ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1), ເປັນກຽດປະດັບຫຼຽນ ໂດຍ ທ່ານ ໂຄອິຊຶມີ ຊິໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຫຼຽນກຽດຕິຍົດອັນສູງສົ່ງ ຊຶ່ງປະທານໂດຍສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ຜ່ານມານີ້ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາການນໍາຂັ້ນສູງ, ແຂກຖືກເຊີນ ພ້ອມດ້ວຍ ຄອບຄົວຂອງ ທ່ານ ສອນໄຊ ສີພັນດອນ.
ປະດບຫຽນກຽດຕຄນ ອາທດອໄທ (ຊນ 1) ໃຫນາຍກລດຖະມນຕແຫງ ສປປ ລາວ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ໂຄອິຊຶມີ ໄດ້ສະແດງຄວາມປິຕິຍິນດີ ມາຍັງທ່ານ ສອນໄຊ ສີພັນດອນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ກັບການປະກອບສ່ວນໃນການເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງ ຍີ່ປຸ່ນ ແລະ ລາວ. ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນບໍລິສັດຍີ່ປຸ່ນຢ່າງຫ້າວຫັນ ໃຫ້ມາລົງທຶນໃນປະເທດລາວ ແລະ ປັບປຸງສະພາບແວດລ້ອມການລົງທຶນຢ່າງສຸດຄວາມສາມາດ.

ປະດບຫຽນກຽດຕຄນ ອາທດອໄທ (ຊນ 1) ໃຫນາຍກລດຖະມນຕແຫງ ສປປ ລາວ - image 2
 

ໃນເດືອນມັງກອນຜ່ານມາ, ທ່ານ ສອນໄຊ ສີພັນດອນ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກທີ່ປະເທດ ຍີ່ປຸ່ນໃນວາລະສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ ແລະ ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ກໍໄດ້ເຫັນດີ ຮ່ວມກັບ ທ່ານ ອີຊີບະ ຊິເງະຣຸ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນການຍົກລະດັບສາຍພົວພັນ ຂອງສອງປະເທດມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ".

ປະດບຫຽນກຽດຕຄນ ອາທດອໄທ (ຊນ 1) ໃຫນາຍກລດຖະມນຕແຫງ ສປປ ລາວ - image 3
 

ພາຍຫຼັງໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ (ຊັ້ນ 1) ແລ້ວ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມປື້ມປິຕິຍິນດີ ແລະ ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ພະຍາຍາມສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ຍີ່ປຸ່ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

ໃນຕອນເຊົ້າວັນທີ 2 ກໍລະກົດ ຜ່ານມາ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຕໍ່ພະນັກງານການນຳຫຼັກແຫຼ່ງ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຄະນະນຳຂອງແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 2 ກໍລະກົດ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 4 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

ໃນວັນທີ 1 ກໍລະກົດຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.
6 ເດືອນຕົ້ນປີນີ້ ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ໃນທົ່ວປະເທດ

6 ເດືອນຕົ້ນປີນີ້ ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ໃນທົ່ວປະເທດ

6 ເດືອນຕົ້ນປີ 2025 ຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ແກ້ໄຂສະພາບຂາດແຄນແຮງງານ ໂດຍສາມາດພັດທະນາສີມືແຮງງານເພື່ອນໍາເຂົ້າສູ່ຕຳແໜ່ງງານ, ຈັດຫາວຽກເຮັດງານທໍາຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ລື່ນແຜນການປີ 80.15%. ໃນນັ້ນ, ຍັງສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ໃນທົ່ວປະເທດ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 - 26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນາຍາດສາກົນ ການຮ່ວມມືກັນໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃນ 1 ປີ ຜ່ານມາ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນມິຖຸນາໄດ້ປິດລົງໃນຕອນແລງວັນທີ 25 ມິຖຸນານີ້ ພາຍຫຼັງດຳເນີນມາເປັນເວລາສອງວັນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າວັນທີ 20 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ, ໃຫ້ການຕ້ອນຮັບໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ.
ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ໄປປະຈຳ ອົງການ ສປຊ

ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ໄປປະຈຳ ອົງການ ສປຊ

ເມື່ອບໍ່ດົນມານີ້ ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອໄປປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ ສະຫະລັດ ອາເມຣິກາ.
ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງວຽງຈັນ ໃນຕອນບ່າຍ ວັນທີ 18 ມິຖຸນາ ຜ່ານມາ ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ; ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ, ໂດຍທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ.
ເພີ່ມເຕີມ