ອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບຄະນະສະພາກາແດງ ສ ເກົາຫຼີ

ອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບ ຄະນະສະພາກາແດງ ແລະ ຜູ້ໃຫ້ທຶນ ຈາກ ສ ເກົາຫຼີ ຢ້ຽມຢາມ ແລະ ມອບອຸປະກອນການຮຽນໃຫ້ແກ່ໂຮງຮຽນປະຖົມດວງບຸດດີ ເມືອງໄຊທານີ ແລະ ໂຮງຮຽນປະຖົມແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ພາຍໃຕ້ໂຄງການ: “ຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂຮງຮຽນ”, ໃນວັນທີ 14 ທັນວານີ້.
    ເປັນກຽດໃນພິທີ ໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ, ທ່ານ ຊຸງ ຮາ ເຈັງ ຫົວໜ້າທິມບໍລິຫານກາແດງ ແຂວງ ຈີ ອອງ ນາມ ສ ເກົາຫຼີ ພ້ອມດ້ວຍຄະນະ.  ຈຸດປະສົງ ເພື່ອເປັນການສະຫຼຸບສັງລວມຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດໃນການຊ່ວຍເຫຼືອໂຮງຮຽນ (ໂຮງຮຽນປະຖົມ ດວງບຸດດີ ເມືອງໄຊທານີ ແລະ ໂຮງຮຽນປະຖົມ ບ້ານແສນດິນ ເມືອງນາຊາຍທອງ) ໃຫ້ຄະນະສະພາກາແດງ ສ ເກົາຫຼີ ແລະ ອາສາສະໝັກ ທີ່ມາຢ້ຽມຢາມ ໄດ້ຮັບຮູ້ ແລະ ເພື່ອເປັນການນໍາສະເໜີ 3 ໂຮງຮຽນ ໃນເມືອງ ໄຊທານີ  (ໂຮງຮຽນ ອະນຸບານ ບ້ານນາພອກ, ໂຮງຮຽນປະຖົມ ສົມບູນອຸດົມຜົນ ແລະ ໂຮງຮຽນປະຖົມສົມບູນ ບ້ານວຽງແກ້ວ) ນະຄອນຫຼວງວຽງຈັນ ຕື່ມອີກ.
    ໃນພິທີ, ທ່ານ ສີວິໄລ ໄຊຍະລາດ ຄະນະຫ້ອງການຂົນຂວາຍແຫຼ່ງທຶນ ແລະ ບັນເທົາທຸກ ອົງການກາແດງແຫ່ງຊາດລາວ ໄດ້ລາຍງານ ປະຫວັດຄວາມເປັນມາໂດຍຫຍໍ້ ໂຄງການຮ່ວມມື ອົງການກາແດງລາວ-ກາແດງ ສ ເກົາຫຼີ ຊຶ່ງເລີ່ມມາແຕ່ປີ 2010 – 2016 ໄດ້ມີການແລກປ່ຽນກິດຈະກໍາຊາວໜຸ່ມ, ປີ 2017 ວຽກງານຊ່ວຍເຫຼືອບັນເທົາທຸກ ໄດ້ຮັບການສະໜັບສະໜູນ ໂຄງການຫຼຸດຜ່ອນໄພພິບັດ 2 ໂຮງຮຽນ ທີ່ນະຄອນຫຼວງວຽງຈັນ, 2018 ໄດ້ຮັບເຄື່ອງຊ່ວຍເຫຼືອສຸຂະນາໄມ  ແຂວງອັດຕະປື, 2021ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ກາແດງ ສ ເກົາຫຼີ, 2022 ໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນ 5 ຂອງເມືອງພູວົງ ແຂວງອັດຕະປື ແລະ ວຽກງານອື່ນໆ. 
    

ຂ່າວ: ເປ4ພະແນກຕ່າງປະເທດ ສີວັນ 17.12.2023
ຄະນະກວດກາສູນກາງ ປາຖະກະຖາເອກະສານສໍາຄັນຂອງພັກ-ຂອງຊາດ
    ຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດຄື: ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນປະກາດເອກະລາດ ຄົບຮອບ 78 ປີ, ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ  75 ປີ, ໃນວັນທີ 14 ທັນວານີ້, ທີ່ສະໂມສອນຂອງຄະນະກວດກາສູນກາງ.
    ເປັນກຽດໃນພິທີ ໂດຍ ທ່ານ ສີໄນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານກວດກາສູນກາງພັກ ແລະ ຮອງຫົວໜ້າອົງການກວດກາແຫ່ງລັດ, ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານ-ລັດຖະກອນ.
    ຈຸດປະສົງຂອງພິທີ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້, ກໍາແໜ້ນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດທີ່ດີເລີດ ຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອປະຫວັດສາດ, ຄວາມອົງອາດກ້າຫານ ແລະ ຄວາມເສຍສະຫຼະອັນສູງສົ່ງຂອງບັນພະບູລຸດລາວ ໃນສະໄໝຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ.
    ທ່ານ ສີໄນ ມຽງລາວັນ ໄດ້ເຜີຍແຜ່ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຊຶ່ງໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດ, ແບບຢ່າງທີ່ດີເລີດ ແລະ ຮໍ່າຮຽນເອົາແບບຢ່າງດີເລີດຂອງປະທານ ໄກສອນ ພົມວິຫານ.  ປະທານ ໄກສອນ ພົມວິຫານ ໄດ້ຮັບຮູ້ແຈ້ງວ່າ: “ການປະຕິວັດຕ່າງກັບການປະຕິຮູບ ແລະ ການລັດຖະປະຫານ, ການປະຕິວັດ ແມ່ນການຕໍ່ສູ້ຊົນຊັ້ນ ທີ່ດຸເດືອດຂ້ຽວຂາດ”. ສະນັ້ນ, ຢາກເອົາຊະນະສັດຕູ ຕ້ອງມີນໍ້າໃຈປະຕິວັດ ເດັດດ່ຽວໜຽວແໜ້ນ ແລະ ຕໍ່ສູ້ສຸດກົກສຸດປາຍ. ກ່ອນອື່ນໝົດ ແມ່ນຕ້ອງມີກຳລັງປະຕິວັດ ແລະ ມີຖານທີ່ໝັ້ນ ເພື່ອເປັນບ່ອນອີງໃຫ້ແກ່ການຕໍ່ສູ້ອັນຍືດເຍື້ອຍາວນານ, ເພາະວ່າພວກເຮົາ ຕໍ່ສູ້ກັບສັດຕູ ທີ່ມີຄວາມເຂັ້ມແຂງທີ່ສຸດ ຊຶ່ງບໍ່ສາມາດເອົາຊະນະສັດຕູໄດ້ ໃນໄລຍະທາງອັນສັ້ນ. ຈາກແນວຄິດຊີ້ນໍາ ທີ່ເປັນຍຸດທະສາດດັ່ງກ່າວ ດ້ວຍຄວາມເປັນເອກະພາບສູງ, ເພິ່ນ ຈຶ່ງໄດ້ນໍາພາກໍ່ສ້າງຖານທີ່ໝັ້ນການປະຕິວັດຂຶ້ນ ເລີ່ມຈາກຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ, ແລ້ວຄ່ອຍໆຂະຫຍາຍອອກກາຍເປັນເຂດປົດປ່ອຍອັນກວ້າງໃຫຍ່.
ນອກນີ້, ປະທານ ໄກສອນ ພົມວິຫານ ຍັງໄດ້ຮັບຮູ້ແຈ້ງວ່າ: ຂະບວນການປະຕິວັດຢູ່ປະເທດເຮົາ ເພື່ອເອົາຊະນະກັບຈັກກະພັດຜູ້ຮຸກຮານ ຈຳເປັນຕ້ອງມີພັກນຳພາ. ຍ້ອນແນວນັ້ນ, ອີງຕາມການຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ປີ 1951, ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຮ່ວມກັບໝູ່ຄະນະສ້າງຕັ້ງ “ພັກປະຊາຊົນລາວ” ຂຶ້ນໃນວັນທີ 22 ມີນາ 1955 ຊຶ່ງແມ່ນ “ພັກປະຊາຊົນ ປະຕິວັດລາວ” ໃນປັດຈຸບັນ.
ນັບແຕ່ມີພັກນໍາພາຂະບວນການປະຕິວັດ ຂອງປະເທດເຮົາ ໄດ້ຮັບໄຊຊະນະເປັນກ້າວໆ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງຂຶ້ນເລື້ອຍໆ ໂດຍພາຍໃຕ້ການນໍາພາໂດຍກົງຂອງປະທານ ໄກສອນ ພົມວິຫານ ໃນຖານະທີ່ເປັນຜູ້ນຳໜ້າພາທາງ ແລະ ເປັນຜູ້ນໍາໃນຫຼາຍຕຳແໜ່ງ ໄດ້ນໍາພາການຕໍ່ສູ້ປະຕິວັດ ຢູ່ປະເທດເຮົາ ມີຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫຼວງໃນແຕ່ລະໄລຍະ ຂອງການປະຕິວັດ ຈົນກ້າວໄປສູ່ໄຊຊະນະຢ່າງສົມບູນ, ສາມາດທັບມ້າງແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ຄອບງຳປະເທດເຮົາ ເປັນເວລາ 80 ກວ່າປີ ໃຫ້ພັງລະລາຍລົງຢ່າງສິ້ນເຊິ່ງ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜົນງານ ແລະ ໄຊຊະນະຕະຫຼອດໄລຍະຂອງການປະຕິວັດ ໂດຍພາຍໃຕ້ການນໍາພາອັນປີຊາສາມາດ ຂອງປະທານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນໍາຄົນອື່ນໆ ທີ່ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ອັນສະຫງ່າອົງອາດ ຂອງຊາດລາວຕະຫຼອດໄປ.
ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນແລ້ວ, ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າ ໄດ້ນໍາພາທົ່ວປວງຊົນລາວທັງຊາດ ກໍ່ສ້າງລະບອບໃໝ່ ໂດຍປະຕິບັດສອງໜ້າທີ່ຍຸດທະສາດຄື: “ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ຕາມເສັ້ນທາງສັງຄົມນິຍົມ.  ບົນພື້ນຖານນັ້ນ, ປະທານ ໄກສອນ ໄດ້ມີຄວາມສະດຸ້ງໄວ ແລະ ຕັດສິນໃຈປັບປຸງແນວທາງແຜນນະໂຍບາຍ ແຫ່ງການກໍ່ສ້າງລະບອບໃໝ່ໃຫ້ສອດຄ່ອງ. ອັນພົ້ນເດັ່ນທີ່ສຸດ ແມ່ນການນໍາພາລິເລີ່ມຄົ້ນຄວ້າວາງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ. ເພິ່ນ ໄດ້ຮ່ວມກັບໝູ່ຄະນະນໍາພາການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຢ່າງມີບາດກ້າວ ແລະ ມີຂັ້ນຕອນທີ່ເໝາະສົມ ຊຶ່ງເລີ່ມຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເປັນຕົ້ນມາ ແລະ ມີໝາກຜົນເທົ່າປັດຈຸບັນ. (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ