![]() |
ທ່ານ ອາລຸນໄຊ ສູນນະລາດ ກ່າວໄຂກອງປະຊຸມ ບາງຕອນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສະຫຼຸບ-ຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ເພື່ອວາງຈຸດສຸມ ໃນໄລຍະ 6 ເດືອນທ້າຍປີ 2025 ແລະ ລົງເລິກຄົ້ນຄວ້າປຶກສາຫາລືໃນ 14 ຫົວຂໍ້ ແລະ ບາງຂົງເຂດວຽກງານຈໍານວນໜຶ່ງ ຕາມທີ່ກໍານົດໃນວາລະຂອງກອງປະຊຸມ ເຊັ່ນ: ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ໃນ 6 ເດືອນຕົ້ນປີ; ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ແລະ ສະຫຼຸບຕີລາຄາການຄຸ້ມຄອງການລົງທຶນຂອງລັດຂັ້ນແຂວງ ໄລຍະ 6 ເດືອນຕົ້ນປີ 2025; ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໄລຍະ 6 ເດືອນ ຕົ້ນປີ, ການຈັດຕັ້ງປະຕິບັດບ້ວງເງິນເກີນແຜນປີ 2024; ລາຍງານກ່ຽວກັບການປະຕິບັດມາດຕະການເພື່ອຫຼຸດຜ່ອນການນຳເຂົ້າ, ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ;ອ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາ, ປັບປຸງພື້ນຖານໂຄງລ່າງສຳຄັນຂອງແຂວງ (ໂຄງການປັບປຸງສະໜາມບິນ, ໂຄງການກໍ່ສ້າງເສັ້ນທາງຍຸດທະສາດສຳຄັນຂອງແຂວງ) ແລະ ການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະ 6 ເດືອນຕົ້ນປີ; ລາຍງານການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອສົ່ງອອກ ຕິດພັນກັບການຊຸກຍູ້ການຜະລິດລະດູຝົນ.ນອກນັ້ນ, ໃນກອງປະຊຸມ ຍັງໄດ້ປືກສາຫາລືການກະກຽມແກ່ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ເພື່ອກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ II.
(ຂ່າວ: ທັດຊະນະ)
ຄໍາເຫັນ