ໂດຍ: ຍຸພິນທອງ
ການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນທຸກຂົງເຂດວຽກງານປັດຈຸບັນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດແມ່ນກຳລັງສຳຄັນແລະຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານ, ເປັນຜູ້ຮັບໃຊ້ປະຊາຊົນຕາມດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ, ເປັນແບບຢ່າງນຳໜ້າໃນການປະຕິບັດກົດໝາຍ, ລະບຽບການຊຶ່ງເວລາໃດພັກ, ລັດຖະບານກໍໄດ້ເອົາໃຈໃສ່ຄຸ້ມຄອງດ້ວຍການວາງແນວທາງ, ນະໂຍບາຍ, ລະບຽບການເປັນແຕ່ລະໄລຍະເຫັນວ່າ: ພະນັກງານ-ລັດຖະກອນທຸກຂົງເຂດໄດ້ມີການເຄື່ອນໄຫວປະຕິບັດໜ້າທີ່ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດແລະລະບຽບລັດຖະກອນຢ່າງມີຄວາມຮັບຜິດຊອບແລະສຳເລັດເປັນກ້າວໆ.
ຢ່າງໃດກໍຕາມ, ໃນສະພາບຕົວຈິງປັດຈຸບັນ, ທີ່ມີການພົວພັນຮ່ວມມື, ປະສານງານກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ໂດຍສະເພາະແມ່ນການສື່ສານທີ່ທັນສະໄໝ ບວກກັບສະພາບການແຜ່ລະບາດຂອງໂຄວິດ-19 ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ກະທົບຕໍ່ແນວຄິດ, ຊີວິດການເປັນຢູ່ ແລະ ການປະຕິບັດໜ້າທີ່ຂອງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ຢ່າງຫຼີກລ່ຽງບໍ່ໄດ້ ຈຶ່ງໄດ້ເຮັດໃຫ້ພະນັກງານຈໍານວນໜຶ່ງມີແນວຄິດ, ການກະທໍາທີ່ບໍ່ສອດຄ່ອງກັບກົດໝາຍ, ຂາດຈັນຍາບັນ ໃນການບໍລິການຮັບໃຊ້ປະຊາຊົນ ຊຶ່ງກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຫຼາຍບັນຫາໃນຖັນແຖວພະນັກງານ, ລັດຖະກອນ ທີ່ເລັ່ງທວງໃຫ້ຕ້ອງຮີບຮ້ອນປັບປຸງ ແລະ ແກ້ໄຂໂດຍໄວ.
ສະນັ້ນ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາປະການຫຍໍ້ທໍ້ດັ່ງກ່າວ, ຢູ່ໃນແຂວງອຸດົມໄຊໃຫ້ຕົກໄປ, ທັງເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.ເຈົ້າແຂວງອຸດົມໄຊ ໄດ້ມີຄໍາສັ່ງ ເລກທີ 999/ອຊ, ລົງວັນທີ 10 ຕຸລາ 2023 ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດຄຸ້ມຄອງພະນັກງານ, ລັດຖະກອນ ແລະ ກໍາລັງປະກອບອາວຸດ ຢູ່ແຂວງອຸດົມໄຊດັ່ງນີ້: ພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ, ພະນັກງານລັດວິສາຫະກິດ ຢູ່ໃນການຈັດຕັ້ງລັດທຸກຂັ້ນ ໃນທົ່ວແຂວງຕ້ອງເປັນເຈົ້າການໃນການປະຕິບັດກົດໝາຍ, ນິຕິກໍາ, ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງ, ເປັນແບບຢ່າງໃນການປະຕິບັດລັດຖະທໍາມະນູນ, ກົດໝາຍ, ລະບຽບການວາງອອກຢ່າງເຂັ້ມງວດ. ຕັ້ງໜ້າປະຕິບັດພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບຕາມການຈັດຕັ້ງມອບໝາຍໃຫ້. ເປັນແບບຢ່າງທີ່ດີໃນການປະຢັດມັດທະຍັດ ແລະ ເປັນເຈົ້າການເຂົ້າຮ່ວມ ຕ້ານການຟຸ່ມເຟືອຍ, ຕ້ານພະຍາດອາດຍາສິດ ແລະ ຕ້ານການສໍ້ລາດບັງຫຼວງ.ມີການພິຈາລະນາບໍລິໂພກ, ນໍາໃຊ້ຂໍ້ມູນຂ່າວສານ ຈາກສື່ອອນລາຍຢ່າງຖືກຕ້ອງ. ພະນັກງານທຸກຄົນໃນທົ່ວແຂວງອຸດົມໄຊ ປະຕິບັດຂໍ້ຫ້າມຕ່າງໆໂດຍສະເພາະ ຫ້າມເມີນເສີຍຕໍ່ການມອບໝາຍວຽກງານ, ປະລະໜ້າທີ່ ຫຼື ຢຸດເຊົາໜ້າວຽກງານຕາມລໍາພັງໃຈ, ໃຊ້ເວລາໃນໂມງລັດຖະການໄປເຄື່ອນໄຫວວຽກງານຄອບຄົວສ່ວນຕົວ ແລະ ວຽກງານອື່ນໆໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ. ຫ້າມໃສ່ຊຸດເຄື່ອງແບບຂອງກົມກອງ, ອົງການຈັດຕັ້ງມະຫາຊົນ ເຂົ້າຮ້ານບັນເທີງ, ຫ້າມດື່ມເຫຼົ້າ-ເບຍ ໃນວັນລັດຖະການ ນັບແຕ່ເວລາ 7 ໂມງ 30 ນາທີ ຫາ 16 ໂມງ 30 ນາທີ, ຫ້າມສ້າງກຸ່ມກ້ອນ, ພັກພວກ ແລະ ມີພືດຕິກໍາສ້າງຄວາມປັ່ນປ່ວນ ເພື່ອແບ່ງແຍກຄວາມສາມັກຄີພາຍໃນການຈັດຕັ້ງ, ບຸກຄົນ, ສັງຄົມ, ຊົນເຜົ່າ ທຸກຮູບແບບ,ຫ້າມມີທ່າທີກິລິຍາ ຫຼື ການປະພຶດທີ່ບໍ່ພໍໃຈ, ແກ້ແຄ້ນ, ນາບຂູ່ ຕໍ່ຜູ້ຕໍານິ ຕິສົ່ງຂ່າວ ການກະທໍາດ້ານຫຍໍ້ທໍ້ຂອງຕົນຕໍ່ການຈັດຕັ້ງ. ຫ້າມຍັກຍອກ, ສໍ້ໂກງເອົາຊັບສິນຂອງລັດ, ລວມໝູ່, ໃຫ້ສິນບົນ, ຮັບສິນບົນ ຂອງພົນລະເມືອງ, ສວຍໃຊ້ຖານະຕໍາແໜ່ງ ສິດອໍານາດໜ້າທີ່ເກີນຂອບເຂດ. ຫ້າມຄອບຄອງ ຫຼື ນໍາໃຊ້ສະຖານທີ່ຂອງລັດ, ລວມໝູ່ ໂດຍບໍ່ຖືກຕ້ອງ, ນໍາໃຊ້ເງິນ-ຊັບຂອງລັດ, ລວມໝູ່ເພື່ອສັງສັນ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການກໍານົດ. ຫ້າມເປັນນາຍໜ້າ, ເປັນທີ່ປຶກສາ, ສົມຮູ້ຮ່ວມຄິດ ຫຼື ເອື້ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ, ວິສາຫະກິດ, ເອກະຊົນ ໃນການເຄື່ອນໄຫວດ້ານທຸລະກິດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງລັດ.ຫ້າມພົວພັນ, ຄ້າຂາຍເຖື່ອນ ຫຼືສິ່ງຕ້ອງຫ້າມທຸກປະເພດ ເປັນຕົ້ນ: ລົດເຖື່ອນ, ຫວຍເຖື່ອນ, ສິນຄ້າຕ້ອງຫ້າມ, ຫຼິ້ນການພະນັນທຸກຮູບແບບ. ຫ້າມປ່ອຍເງິນ, ກູ້ຢືມເງິນນອນລະບົບ ໂດຍບໍ່ໄດ້ຮັບການອະນຸຍາດຈາກການຈັດຕັ້ງ. ຫ້າມພົວພັນ, ຄ້າຂາຍໃຫ້ຜູ້ອື່ນ ມີໄວ້ຄອບຄອງ ຫຼື ນໍາໃຊ້ອາວຸດເສິກ, ອຸປະກອນລ່າສັດນໍ້າ, ສັດປ່າ ທີ່ກົດໝາຍຫວງຫ້າມ. ຫ້າມນໍາໃຊ້ສື່ອອນລາຍຕ່າງໆເປັນເຄື່ອງມືລົງຂໍ້ມູນຂ່າວສານ, ຮູບພາບ, ວິດີໂອຕ່າງໆທີ່ບໍ່ຖືກຕ້ອງ, ສອດຄ່ອງ ຊຶ່ງເປັນການທັບຖົມໂຈມຕີ ສ້າງຄວາມເຊື່ອມເສຍໃຫ້ແກ່ອົງການຈັດຕັ້ງ, ບຸກຄົນອື່ນ. ຫ້າມປະພຶດ ທີ່ເປັນການລະເມີດຕໍ່ຮີດຄອງປະເພນີ ແລະວັດທະນະທໍາອັນດີງາມຂອງຊາດ, ທ້ອງຖິ່ນ, ເຜົ່າ, ເຄື່ອນໄຫວເປັນໝໍຜີ ໝໍເດົາ ແລະ ສວຍໃຊ້ສາສະໜາໃນທາງທີ່ບໍ່ຖືກຕ້ອງຕາມກົດໝາຍ. ຫ້າມພົວພັນ, ເສບ ຫຼື ຫຍຸ້ງກ່ຽວກັບສິ່ງເສບຕິດທຸກປະເພດ ຖ້າຫາກມີຂໍ້ມູນ, ຫຼັກຖານຄົບຖ້ວນຄ້າຂາຍ, ຂົນສົ່ງ ຫຼື ມີສ່ວນພົວພັນກັບສິ່ງເສບຕິດ ແມ່ນໃຫ້ເອົາອອກຈາກການຈັດຕັ້ງລັດທັນທີ.ພ້ອມດຽວກັນນັ້ນ, ໃຫ້ຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ລັດວິສາຫະກິດ, ກົມກອງ, ທະນາຄານ-ສະຖາບັນການເງິນຂອງລັດ, ສອງກອງບັນຊາການ ປກຊ-ປກສ ຂັ້ນແຂວງເປັນເຈົ້າການ ເຂັ້ມງວດໃນການຄຸ້ມຄອງພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ ທາງດ້ານຊີວະປະຫວັດ, ການເຄື່ອນໄຫວປະຕິບັດວຽກງານທີ່ໄດ້ຮັບການມອບໝາຍ, ການເຄື່ອນໄຫວໃນສັງຄົມ ແລະ ການອະນຸຍາດລາພັກຕ່າງໆ ຕາມກົດໝາຍ ແລະ ລະບຽບການວາງອອກ. ສະນັ້ນ, ໃຫ້ຖືເອົາເນື້ອໃນຂອງຄໍາສັ່ງສະບັບນີ້, ເປັນສ່ວນໜຶ່ງໃນການດໍາເນີນຊີວິດການເມືອງ, ຕໍານິສົ່ງຂ່າວ, ສໍາຫຼວດກວດກາພະນັກງານ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນປະຈໍາເດືອນ, ປະຈໍາໄຕມາດ ກວດກາພ້ອມທັງແກ້ໄຂຕໍ່ຜູ້ລະເມີດ ຕາມຂັ້ນຕອນຂອງກົດໝາຍ. ພ້ອມທັງ ຈັດຕັ້ງເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ພະນັກງານ, ລັດຖະກອນ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງໂດຍມອບໃຫ້ພະແນກພາຍໃນແຂວງ, ຫ້ອງການພາຍໃນເມືອງ ເປັນໃຈກາງໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ຊີ້ນໍາທາງດ້ານວິຊາການ ແລະ ສ່ອງແສງລາຍງານຜົນຂອງການຈັດຕັ້ງປະຕິບັດໃຫ້ການນໍາເປັນປົກກະຕິ ແລະ ມອບໃຫ້ຄະນະກວດກາລັດແຂວງ, ເມືອງ ເປັນເຈົ້າການໃນການຕິດຕາມ, ກວດກາໃນການຜັນຂະຫຍາຍຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ພ້ອມທັງຄົ້ນຄວ້າມາດຕະການແກ້ໄຂຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ລະເມີດໃຫ້ຂັ້ນເທິງພິຈາລະນາ. ສະນັ້ນ, ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບທີ່ວາງອອກຢ່າງຕັ້ງໜ້າ ແລະ ເຂັ້ມງວດ.

ຄໍາເຫັນ