ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ

ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ

ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສ້າງຄວາມເຂັ້ມແຂງໃຫ້ພະນັກງານໄອຍະການປະຊາ ຊົນແຕ່ລະຂັ້ນໃຫ້ມີທັກສະ ແລະ ມີຄວາມຊໍານິຊໍານານ ໃນການຕິດຕາມກວດກາ ການດໍາເນີນຄະດີ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ໃນຂະນະດຽວກັນ ຈະສ້າງພະນັກງານໄອຍະການໃຫ້ເປັນຜູ້ຊໍານານງານ ແລະ ກ້າວເປັນມືອາຊີບ.
ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ.
ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊີ້ແຈງວ່າ: ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການດໍາເນີນຄະດີຢູ່ສານ ຍັງມີຄະດີຈໍານວນໜຶ່ງ ທີ່ສານບໍ່ເອົາຕາມຄໍາຖະແຫຼງຂອງໄອຍະການນັ້ນ ພວກເຮົາກໍໄດ້ມີແຜນການສ້າງຄວາມເຂັ້ມແຂງໃຫ້ພະນັກງານໄອຍະການປະຊາຊົນແຕ່ລະຂັ້ນໃຫ້ມີທັກສະ ແລະ ມີຄວາມຊໍານິຊໍານານ ໃນການຕິດຕາມກວດກາ ການດໍາເນີນຄະດີ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ມີຄວາມຮູ້ຄວາມສາມາດ ໃນການໂຕ້ຖຽງໃນທີ່ປະຊຸມສານ ຊຶ່ງແຕ່ລະປີພວກເຮົາຈະຝຶກອົບຮົມ ພະນັກງານໄອຍະການຜູ້ເຮັດວຽກງານຕົວຈິງໃຫ້ໄດ້ 4 ຊຸດຕໍ່ປີ ແລະ ໄດ້ສ້າງຄູ່ມືການໂຕ້ຖຽງໃນທີ່ປະຊຸມສານ ຄາດວ່າຈະສໍາເລັດໃນປີ 2026 ນີ້, ຖ້າເຮັດສໍາເລັດຕາມແຜນການທີ່ໄດ້ວາງໄວ້ ກໍຈະເຮັດໃຫ້ ການສັ່ງຟ້ອງ ແລະ ຖະແຫຼງຄະດີມີຄຸນນະພາບດີຂຶ້ນກວ່າເກົ່າ. ກ່ຽວກັບການສ້າງພະນັກງານໄອຍະການໃຫ້ເປັນຜູ້ຊໍານານງານ ແລະ ກ້າວສູ່ເປັນມືອາຊີບ ແມ່ນຈະພະຍາຍາມສ້າງ, ແຕ່ເບື້ອງຕົ້ນນັ້ນ ຈະໄດ້ສຸມໃສ່ສ້າງນິຕິກໍາ ເພື່ອເປັນບ່ອນອີງໃນການຄັດເລືອກ ເປັນຕົ້ນແມ່ນການກໍານົດມາດຕະຖານ, ເງື່ອນໄຂ ແລະ ການຄັດເລືອກບຸກຄະລາກອນ ແລະ ລະບຽບການຢັ້ງຢືນ ກ່ຽວກັບການເປັນມືອາຊີບໃນຂັ້ນຕໍ່ໄປ. ກ່ຽວກັບກໍານົດກິດຈະກໍາແກ້ໄຂວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດນັ້ນ ພວກເຮົາໄດ້ປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງ ເພາະວ່າ ວາລະດັ່ງກ່າວໄດ້ສໍາເລັດ ແລະ ມີການສະຫຼຸບແລ້ວ ຕໍ່ໄປແມ່ນການຈັດຕັ້ງປະຕິບັດ, ຕ່ໍກັບການກໍານົດມາດຖານ-ເງື່ອນໄຂຂອງພະນັກງານໄອຍະການປະຊາຊົນໄປປະຈໍາຢູ່ເມືອງ ແມ່ນໄດ້ອີງຕາມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແຕ່ຜ່ານມາພວກເຮົາກໍມີນະໂຍບາຍ ຕໍ່ກັບພະນັກງານໄອຍະການຜູ້ທີ່ອາສາສະໝັກໄປຢູ່ບ່ອນຫ່າງໄກສອກຫຼີກ ຕໍ່ບັນຫານີ້ ພວກເຮົາກໍໄດ້ຫຼຸດມາດຖານ-ເງື່ອນໄຂລົງ ເພື່ອໃຫ້ຜູ້ກ່ຽວສາມາດໄປປະຈໍາການໄດ້.
ໃນນັ້ນ, ວຽກງານສ້າງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ 5 ປີຜ່ານມາ ໄດ້ຂະຫຍາຍຈາກອົງການໄອຍະການປະຊາຊົນສູງສຸດ ໄປສູ່ບັນດາແຂວງຈໍານວນໜຶ່ງ ເຊັ່ນ: ແຂວງອຸດົມໄຊ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ແລະ ໃນແຜນການ 5 ປີຕໍ່ໝ້າ ຈະສືບຕໍ່ວຽກງານດັ່ງກ່າວທີ່ໄດ້ກໍານົດໄວ້ໃນແຜນງານທີ 4 ໂຄງການທີ 7, ກິດຈະກໍາທີ່ 6, ສືບຕໍ່ຂະຫຍາຍຫ້ອງການໃຫ້ຄໍາປຶກສາໃຫ້ແກ່ປະຊາຊົນໃນຂອບເຂດທົ່ວປະເທດ, ໃນນັ້ນ, ສໍາລັບການກໍານົດມາດຕະການລົງໂທດຕໍ່ພະນັກງານໄອຍະການທີ່ໄດ້ລະເມີດກົດໝາຍ ໃນເວລາປະຕິບັດໜ້າທີ່ ແມ່ນພວກເຮົາຈະໄດ້ປະຕິບັດວິໄນຢ່າງເຂັ້ມງວດ ແລະ ເດັດຂາດ ຕາມສະຖານໜັກ ຫຼື ເບົາ ແລະ ກໍໄດ້ກໍານົດໄວ້ໃນແຜນງານທີ 3 ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ຈະສົມທົບກັບອໍານາດການປົກຄອງທ້ອງຖິ່ນ ໃນເວລາຈັດຕັ້ງປະຕິບັດຕົວຈິງ.
(ຂ່າວ-ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ