ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 11,865 ເຮັກຕາ (ຫຼຸດແຜນການປີທີ່ວາງໄວ້ 2,321 ເຮັກຕາ) ຫຼື ເທົ່າກັບ 84% ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ. ນາຫວ່ານປະຕິບັດໄດ້ 5,570 ເຮັກຕາ, ນາດໍາປະຕິບັດໄດ້ 6,295 ເຮັກຕາ, ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ 3,880 ເຮັກຕາ (ຫຼຸດແຜນການທີ່ວາງໄວ້ 816 ເຮັກຕາ) ຫຼື ເທົ່າກັບ 82.62% ຂອງເນື້ອທີ່ແຜນການ ແລະ ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 7,985 ເຮັກຕາ (ຫຼຸດແຜນການທີ່ວາງໄວ້ 1,505 ຮັກຕາ) ຫຼື ເທົ່າກັບ 84.14% ຂອງເນື້ອທີ່ແຜນການ.
ປັດຈຸບັນທົ່ວແຂວງຄໍາມ່ວນ, ສາມາດເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ ເທົ່າກັບ 33.52% ຂອງເນື້ອທີ່ເກັບກ່ຽວຕົວຈິງໃນທົ່ວແຂວງ. ໃນນັ້ນ, ເຂົ້າທີ່ເປັນສະບຽງອາຫານເກັບກ່ຽວໄດ້ແລ້ວ 1,301 ເຮັກຕາ ເທົ່າກັບ 34%; ເຂົ້າທີ່ເປັນສິນຄ້າເກັບກ່ຽວໄດ້ແລ້ວ 2,677 ເຮັກຕາ ເທົ່າກັບ 33.52% ຊຶ່ງໃນການເກັບກ່ຽວເຂົ້າສ່ວນຫຼາຍແມ່ນນໍາໃຊ້ກົນຈັກເຂົ້າໃນການຜະລິດ. ສ່ວນວ່າສາຍເຫດທີ່ພາໃຫ້ເນື້ອທີ່ການປູກເຂົ້າບໍ່ໄດ້ຕາມແຜນການທີ່ວາງໄວ້ນັ້ນຍ້ອນລະບົບນໍ້າບໍ່ທົ່ວເຖິງ ຊຶ່ງເກີດມາຈາກການເປ້ເພຂອງລະບົບຫົວງານຊົນລະປະທານ. ສະນັ້ນ, ຈິ່ງເຮັດໃຫ້ເນື້ອທີ່ການປູກເຂົ້າຫຼຸດລົງ. ຄາດວ່າການເກັບກ່ຽວເຂົ້ານາແຊງຈະໃຫ້ສໍາເລັດ 100% ໃນທ້າຍເດືອນຕົ້ນເດືອນພຶດສະພາ 2025ນີ້.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ