ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ
ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ປະກາດບງຕວແຕງຕງ ເລຂາຄະນະພກຮາກຖານສາຂາທະນາຄານເລຂາຫນວຍພກ ທຄຕລ ສາຂາເຊກອງ - image 1
 

ໃນພິທີ, ເລຂາໜ່ວຍພັກທະນາຄານພັດທະນາລາວ ຕ່າງໜ້າຄະນະພັກຮາກຖານສາຂາທະນາຄານ ຂຶ້ນລາຍງານການນຳພາ-ຊີ້ນຳວຽກງານຮອບດ້ານໃນຕະຫຼອດໄລຍະຜ່ານມາ, ຄະນະພັກຮາກຖານ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດຄົ້ນຄວ້າ, ເຊື່ອມຊຶມ ແນວທາງ, ນະໂຍບາຍຂອງພັກ ພ້ອມທັງຈັດຕັ້ງເຜີຍແຜ່ບັນດາເອກະສານຕ່າງໆ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນຄວາມຮັບຜິດຊອບຂອງຕົນ ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ໃນແຕ່ລະໄລຍະ, ພ້ອມທັງເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍອີງໃສ່ແຜນດໍາເນີນທຸລະກິດປະຈຳປີ ຂອງສາຂາ, ເອົາໃຈໃສ່ປັບປຸງການບໍລິການ ແລະ ການຕະຫຼາດ ແນໃສ່ລະດົມທຶນ ແລະ ຂະຫຍາຍຜະລິດຕະພັນ ເປັນຕົ້ນແມ່ນຜະລິດຕະພັນບັດ ແລະ ຜະລິດຕະພັນເອເລັກໂຕຣນິກ, ເອົາໃຈໃສ່ນໍາພາ-ຊີ້ນໍາການປ່ອຍສິນເຊື່ອ ແລະ ຄຸ້ມຄອງສິນເຊື່ອໃຫ້ມີປະສິດທິພາບ, ມີຍອດຊັບສິນ-ໜີ້ສິນ ທັງໝົດ 3,330 ລ້ານກີບ, ມີຍອດເງິນຝາກ 3,171 ລ້ານກີບ, ຍອດສິນເຊື່ອ 1,450 ລ້ານກີບ, ຕູ້ ATM 32 ຕູ້, ຜະລິດຕະພັນບັດ ATM 71,944 ບັດ,ຫນ່ວຍບໍລິການ 10 ໜ່ວຍ, ຜະລິດຕະພັນ QR Code 13,335 ແຫ່ງ, Bcome 36 ແຫ່ງ.

ຈາກນັ້ນ ສະຫາຍ ດາຊີ ສຸວັນນະສາຍ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 611/ຄປຈ.ຊກ, ລົງວັນທີ 2 ຕຸລາ 2026 ວ່າດ້ວຍບົ່ງຕົວແຕ່ງຕັ້ງ ສະຫາຍ ສຸກສະຫວັນ ໄຊຍະແສງ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງເຊກອງ ເປັນເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ ແລະເປັນເລຂາໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງເຊກອງ.

ປະກາດບງຕວແຕງຕງ ເລຂາຄະນະພກຮາກຖານສາຂາທະນາຄານເລຂາຫນວຍພກ ທຄຕລ ສາຂາເຊກອງ - image 2
 

ໂອກາດນີ້, ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ມີຄໍາເຫັນວ່າ: ການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານສາຂາທະນາຄານໃນຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງ ໃນໄລຍະໃໝ່ ເພື່ອນໍາພາ-ຊີ້ນໍາ ບັນດາໜ່ວຍພັກທະນາຄານ ທີ່ຂຶ້ນກັບ ໃຫ້ມີການເຄື່ອນໄຫວວຽກການເມືອງແນວຄິດ ສ້າງຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ຄວາມເຊື່ອໝັ້ນໃຫ້ແກ່ພະນັກງານຂອງຕົນ ໃນການປະຕິບັດໜ້າທີ່ຢ່າງມີຜົນສໍາເລັດ; ພ້ອມນີ້ ກໍເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ໄປຕາມແຜນການ ແລະທັນຕາມກຳນົດເວລາ; ສະນັ້ນ, ສະຫາຍ ເລຂາຄະນະພັກຮາກຖານສາຂາທະນາຄານ ຕ້ອງໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນໃນການນໍາພາວຽກງານພັກ, ຕ້ອງສ້າງຖັນແຖວພະນັກງານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ນໍາພາວຽກງານວິຊາສະເພາະໃຫ້ມີການຂະຫຍາຍຕົວ; ເອົາໃຈໃສ່ໃນການລະດົມທຶນໃຫ້ໄດ້ຫຼາຍຂຶ້ນ ແລະ ສະໜອງທຶນສິນເຊື່ອໃຫ້ເຂົ້າເຖິງທ້ອງຖິ່ນ ຖືກຕາມເປົ້າໝາຍ ແນໃສ່ຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເປັນການປະກອບສ່ວນໃຫ້ແກ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.ຂ່າວ:ພຸດທະສອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ