ອອປສ ປະກອບສ່ວນສໍາຄັນເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ

ອອປສ ປະກອບສ່ວນສໍາຄັນເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ມີຄວາມສັກສິດ

ອອປສ ປະກອບສ່ວນສໍາຄັນເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ມີຄວາມສັກສິດ
ໂດຍ: ສ.ບຸດປະຊາ ເນື່ອງໃນໂອກາດ ສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025),

 

 ສະຫາຍ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ)ໄດ້ສະແດງຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວເມື່ອວັນທີ 3 ກຸມພາຜ່ານມາ; ພ້ອມດຽວກັນ, ກໍໄດ້ຍົກໃຫ້ເຫັນວ່າ ອອປສ ໄດ້ປະກອບສ່ວນສຳຄັນ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງ ສປປ ລາວ ນັບມື້ມີຄວາມສັກສິດ.

ສະຫາຍ ໄຊຊະນະ ໂຄດພູທອນໄດ້ກ່າວວ່າ: ໃນນາມສະມາຊິກພັກຂ້າພະເຈົ້າຮູ້ສຶກເອກອ້າງແລະພາກພູມໃຈເປັນຢ່າງຍິ່ງທີ່ຕະຫຼອດໄລຍະ70ປີຜ່ານມາເຫັນໄດ້ວ່າປະເທດຊາດຂອງພວກເຮົາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຊຶ່ງກ່ອນໜ້ານີ້ 70 ປີ ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ຍັງຕົກຢູ່ພາຍໃຕ້ລະບອບລ່າເມືອງຂຶ້ນ ແລະ ລະບອບສັກດີນາທີ່ຫຼ້າສະໄໝ ເຮັດໃຫ້ປະເທດຊາດຂອງພວກເຮົາຕົກຢູ່ພາຍໃຕ້ການບົງການທາງການເມືອງຈາກພາຍນອກ, ຂາດຄວາມເປັນເອກະລາດ ທີ່ຄົນພາຍໃນຊາດຕ້ອງກໍານົດຊາຕາກໍາຂອງຊາດຕົນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຂາດຄວາມເປັນເຈົ້າຂອງປະເທດຊາດ.

ຕໍ່ກັບສະພາບການທີ່ບ້ານເມືອງກໍາລັງຕົກຢູ່ໃນຄວາມມືດມົນຢູ່ນັ້ນ, ໂດຍໄດ້ຮັບແສງສະຫວ່າງຈາກລັດທິມາກ-ເລນິນ ທີ່ປະທານໂຮ່ຈິມິນ ໄດ້ນໍາເຂົ້າມາ, ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ) ກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໂດຍປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາຄະນະຊີ້ນໍາສູນກາງ(ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດໍາເນີນງານ 12 ຂໍ້ ຊຶ່ງເປັນໂຄງການການເມືອງສະບັບທໍາອິດ ເພື່ອແນໃສ່ຫຼ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຊັກຈູງປະຊາຊົນເຮົາ ດໍາເນີນການຕໍ່ສູ້ ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງ, ສາມາດເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ສູ້ຊົນເຮັດສໍາເລັດພາລະກິດປົດປ່ອຍຊາດ ເຮັດໃຫ້ປະເທດລາວ ເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ການສ້າງຕັ້ງພັກປະຊາຊົນລາວ ກັບການວາງນະໂຍບາຍ ແຜນດໍາເນີນງານ 12 ຂໍ້ ທີ່ກ່າວມານັ້ນ ແມ່ນມີຄວາມສໍາຄັນຫຼາຍ ເພາະມັນໄດ້ກໍານົດທິດທາງ, ບາດກ້າວອັນຈະແຈ້ງໃນພາລະກິດປະຕິວັດ, ພັກໄດ້ເດີນຕາມເສັ້ນທາງຂອງລັດທິມາກ-ເລນິນ, ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ; ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດນໍາພື້ນຖານໃນການເຄື່ອນໄຫວຂອງຕົນ, ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຢືນຢັນແຕ່ຫົວທີວ່າ “ພັກເຮົາ ໄດ້ກໍາເນີດເກີດຂຶ້ນ ໂດຍການປະສານສົມທົບ ລະຫວ່າງ ລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະຊີບອັນຜ່ອງໃສ”.

ເມື່ອປົດປ່ອຍປະເທດຊາດສໍາເລັດແລ້ວ, ພັກເຮົາໃນຖານະພັກກໍາອໍານາດໃນລະບອບປະຊາທິປະໄຕປະຊາຊົນ ໄດ້ນໍາພາປະຊາຊົນລາວບັນດາເຜົ່າປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງພັກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບ ຫຼາຍອັນພັນແນວ ເປັນຕົ້ນແມ່ນກໍາລັງການຜະລິດຫຼ້າຫຼັງ, ປະຖົມປະຖານ ພື້ນຖານການຜະລິດຍັງອ່ອນນ້ອຍ ບວກກັບພວກອິດທິກໍາລັງປໍລະປັກຍັງສືບຕໍ່ປະຕິບັດກົນອຸບາຍທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ, ພັກເຮົາໄດ້ມີໄຫວພິບການນໍາພາ ໂດຍໄດ້ນໍາພາປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ເປີດກວ້າງການຮ່ວມມືກັບທຸກປະເທດໃນພາກພື້ນ ແລະ ໃນໂລກ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ: ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືແບບສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງມີປະໂຫຍດ. ຕະຫຼອດໄລຍະ 70 ປີ ທີ່ຜ່ານມາພັກເຮົາ ໄດ້ນໍາເອົາຄວາມເປັນເອກະລາດມາສູ່ປະເທດຊາດ, ສ້າງໃຫ້ປະເທດຊາດເຮົາມີຄວາມສະຫງົບ, ປະຊາຊົນຍູ່ຖ່າງທຳມາຫາກິນ ແລະ ສ້າງສາບ້ານຊ່ອງຂອງຕົນ, ຖານະບົດບາດຂອງປະເທດເຮົາໄດ້ຮັບການຍອມຮັບ, ຍົກສູງໃນເວທີສາກົນ ແລະ ມີເພື່ອນມິດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ອັນນັ້ນ, ມັນໄດ້ສ້າງຄວາມເອກອ້າງທະນົງໃຈໃຫ້ພວກເຮົາທີ່ມີພັກນໍາພາເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ກາຍເປັນກໍາລັງແຮງສັງລວມຂອງຊາດ.

ເວົ້າສະເພາະ ອົງການໄອຍະການປະຊາຊົນ ແມ່ນ ອົງການລັດ ທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ. ອົງການໄອຍະການປະຊາຊົນແຕ່ລະຂັ້ນ ໄດ້ເອົາໃຈໃສ່ຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ໂດຍຖືເອົາການຄົ້ນຄວ້າ ແລະ ພິຈາລະນາຄະດີເປັນໜ້າທີ່ສໍາຄັນຕົ້ນຕໍ ໂດຍເຄົາລົບຫຼັກການຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລະ ຢຶດໝັ້ນ 4 ຮັບປະກັນຄື: ຮັບປະກັນຄວາມຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະ ທັນຕາມກໍານົດເວລາ. ໂດຍພາຍໃຕ້ການນຳພາຂອງພັກ, ອົງການໄອຍະການປະຊາຊົນໄດ້ຮັບການພັດທະນາແລະເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກແລະລັດມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໂດຍສະເພາະເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍຂອງສປປລາວນັບມື້ມີຄວາມຄ່ອງຕົວແລະສັກສິດຕາມລັດຖະທຳມະນູນແລະກົດໝາຍ, ສັງຄົມມີຄວາມສະຫງົບແລະຍຸຕິທຳເພີ່ມຂຶ້ນ,ສິດຜົນປະໂຫຍດຂອງລັດ, ລວມໝູ່ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າໄດ້ຮັບການປົກປ້ອງ, ຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະມາເຖິງ,ຄະນະບໍລິຫານງານພັກອົງການໄອຍະການປະຊາຊົນສູງສຸດ ໄດ້ປຸກລະດົມແລະຊຸກຍູ້ສະມາຊິກພັກ-ພະນັກງານເຂົ້າຮ່ວມໃນຂະບວນການຄົ້ນຄວ້າຮ່ຳຮຽນ, ເຊື່ອມຊຶມມະຕິຄຳສັ່ງ, ຄຳແນະນຳແລະເອກະສານສຳຄັນຕ່າງໆເປັນຕົ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ, ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ,ສ້າງຂະບວນການອອກແຮງງານ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານຂອງສັງຄົມ, ຂອງອົງການ, ກົມກອງຢ່າງເປັນຂະບວນຟົດຟື້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມທີ່ພັກ-ລັດວາງອອກ ໂດຍຕິດພັນກັບການພັດທະນາວຽກງານໄອຍະການ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ມີ (ມີແນວຄິດການເມືອງດີ, ມີການພັດທະນາ ແລະ ມີຄວາມສາມັກຄີ) ແລະ 4 ຮັບປະກັນ ທີ່ກ່າວມາຂ້າງເທິງແລ້ວໃຫ້ເຂົ້າສູ່ວຽກງານຕົວຈິງ.

ເນື່ອງໃນວັນສ້າງຕັ້ງພັກ ປປ ລາວຄົບຮອບ70ປີໃນນາມສ່ວນຕົວຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ,ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວແລະມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ ແລະ ສືບຕໍ່ຊີ້ນຳ-ນໍາພາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ