ສະຕິປັນຍາ ລະດົມຂົນຂວາຍທຶນຮອນຊ່ວຍເຫຼືອໂຮງໝໍແຂວງຄໍາມ່ວນ, ໂດຍໃຫ້ກຽດປະດັບຫຼຽນຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາພະແນກການຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ພາຄິນ ຄໍາວິໄລສັກ ສັນຊາດໄທ, ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການລະດົມຂົນຂວາຍທຶນຮອນ ຊ່ວຍອຸປະກອນການແພດໃຫ້ໂຮງໝໍແຂວງຄໍາມ່ວນ, ລວມມູນຄ່າ 17 ຕື້ກວ່າກີບ, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ. ການປະດັບຫຼຽນໃນຄັ້ງນີ້, ເພື່ອເປັນການຍ້ອງຍໍສັນລະເສີນທີ່ໃຫ້ການຊ່ວຍເຫຼືອອຸປະກອນການແພດແກ່ໂຮງໝໍແຂວງຄໍາມ່ວນໃນໂຄງການ One Man and The river (ໜຶ່ງຄົນລອຍ ຫຼາຍຄົນໃຫ້).
(ຂ່າວ: ມະນີວັນ)
ຄໍາເຫັນ