ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ
ພິທີປະກາດການສ້າງຕັ້ງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 01 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ , ເປັນປະທານໂດຍທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ , ມີທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ, ຕາງໜ້າກົມກ່ຽວຂ້ອງ, ບັນດາແຂກຖືກເຊີນ, ຫົວໜ້າຫ້ອງການຍຸຕິທໍາ 10 ຕົວເມືອງ ແລະ ຄະນະຂະແໜງການປິ່ນອ້ອມພະແນກເຂົ້າຮ່ວມ.
ປະກາດການສາງຕງກອງປະຕບດຄາຕດສນ ປະຈາແຂວງຄາມວນ - image 1
 

ທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງໄດ້ຜ່ານບົດສະຫຼຸບຫຍໍ້ວຽກງານປະຕິບັດຄໍາຕັດສິນຂອງສານໃນໄລຍະ 9 ເດືອນ ປີ 2026 ຜ່ານມາ . ຈາກນັ້ນຕາງໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານໄດ້ຜ່ານບົດລາຍງານການກະກຽມສ້າງຕັ້ງ ກອງປະຕິບັດຄໍາຕັດສິນຂອງສານ ພ້ອມກັນດຽວກັນນັ້ນກົມຈັດຕັ້ງ ແລະ ພະນັກງານກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນ ຂຶ້ນກັບການຄຸ້ມຄອງຂອງກົມຄຸ້ມຄອງ ການປະຕິບັດຄໍາຕັດສິນຂອງສານ ກະຊວງຍຸຕິທໍາ ຕາມສາຍຕັ້ງ, ຊຶ່ງກອງປະຕີບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນມີພາລະບົດບາດຄຸ້ມຄອງ, ປະຕິບັດຄໍາຕັດສິນຂອງສານໃນຄວາມຮັບຜິດຊອບຂອງຕົນ ແລະ ເມືອງທ່າແຂກ , ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຮັບເອົາພະນັກງານຈາກພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ມາປະຈໍາຢູ່ ກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນຈໍານວນ 21 ທ່ານ, ຍິງ 07 ທ່ານ .

ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການແຕ່ງຕັ້ງຫົວໜ້າກອງ ແລະ ຮອງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ ໃນນີ້ໄດ້ຕົກລົງແຕ່ງຕັ້ງທ່ານ ວຽງວິໄລ ພົມມະວົງ ເປັນຫົວໜ້າກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນ ແລະ ແຕ່ງຕັ້ງທ່ານ ແສງພະຈັນ ໄຊນະສິນ ເປັນຮອງຫົວໜ້າກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນ .

ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນຈໍານວນ 5 ທ່ານ, ຍິງ 2 ທ່ານ . ໃນນີ້ຕົກລົງແຕ່ງຕັ້ງທ່ານ ນາງ ສຸດາວັນ ຈັນສຸດາ ເປັນຫົວໜ້າຂະແໜງບໍລິຫານ-ການເງິນ, ຈັດຕັ້ງ ແລະ ພະນັກງານ ; ທ່ານ ມີໄຊ ປົນທະລົດ ເປັນຫົວໜ້າຂະແໜງຄົ້ນຄວ້າ ແລະ ສະຖິຕິຄໍາຕັດສິນ ; ທ່ານ ນາງ ເພັດພະນົມພອນ ໜໍ່ວັງ ເປັນຫົວໜ້າຂະແໜງບັງຄັບປະຕິບັດຄໍາຕັດສິນ,ປະມູນ ແລະ ຂາຍຊັບ ; ທ່ານ ຈັນທະລັງສີ ເຟືອງຈັນທະລາດ ເປັນຫົວໜ້າຂະແໜງເກັບກູ້ໜີ້ສິນ ແລະ ຊໍາລະສະສາງ ; ທ່ານ ເພັດທະນູສິນ ອຸດອນ ເປັນຫົວໜ້າຂະແໜງຄຸ້ມຄອງ ແລະ ກວດກາ .

ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຂະແໜງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນຈໍານວນ 5 ທ່ານ, ຍິງ 2 ທ່ານ . ໃນນີ້ຕົກລົງແຕ່ງຕັ້ງທ່ານ ນາງ ອາລຸນນີ ແສງອຸໄທ ເປັນຮອງຫົວໜ້າຂະແໜງບໍລິຫານ-ການເງິນ, ຈັດຕັ້ງ ແລະ ພະນັກງານ ; ທ່ານ ວິໃນ ພອນນຸວົງ ເປັນຮອງຫົວໜ້າຂະ ແໜງຄົ້ນຄວ້າ ແລະ ສະຖິຕິຄໍາຕັດສິນ ; ທ່ານ ສະຫວັດດີ ຄໍາວົງສາ ເປັນຮອງຫົວໜ້າຂະແໜງບັງຄັບປະຕິບັດຄໍາຕັດສິນ,ປະມູນ ແລະ ຂາຍຊັບ ; ທ່ານ ວັດທະນາ ສູນທອນ ເປັນຮອງຫົວໜ້າຂະແໜງເກັບກູ້ໜີ້ສິນ ແລະ ຊໍາລະສະສາງ ; ທ່ານ ນາງ ສຸກສະໝອນ ທໍາມະວົງ ເປັນຮອງຫົວໜ້າຂະແໜງຄຸ້ມຄອງ ແລະ ກວດກາ .

ປະກາດການສາງຕງກອງປະຕບດຄາຕດສນ ປະຈາແຂວງຄາມວນ - image 2
 

ໃຫ້ກຽດມອບຂໍ້ຕົກລົງໂດຍທ່ານ ຄໍາພັນ ບຸນພາຄົມ , ພ້ອມນັ້ນໃນພິທີພະແນກຍຸຕິທໍາແຂວງກໍ່ໄດ້ມີການມອບ-ຮັບ ສະຖານທີ່ເຮັດວຽກ ແລະ ອຸປະກອນຮັບໃຊ້ຫ້ອງການຈໍານວນໜຶ່ງໃຫ້ແກ່ກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນເຊິ່ງມອບໂດຍທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ ແລະ ຮັບໂດຍທ່ານ ວຽງວິໄລ ພົມມະວົງ ຫົວໜ້າກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນ . ນອກຈາກນັ້ນໃນພິທີທາງການນໍາຂອງກະຊວງຍັງໄດ້ມອບພິວເຕີ້ຕັ້ງໂຕະຈໍານວນ 1 ຊຸດມອບໃຫ້ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານ ແລະ ທາງພະແນກຍຸຕິທໍາແຂວງກໍ່ໄດ້ມອບຂອງທີ່ລະນຶກໃຫ້ແກ່ທ່ານຮອງລັດຖະມົນຕີ .

ຫຼັງຈາກນັ້ນທ່ານ ຄໍາພັນ ບຸນພາຄົມ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຄໍາມ່ວນຊຸດ ໃໝ່ເຊິ່ງທ່ານໄດ້ຊີ້ນໍາໃນຫຼາຍບັນຫາສໍາຄັນເປັນຕົ້ນແມ່ນການແບ່ງງານ, ແບ່ງຄວາມຮັບຜິດຊອບໃນການປະຕິບັດວຽກງານ ແລະ ປັນຫາອື່ນໆທີ່ກ່ຽວພັນກັບການຕັດສິນຂອງການສານ ແລະ ການປະຕິບັດຄໍາຕັດສິນຂອງສານ .(ຂ່າວ:ແດງສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ