![]() |
ໃນພິທີ, ໄດ້ຮັບຊົມ ວິດີໂອ ສາລະຄະດີການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດແຂວງອຸດົມໄຊ, ຊົມການສະແດງສິລະປະວັນນະຄະດີ. ຈາກນັ້ນ, ໄດ້ເຂົ້າສູ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທົ່ວປະເທດ ໂດຍຜ່ານການຖ່າຍທອດສົດຈາກສູນກາງ. ສໍາລັບການສະເຫຼີມສະຫຼອງຢູ່ແຂວງອຸດົມໄຊ, ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ກ່າວໄສ ຕໍ່ພິທີໂຮມຊຸມນຸມ ໂດຍໄດ້ຫວນຄືນ ມູນເຊື້ອອັນພິລະອາດຫານ, ຄວາມເສຍສະຫຼະ ຂອງກຳມະການແນວລາວສ້າງຊາດ, ຄະນະໂຄສະນາອົບຮົມ (ນັກຂ່າວ ສື່ມວນຊົນ) ແຕ່ລະຂັ້ນ ແລະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ໃນແຕ່ລະໄລຍະ ເພື່ອພາລະກິດປົດປ່ອຍປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ, ສື່ມວນຊົນ ແລະ ການພີມຈຳໜ່າຍ ຕະຫຼອດໄລຍະ 75 ປີ ແລະ ຄວາມເປັນມາຂອງລັດຖະທຳມະນູນແຫ່ງ ສປປ ລາວ ຕະຫຼອດ 34 ປີ ຜ່ານມາ.
ໃນພິທີ, ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີໂຮມຊຸມນຸມ ຊຶ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ກໍຄືຜົນງານຂອງຄະນະພັກ-ຄະນະນໍາ ແລະ ພະນັກງານລັດຖະກອນ ທັງໝົດໃນອົງການແນວລາວສ້າງຊາດ, ຂະແໜງຖະແຫຼງຂ່າວ ສື່ມວນຊົນ ແລະ ສະພາແຫ່ງຊາດ, ສະພາປະຊາຊົນແຂວງຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມນັ້ນ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນບຸກບືນສູ້ຊົນ, ສາມັກຄີປຸ້ມລຸມກັນ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ທີ່ໄດ້ຮັບການມອບ ໝາຍໃຫ້ສໍາເລັດ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນທັງໝົດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ. ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໄປສູ່ປະຊາຊົນຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ເຂົ້າຮ່ວມໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ່ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ ໃຫ້ເຂົ້າສູ່ລວງເລິກ ແລະ ເລິກເຊິ່ງ, ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງກວ່າເກົ່າ. ສືບຕໍ່ສຸ່ມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ.
![]() |
(ຂ່າວ: ຄຳພູສະຫວັນ ເພັນສະຫວັດ)
ຄໍາເຫັນ