ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລ Macquarie ຂອງອົສຕຣາລີໄດ້ເປີດເຜີຍວ່າ,ຍຸງສາມາດເຮັດໜ້າທີ່ເປັນນັກສຳຫຼວດສັດປ່າຂະໜາດນ້ອຍ ຊຶ່ງຊ່ວຍຕິດຕາມສັດປ່າທີ່ຫາຍາກ, ໃກ້ຈະສູນພັນ ແລະ ເປັນເຄື່ອງມືທີ່ມີປະສິດທິພາບ ທີ່ບໍ່ຮຸກຮານຄວາມເປັນຢູ່ຂອງສັດເພື່ອການອະນຸລັກ.

 

ທີມນັກຄົ້ນຄວ້າໄດ້ນຳໃຊ້ DNA ທີ່ພົບໃນເລືອດທີ່ຍຸງກິນເຂົ້າໄປ ລະບຸຊະນິດນົກ ແລະ ສັດລ້ຽງລູກດ້ວຍນົມທີ່ອາໄສຢູ່ໃນອຸທິຍານແຫ່ງຊາດກາກາດູ ໃນເຂດດິນແດນພາກເໜືອຂອງອົສຕຣາລີ ປະມານ 70 ຊະນິດ ຊຶ່ງລວມທັງສັດຫຼາຍຊະນິດທີ່ຫາຍາກ ຫຼື ຍາກທີ່ຈະສັງເກດເຫັນ.

ທີມງານຄົ້ນຄວ້າຈາກມະຫາວິທະຍາໄລ Macquarie ແລະ ກະຊວງການປ່ຽນແປງສະພາບອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ນ້ຳ ຂອງອົສຕຣາລີໄດ້ອະທິບາຍວ່າ: ເຕັກນິກດັ່ງກ່າວຄືການວິເຄາະ DNA ຂອງສັດຈາກຍຸງເພດແມ່ທີ່ຫາກໍກິນເລືອດ. ເມື່ອຍຸງຖືກຈັບໄດ້, ນັກວິທະຍາສາດສາມາດແຍກຮ່ອງຮອຍຂອງ DNA ເພື່ອລະບຸວ່າສັດຊະນິດໃດທີ່ອາໄສຢູ່ໃນພື້ນທີ່ນັ້ນ.

ຜົນການສຶກສາ ຊຶ່ງຕີພິມໃນວາລະສານ Environmental DNA ພົບວ່າ: ວິທີການນີ້ສາມາດກວດພົບສັດລ້ຽງລູກດ້ວຍນົມຫຼາຍຊະນິດໄດ້ຫຼາຍກວ່າອຸປະກອນຖ່າຍຮູບແບບດັ້ງເດີມເຖິງສອງເທົ່າ ແລະ ໃຊ້ເວລາເກັບຕົວຢ່າງພຽງ 2 ຄືນ ເມື່ອທຽບກັບການເຝົ້າຕິດຕາມດ້ວຍກ້ອງ 6 ອາທິດ.

ທ່ານ ແອນໂທນີ ຊາຣິຕັນ ຜູ້ກໍ່ຕັ້ງຫ້ອງທົດລອງ DNA ສິ່ງແວດລ້ອມ ແລະ ຕິດຕາມກວດກາຄວາມຫຼາກຫຼາຍທາງຊີວະພາບຂອງມະຫາວິທະຍາໄລ Macquarie ກ່າວວ່າ: ຍຸງເຮັດໜ້າທີ່ເປັນເຄື່ອງມືການເກັບຕົວຢ່າງທາງຊີວະພາບທຳມະຊາດທີ່ມີປະສິດທິພາບ ແລະ ຄືກັບ "ໂດຣນຂະໜາດນ້ອຍ" ບິນອ້ອມທຸກໆຄືນເພື່ອເກັບຕົວຢ່າງ.

ທີມງານຄົ້ນຄວ້າໄດ້ສັງເກດເຫັນວ່າ: ຍຸງຍ່ອຍເລືອດໄດ້ໄວ ແລະ ອາໄສຢູ່ໃກ້ກັບເຫຍື່ອ ຈຶ່ງຊ່ວຍໃຫ້ສາມາດລະບຸສັນຍານ DNA ຂອງສັດໃນພື້ນທີ່ໄດ້ຢ່າງຖືກຕ້ອງ. ວິທີການນີ້ຊ່ວຍໃຫ້ຕິດຕາມກວດກາຄວາມຫຼາກຫຼາຍທາງຊີວະພາບໂດຍບໍ່ລົບກວນຊີວິດຂອງສັດປ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຜົນການສຳຫຼວດຈາກ Robert Walters ຊຶ່ງເປັນບໍລິສັດຈັດຫາງານ ແລະ ໃຫ້ຄຳປຶກສາດ້ານຊັບພະຍາກອນມະນຸດລະດັບໂລກຂອງປະເທດອັງກິດ ໄດ້ສຳຫຼວດຄວາມຄິດເຫັນຜູ້ຊ່ຽວຊານ ແລະ ບໍລິສັດຕ່າງໆໃນສິງກະໂປ ຈຳນວນ 579 ແຫ່ງ ໃນເດືອນກັນຍາຜ່ານມາ, ຄາດຄະເນວ່າການເພີ່ມຂຶ້ນຂອງເງິນເດືອນໂດຍລວມໃນສິງກະໂປພາຍໃນປີ 2027 ຈະຍັງຄົງຢູ່ໃນລະດັບປານກາງສໍາລັບພະນັກ ງານປັດຈຸບັນ ແລະ ພະນັກງານໃໝ່. ຢ່າງໃດກໍຕາມ, ນາຍຈ້າງ ແລະ ຜູ້ຊ່ຽວຊານທີ່ກຳລັງຊອກວຽກໃໝ່ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍກ່ຽວກັບບັນຫານີ້.
ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ພະ​ຈິກ ຜ່ານມາ, ສ​ະ​ຫະ​ພັນ​ບານ​ເຕະ​ໂລກ ຫຼື FIFA ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ປະ​ເທດ​ເຈົ້າ​ພາບ​​ຈັດການ​ແຂ່ງ​ຂັນ​ບານ​ເຕະ​ຍິງ​​ຊີງ​ແຊັມໂລກ​ປີ 2031 ແລະ ປີ 2035.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ກົມພາສີຂອງ ສ ເກົາຫຼີ ລາຍງານວ່າ, ການສົ່ງອອກນັບແຕ່ວັນທີ 1 ຫາ 20 ພະຈິກ ມີມູນຄ່າທັງໝົດ 77.4 ຕື້ໂດລາ, ເພີ່ມຂຶ້ນ 101.5% ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງໄວວາ. ໃນຂະນະທີ່ມູນຄ່າການສົ່ງອອກສະເລ່ຍຕໍ່ມື້ບັນລຸ 4.84 ຕື້ໂດລາ, ເພີ່ມຂຶ້ນ 95.2%.
ຫວຽດນາມ ຈັດພິທີ​ສະ​ເຫຼີມ​ສະຫຼອງ 80 ປີ ວັນດໍາເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ 1

ຫວຽດນາມ ຈັດພິທີ​ສະ​ເຫຼີມ​ສະຫຼອງ 80 ປີ ວັນດໍາເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ 1

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີວັນດຳເນີນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1 (24/11/1946 – 24/11/2026).
ຈີນ​ຍິງ​ສົ່ງຍານ​ອະ​ວະ​ການ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ​ຢ່າງ​ສຳ​ເລັດ​ຜົນ

ຈີນ​ຍິງ​ສົ່ງຍານ​ອະ​ວະ​ການ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ​ຢ່າງ​ສຳ​ເລັດ​ຜົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວ​ລາ 8 ໂມງ 18 ນາ​ທີ​ຂອງວັນ​ທີ 25 ພະ​ຈິກ​ນີ້, ຈະຫຼວດ​ສົ່ງ​ຍານ​ຊາງ​ເຈີ່ງ 2F-Y24 ທີ່​ບັນ​ທຸກ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ໄດ້​ຖືກຍິງ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວ​​ຊວນ​​ຈີນ. ຫຼັງ​ຈາກ​ນັ້ນ​ປະ​ມານ 10 ນາ​ທີ, ຍານ​ອະ​ວະ​ກາດ​ໄດ້​ແຍກ​ອອກ​ຈາກ​ຈະຫຼວດ​ສົ່ງ​ຍານ​ຢ່າງ​ສຳ​ເລັດ​ຜົນ ແລະ ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້. ຈຸ​ບິນ​ອະ​ວະ​ກາດ​ມີ​ສະ​ພາບ​ທີ່​ດີ, ​ເຮັດ​ໃຫ້​ພາ​ລະ​ກິດ​ຍິງ​ສົ່ງ​ຍານ​ຄັ້ງ​ນີ້​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ໄດ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 18-19 ພະ​ຈິກ​ນີ້ ​ຢູ່​ນະ​ຄອນເຊິ່ນ​ເຈິ້ນ ແຂວງກວາງ​ຕຸ້ງ ​ຈີນ. ໂອ​ກາດ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ກ່າວ​ເຖິງ​ຈຸດ​ເວ​ລາ​ສຳ​ຄັນ​ 3 ຈຸດ ຊຶ່ງຊ່ວຍ​ໃຫ້​ຜູ້​ຄົນ​ທັງ​ຫຼາຍ​ຮັບ​ຮູ້​ເຂົ້າ​ໃຈ “ສິ່ງ​ມະ​ຫັດ​ສະ​ຈັນແຫ່ງ​ອາ​ຊີ​-ປາ​ຊີ​ຟິກ” ຢ່າງ​ຈະ​ແຈ້ງ.
ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ເພີ່ມເຕີມ