ເຊື່ອມຊຶມເອກະສານສໍາຄັນຂອງພັກ ແລະ ມູນເຊື້ອອັນສໍາຄັນຂອງຊາດ

ອົງການກວດສອບແຫ່ງລັດເຜີຍແຜ່ເອກກະສານແລະມູນເຊື້ອອັນສໍາຄັນຂອງພັກຂອງຊາດ

ອົງການກວດສອບແຫ່ງລັດເຜີຍແຜ່ເອກກະສານແລະມູນເຊື້ອອັນສໍາຄັນຂອງພັກຂອງຊາດ
ອົງການກວດສອບແຫ່ງລັດໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ ແລະ ມູນເຊື້ອອັນສໍາຄັນຂອງຊາດຂຶ້ນໃນວັນທີ 13 ທັນວາ ນີ້,

ໂດຍການເຜີຍແຜ່ຂອງ ສະຫາຍ ເຄນ ລໍວັນໄຊ ຮອງເລຂາຄະນະພັກ ຮອງປະທານອົງການກວດສອບແຫ່ງລັດ ມີຄະນະນໍາອົງການກວດສອບແຫ່ງລັດ, ຫ້ອງການ, ບັນດາກົມ,ສະຖາບັນຄົ້ນຄວ້າແລະຝຶກອົບຮົມວຽກງານກວດສອບ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ມີ: ເອກະສານປາຖະກະຖາສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 49ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104ປີ ແລະ ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9ສະໄໜທີ XI.

ໃນພິທີ, ສະຫາຍ ເຄນ ລໍວັນໄຊໄດ້ຫວນຄືນມູນເຊື້ອຂອງຊາດທີ 2 ທັນວາ ໄຊຊະນະອັນໃຫຍ່ຫຼວງຂອງປວງຊົນລາວໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການພັດທະນາ49ປີ ຊຶ່ງ ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໜາຍຄວາມສໍາຄັນສໍາລັບທົວພັກ,ທົ່ວລັດ ແລະ ທົ່ວປວງຊົນລາວ,ຕະຫຼອດໄລຍະຂອງການຕໍ່ສູ້ອັນເນື່ອງນິດລຽນຕິດເກືອບໜຶ່ງສະຕະວັດ ຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໜ່; ໄລຍະທີ່ດຸເດືອດ, ຂ້ຽວຂາດ, ຫຍຸ້ງຍາກ, ລໍາບາກກວ່າໝູ່ໜົດ; ແຕ່ກໍເປັນໄລຍະຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບໃໜ່ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວໂດຍມີ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກເປັນຜູ້ນໍາພາ; ວັນຊາດທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່, ທີ່ແລກມາດ້ວຍເລືອດເນື້ອເຫື່ອໄຄຂອງນັກຮົບປະຕິວັດແລະ ປະຊາຊົນບັນດາເຜົ່າບໍ່ຈັກວ່າເທົ່າໃດ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 49ຜ່ານມາ, ເຮັດໃຫ້ຊາດລາວຂອງພວກເຮົາເປັນທີ່ຮັບຮູ້ໃນເວທີສາກົນ,ສະຖານະຂອງຊາດລາວໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີໂລກ ແລະ ນອກນັ້ນກໍໄດ້ຍົກໃຫ້ເຫັນຊີວິດແລະການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ,ຕໍ່ປະເທດຊາດແລະຕໍ່ປະຊາຊົນລາວບັນດາເຜົ່າໃນໂອກາດວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ(13 ທັນວາ 1920–13 ທັນວາ 2024)ການປາຖະກະຖາເພື່ອເຮັດໃຫ້ບັນດາສະມາຊິກພັກ,ພະນັກງານ-ລັດຖະກອນທີ່ເຂົ້າຮ່ວມລະນຶກຄືນເຖິງເຫດການປະຫັວດສາດ,ເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງຕໍ່ມູນເຊື້ອຂອງຊາດ,ມູນເຊື້ອອັນປະເສີດໃນການນໍາພາທີ່ສະຫຼາດສ່ອງໃສ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ຍິ່ງໃຫຍ່ ຂອງປວງຊົນລາວບັນດາເຜົ່າ ໃນການນໍາພາຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດເພື່ອໃຫ້ຄົນຮຸ່ນໃໝ່ສືບທອດໄດ້ນໍາໄປເປັນແວ່ນແຍງໃນການໍາພາປະເທດຊາດ.ໃນພິທີປາຖະກະຖາຄັ້ງນີ້ທີ່ປະຊຸມຍັງຮັບຟັງການ ເຜີຍແຜ່ເຊຶ່ອມຊືມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີXI ຊຶ່ງໄດ້ຍົກໃຫ້ເຫັນວ່າ:ກອງປະຊຸມໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປະກອບຄວາມເຫັນ ແລະ ເຂົ້າໃຈເປັນເອກະພາບກັນ, ຕໍ່ບັນດາເນື້ອໃນ ດັ່ງນີ້:

1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

2. ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງປີ 2025;

3. ຕີລາຄາຜົນການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກ ອ້ອມຂ້າງກະຊວງ - ອົງການ;

4. ການປັບປຸງເອກະສານທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ(ຮ່າງໂຄງການເມືອງຂອງພັກສະບັບທີ 3, ຮ່າງລາຍງານການເມືອງ,ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ການປັບປຸງກົດລະບຽບຂອງພັກສະໄໝທີ XI);

5. ການປັບປຸງລັດຖະທຳມະນູນ ສະບັບປີ 2025;

6. ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວວຽກງານຕ່າງປະເທດ;

7. ກອງປະຊຸມໄດ້ວາງຈຸດສຸມນຳພາຊີ້ນຳ ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຊີ້ນຳລັດຖະບານ, ອົງການຂອງພັກ ແລະ ລັດ ຄະນະພັກແຕ່ລະຂັ້ນ ຈັດຕັ້ງປະຕິບັດວຽກງານຈຸດສຸມ ແຕ່ນີ້ ຮອດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI.

ຂ່າວ:ອົງການກວດສອບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ