ອູ້ຫຼິງຂະຫຍາຍຕະຫຼາດສູ່ໂລກຫຼາຍກວ່າ100ປະເທດ

ອູ້ຫຼິງຂະຫຍາຍຕະຫຼາດສູ່ໂລກຫຼາຍກວ່າ100ປະເທດ

ອູ້ຫຼິງຂະຫຍາຍຕະຫຼາດສູ່ໂລກຫຼາຍກວ່າ100ປະເທດ
ການສັນຈອນເພື່ອໃຫ້ມີຄວາມສະດວກແລະວ່ອງໃວຕ້ອງໄດ້ອາໃສພາຫະນະເປັນຕົວຂັບເຄື່ອນໂດຍສະເພາະແມ່ນການນຳໃຊ້ພາຫະນະຕາມທ້ອງຖະໜົນນອກຈາກການສັນຈອນແລ້ວຍັງເປັນຫົວໃຈຫຼັກຂອງການພັດທະນາເສດຖະກິດແຫ່ງຊາດ,

 ບໍລິສັດ ອູ້ຫຼິງ ຈຳກັດ (wuling) ຫຼື (SAIC-GM—Wuling Automobile co.,Ltd) ກໍ່ຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 18 ພະຈິກ ປີ2002 ເປັນບໍລລິສັດຫຸ້ນສ່ວນລະຫວ່າງ ຈີນ ແລະ ຕ່າງປະເທດ ຈັດຕັ້ງຂຶ້ນຮ່ວມກັນໂດຍ (SAIC MG ຂອງຈີນ ຮ່ວກັບ ກຸ່ມບໍລິສັດກວາງຊີ ອໍໂຕ້ຈຳກັດ,

ອຫງຂະຫຍາຍຕະຫາດສໂລກຫາຍກວາ100ປະເທດ - image 1
 

ເຊິ່ງປັດຈຸບັນມີແຫຼ່ງຜະລິດຫຼາຍ4ຄື: ສຳນັກງານໃຫຍ່ແມ່ນຢູ່ ຫຼຽວໂຈ ມົນທົນໜານໜິງ, ໂຮງງານປ້າວຈູນ(Baojun) ຊຶ່ງຢູ່ທີ່ຫຼຽວໂຈ,ໂຮງງານທີ່ຊິງເຕົ່າ ແລະ ໂຮງງານຢູ່ສົງສິງເຊິ່ງມີຮູບແບການພັດທະນາແບບວ່ອງໃວລະຫວ່າງພາກເໜືອ, ພາກໃຕ້,ຕາເວັນອອກ ແລະ ຕາເວັນຕົກ ໂຮງງານຜະລິທີ່ ປ້າວຈູນເປັນໂຮງງານຜະລິດທີ່ສອງຂອງບໍລິສັດທີ່ຫຼຽວໂຈ ແຖມຍັງເປັນແຫຼ່ງທ່ອງທ່ຽວລະດັບ 4A ຢຶດຖືລະບຽບການຜະລິດຕາມມາດຕະຖານຂອງລະບົບການຜະລິດລົດໃນທົ່ວໂລກ ແລະ ມາດຕະຖານຂອງຈີເອັມມໍເຕີ ເຊິ່ງໄດ້ເນັ້ນເຖິງການຮັກສາສິ່ງແວດລ້ອມດຄາບອນຕ່ຳ ແລະ ປະສິດທິພາບການໃຊ້ພະລັງງານ ແລະ ພັດທະນາການຜະລິດສູສີຂຽວທີ່ມາດຕະຖານການຜະລິດລະດັບໂລກຂັ້ນສູງຂອງ ຈີເອັມ ເຊິ່ງການຜະລິດດັ່ງກ່າວແມ່ນນຳໃຊ້ເຄື່ອງເຕັກໂນໂລຍຊີທີ່ທັນສະໃໝລວມເຖິງການປະກອບອະໄລ່ໂດຍສ່ວນຫຼາຍແມ່ນໃຊ້ເຄື່ອງຈັກເຮັດວຽກແທນຄົນ ໃນປະຈຸບັນອູ້ຫຼິງມີຜະລິດລົດທັງໃຊ້ນ້ຳມັນແລະໄຟຟ້າ ແລະ ກ້າວໜ້າໄປສູ່ພະລັງງານໄຟຟ້າຫຼາຍກວ່າເພື່ອຊ່ວຍລົດພາວະໂລກຮ້ອນ ການຜະລິດລົດພະລັງງານໃໝ່ທັງໝົດໄດ້ 200,000ຄັນຕໍ່ປີ.

ອຫງຂະຫຍາຍຕະຫາດສໂລກຫາຍກວາ100ປະເທດ - image 2
 

   ນອກຈາກຜະລິດທີ່ຈີນແລ້ວ ອູ້ຫຼິງຍັງມີສາຂາການຜະລິດຢູ່ບັນດາປເທດສະມາຊິກອາຊຽນ, ອູ້ຫຼິງມີຄຳຂວັນວ່າ “ສິ່ງໃດທີ່ປະຊາຊົນຕ້ອງການ ອູ້ຫຼິງຈະຜະລິດສິ່ງນັ້ນ” ຍັງບໍພຽງເທົ່ານີ້ ອູ້ຫຼິງຍັງຈະຂະຫຍາຍຕະຫຼາດສູ່ປະເທດທະວີບອາຊີ,ອາຊີໃຕ້,ອັຟຟຣິກກາ ແລະ ເອີລົບນຳອີກ ເຊິ່ງມີຫຼາຍກວ່າ100ປະເທດ, ສ່ວນລາຄາລົດແມ່ນເລີ່ມຕົ້ນປະມານ 6000 ດອນລາ(ສຳລັບຂາຍໃນປະເທດຈີນ), ເຊິ່ງມີພະນັກງານທັງໝົດ ຫຼາຍກວ່າ 20,000ຄົນ ທາງອູ້ຫຼິງຍັງໃຫ້ຄວາມໝັ້ນໃຈຕໍ່ຜູ້ທີ່ມີຄວາມກັງວົນເລື່ອງອາໄລ່ເປັນຕ່າງໆແມ່ນທາງໂຮງງານພ້ອມສະໜອງ ແລະ ພ້ອມບໍລິການຫຼັງການຂາຍຢ່າງສຸດໃຈ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ ຜ່ານມາ ລະບຸວ່າ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນວ່າແມ່ນພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ່ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ.
ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເພີ່ມເຕີມ