ອອປສແລະ ປກສ ລົງນາມຄຳແນະນຳຮ່ວມວ່າດ້ວຍການສັ່ງຟ້ອງຂຶ້ນສານ

ອອປສແລະ ປກສ ລົງນາມຄຳແນະນຳຮ່ວມວ່າດ້ວຍການສັ່ງຟ້ອງຂຶ້ນສານ
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີລົງນາມຄໍາແນະນໍາຮ່ວມ ລະຫວ່າງ ອອປສ ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ວ່າດ້ວຍການສັ່ງຟ້ອງຂຶ້ນສານໂດຍກົງ ໃນວັນທີ 21ທັນວານີ້ທີ່ອອປສ, ໂດຍການລົງນາມຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອອປສ ແລະ ທ່ານພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ  ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບມີຫົວໜ້າກົມ ແລະ  ພະນັກງານຫຼັກແຫຼ່ງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ ໄດ້ຂຶ້ນຜ່ານເນື້ອໃນຄໍາແນະນໍາຮ່ວມ ລະຫວ່າງ ອອປສ ແລະ ປກສ ວ່າດ້ວຍການສັ່ງຟ້ອງຂຶ້ນສານໂດຍກົງ ຊຶ່ງຄຳແນະນຳຮ່ວມດັ່ງກ່າວ ໄດ້ຮັບການຄົ້ນຄວ້າປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບການປະສານງານ ລະຫວ່າງ ອອປສ ແລະ ປກສ, ໂດຍມອບໃຫ້ຄະນະປະສານງານຂອງສອງຝ່າຍ: ໂດຍໃຫ້ຫົວໜ້າອອປສແລະຫົວໜ້າອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດຮັບຮູ້, ເຂົ້າໃຈ ກ່ຽວກັບການສັ່ງຟ້ອງຂຶ້ນສານໂດຍກົງ ແມ່ນຫົວໜ້າອົງການໄອຍະການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ໂດຍບໍ່ຈໍາເປັນຕ້ອງເປີດການສືບສວນ-ສອບສວນ;ການສັ່ງຟ້ອງຂຶ້ນສານໂດຍກົງຕ້ອງມີເງື່ອນໄຂຄື: ເປັນການກະທໍາຜິດໃນສະຖານລະຫຸໂທດຫຼື ໂທສານຸໂທດ ທີ່ກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າ 3 ປີ, ມີຫຼັກຖານຄົບຖ້ວນ. ເປັນຕົ້ນ. ເປັນການກະທໍາຜິດເຊິ່ງໜ້າ, ມີການຮັບສາລະພາບຂອງຜູ້ຖືກຫາ, ຂັ້ນຕອນ ແລະ ຄວາມຮັບຜິດຊອບໃນການສັ່ງຟ້ອງຂຶ້ນສານໂດຍກົງເມື່ອມີເງື່ອນໄຂຄົບຖ້ວນຕາມທີ່ກໍານົດໄວ້ໃນຂໍ້ 2, ຫົວໜ້າອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ, ຫົວໜ້າອອປສ ຕ້ອງມີຄວາມຮັບຜິດຊອບ ແລະ ປະຕິບັດຕາມຂັ້ນຕອນ.
ພິທີລົງນາມຄໍາແນະນໍາຮ່ວມ ລະຫວ່າງ ອອປສ ແລະ ປກສວ່າດ້ວຍການສັ່ງຟ້ອງຂຶ້ນສານໂດຍກົງ ໃນຄັ້ງນີ້ ເພື່ອແນໃສ່ ການເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍຢ່າງຮອບດ້ານ, ພາວະວິໄສ, ຖືກຕ້ອງຕາມຂະບວນຍຸຕິທໍາ, ຕິດຕາມກວດກາໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຂອງອອປສ ແລະ ອົງການສືບສວນ-ສອບສວນ, ເຈົ້າໜ້າທີ່ຕໍາຫຼວດ ໃນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ໃຫ້ຮັບປະກັນຖືກຕ້ອງຕາມແນວທາງ, ກົດໝາຍ ແລະ ຫຼັກການວິຊາສະເພາະ ເຮັດໃຫ້ສັງຄົມມີຄວາມຍຸຕິທໍາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ຂ່າວ-ພາບ: ນ້ອຍມີນາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ