໃສ່ຂໍ້ມູນຂອງແຂວງ (ກດລ), ການຂົນສົ່ງອາຫານເຖິງຈຸດແຈກຢາຍ ແລະການແຈກຢາຍອາຫານໃຫ້ຜູ້ໄດ້ຮັບຜົນປະໂຫຍດ. ຈາກນັ້ນກອງປະຊຸມຍັງໄດ້ແບ່ງກຸ່ມອອກເປັນ 4 ກຸ່ມ ເພື່ອແລກປ່ຽນ, ຖອດຖອນບົດຮຽນ ແລະ ປຶກສາຫາລືກັນໃນຫຼາຍບັນຫາທີ່ສໍາຄັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າຫາກມີການຊ່ວຍເຫຼືອໃຫ້ມີປະສິດສິດທິພາບ ແລະ ປະສິດທິຜົນຂຶ້ນ.
ຂ່າວ: ທິດລານີ ໂຄດໂຍທາ.

ຄໍາເຫັນ