ອົງການປົກຄອງແຂວງໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ

ອົງການປົກຄອງແຂວງໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ
ໃນຕອນເຊົ້າວັນທີ 21 ທັນວານີ້, ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມອົງການປົກຄອງແຂວງ ເປີດກວ້າງຄັ້ງທີ II ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມມີ 2 ຫົວໜ້າກອງບັນຊາການ(ປກຊ-ປກສ), ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງຈາກ 11 ເມືອງເຂົ້າຮ່ວມໂດຍຜ່ານລະບົບວີດີໂອທາງໄກ.
    ໃນກອງປະຊຸມທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າຊອກຫາສາເຫດຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ປັບປຸງເຮັດໃຫ້ມີຜົນໄດ້ຮັບດີຂຶ້ນກວ່າເກົ່າເປັນຕົ້ນ ສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຍັງບໍ່ທັນໄດ້ຮັບການແກ້ໄຂໃຫ້ມີຄວາມສະຫງົບໄດ້ເຊັ່ນ: ບັນຫາການຄ້າ-ຂາຍຢາເສບຕິດ, ຂີ້ລັກ-ງັດແງະ, ລັກຊັບພົນລະເມືອງ, ລັກລອບນໍາເຂົ້າພາຫະນະບໍ່ຖືກຕ້ອງ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ຊຶ່ງເປັນສິ່ງທ້າທາຍ ແລະ ເປັນໄພຂົ່ມຂູ່ ຕໍ່ການນໍາພາຂອງອົງການປົກຄອງແຂວງພວກເຮົາ, ພ້ອມນີ້ຜູ້ແທນກອງປະຊຸມຈະໄດ້ເອກະພາບກັນກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານ ໃນປີ 2024 ຕິດພັນກັບ 2 ວາລະແຫ່ງຊາດ, ພ້ອມກັນຄົ້ນຄວ້າປຶກສາຫາລືເນື້ອໃນສຳຄັນຄື: ວາລະທີ1: ສະຫຼຸບຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງໄຊຍະບູລີ ປະຈຳປີ 2023 ແລະ ທິດທາງແຜນວຽກຈຸດສຸມ ປີ 2024 ແລະ ວາລະທີ 2: ລາຍງານກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຈາກນັ້ນ ກອງປະຊຸມຈະໄດ້ປະກອບຄໍາຄິດ-ຄໍາເຫັນ ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນຄົບຖ້ວນສົມບູນເລິກເຊິ່ງ,ສັງລວມໃຫ້ໄດ້ບັນຫາພົ້ນເດັ່ນ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ ແນໃສ່ສ້າງປະໂຫຍດສູງສຸດໃຫ້ແກ່ກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ດໍາເນີນຕາມແຜນ ແລະມີຜົນສໍາເລັດຕາມຈຸດປະສົງຄາດໝາຍວາງໄວ້ຢ່າງຈົບງາມ,ໃນກອງປະຊຸມ ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການແຂວງກໍໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງປະຈຳປີ 2023ແລະ ທິດທາງແຜນວຽກຈຸດສຸມປີ 2024 ຊຶ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຂອງບັນດາຂະແໜງການ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກອງປະຊຸມແມ່ນດໍາເນີນເປັນເວລາ 2 ວັນຈຶ່ງສໍາເລັດ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກໄຊຍະບູລີ)22126933

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ