ປະກາດແຂວງຈຳປາສັກເປັນຫົວໜ່ວຍຍຸດທະສາດປີ2016-2020

ປະກາດແຂວງຈຳປາສັກເປັນຫົວໜ່ວຍຍຸດທະສາດປີ2016-2020
ພິທີປະກາດແລະມອບໃບຢັ້ງຢືນແຂວງຈຳປາສັກເປັນຫົວໜ່ວຍຍຸດທະສາດປີ2016-2020ໄດ້ຈັດຂຶ້ນໃນວັນທີ3ຕຸລານີ້ທີ່ສະໂມສອນແຂວງໃຫ້ກຽດເປັນປະທານຂອງທ່ານກິແກ້ວໄຂຄຳພິທູນກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຜູ້ຊີ້ນຳຂົງເຂດວຽກງານການປົກຄອງແລະວັດທະນະທຳ-ສັງຄົມ,ມີທ່ານວິໄລວົງບຸດດາຄຳກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຈຳປາສັກ,ທ່ານນິສິດແກ້ວປັນຍາຮອງລັດຖະມົນຕີກະຊວງພາຍໃນ,ມີການນຳຂັ້ນສູນກາງ,ຂັ້ນແຂວງ,ພະແນກການກົມກອງອ້ອມຂ້າງ,ນະຄອນ,ເມືອງ,ອົງການຈັດຕັ້ງສັງຄົມຕ່າງໆພະນັກງານ-ລັດຖະກອນ ແລະ ນັກສຶກສາເຂົ້າຮ່ວມ.
ໃນພີີທີ, ທ່ານວິໄລວົງບຸດດາຄຳໄດ້ກ່າວວ່າ: ປະຕິບັດຕາມທິດນຳ, ມະຕິຂອງສູນກາງພັກ, ບົດແນະນຳກ່ຽວກັບການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສະເພາະຂັ້ນແຂວງກໍໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການປະເມີນແລະບົດແນະນໍາວ່າດ້ວຍທິດທາງ, ເປົ້າໝາຍ, ມາດຕະການເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດ, ສິ່ງສຳຄັນແມ່ນໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມແລະຈັດຕັ້ງການປະເມີນຕາມພາລະບົດບາດ, ຄວາມຮັບຜິດຊອບຂອງບັນດາຂະແໜງການ, ກົມກອງ, ເມືອງ-ນະຄອນ, ຕາມເນື້ອໃນສ້າງແຂວງເປັນຫົວໜ່ວຍຍຸດທະສາດໃນ7ດ້ານ, 66ຕົວຊີ້ວັດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມເນື້ອໃນ5ດ້ານ, 47ຕົວຊີ້ວັດແລະສ້າງບ້ານເປັນຫົວໜ່ວຍພັດທະນາໃນ4ດ້ານ, 30ຕົວຊີ້ວັດຊຶ່ງສະແດງອອກດັ່ງນີ້:1. ດ້ານກໍ່ສ້າງພັກ-ພະນັກງານ: ທົ່ວແຂວງມີສະມາຊິກພັກ: 29.066ສະຫາຍຍິງ7.553ສະຫາຍ (ທຽບໃສ່ປີ2020: ເພີ່ມຂຶ້ນ298ສະຫາຍເທົ່າກັບ3,17%) ໃນນັ້ນສຳຮອງ2.053ສະຫາຍ, ປີ2021ປະເມີນຜົນສຳເລັດ100%, ໄດ້ອອກບັດສະມາຊິກພັກສົມບູນເພີ່ມ318ສະຫາຍຍິງ130ສະຫາຍ, ໄດ້ຈັດສົ່ງພະນັກງານໄປຍົກລະດັບທັງບຳລຸງແລະກໍ່ສ້າງພາຍໃນ-ຕ່າງປະເທດ215ຄົນຍິງ38ຄົນ, ຈຳນວນລັດຖະກອນ12.791ຄົນ; 2. ດ້ານການປົກຄອງແລະບໍລິຫານໄດ້ປັບປຸງໂຄງປະກອບກົງຈັກຕາມທິດກະທັດຮັດແລະສອດຄ່ອງຕາມພາລະບົດບາດ, ແຂວງຈຳປາສັກມີ15ພະແນກ, ຫ້ອງການທຽບເທົ່າ11ຫ້ອງການ, 3ຫ້ອງການຂຶ້ນກັບຫ້ອງວ່າການ, ມີ1ສູນຂຶ້ນກັບພະແນກແລະ1ສູນຂຶ້ນກັບກົມ, ປະກອບມີ256ຂະແໜງ, ຕຳແໜ່ງບໍລິຫານ675ຕຳແໜ່ງ, ມີກົມກອງພັດທະນາ201ກົມກອງ (ທຽບໃສ່ປີ2015ເພີ່ມຂຶ້ນ37ກົມກອງ). ປັບປຸງລະບົບການເມືອງ-ການນຳພາຂັ້ນທ້ອງຖິ່ນ (ບ້ານ) ທົ່ວແຂວງ641ບ້ານ, ແບ່ງເປັນ68ກຸ່ມຂອງການນໍາພາ, ໄດ້ເອົາໃຈໃສ່ປັບປຸງໜ່ວຍງານຂັ້ນບ້ານ, ຈັດວາງພະນັກງານ-ກຳລັງປະກອບອາວຸດເປັນເລຂາພັກບ້ານ, ນາຍບ້ານຈຳນວນ10ບ້ານ, ໃນນັ້ນກໍາມະການພັກເມືອງ6ບ້ານ, ວຽກນີ້ແມ່ນໄດ້ສຸມໃສ່ບ້ານຊາຍແດນຕິດຈອດກັບໄທ, ກຳປູເຈຍ, ໄດ້ກຳນົດຈຸດສຸມພັດທະນາຂອງແຂວງ21ບ້ານແລະໄດ້ປະເມີນປະກາດຮັບຮອງ6ບ້ານ (ຍຸດທະສາດການປົກຄອງແລະບໍລິຫານລັດລວມມີ10ດ້ານຊີ້ວັດບັນລຸ100%).
ໃນພິທີ, ທ່ານນິສິດແກ້ວປັນຍາຮອງລັດຖະມົນຕີກະຊວງພາຍໃນໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການຮັບຮອງມອບໃບຢັ້ງຢືນໃຫ້ແຂວງຈຳປາສັກເປັນຫົວໜ່ວຍຍຸດທະສາດປີ2016-2020.  ຈາກນັ້ນ,ທ່ານກິແກ້ວໄຂຄຳພິທູນໄດ້ເປັນກຽດມອບໃບຢັ້ງຢືນແຂວງຈຳປາສັກເປັນຫົວໜ່ວຍຍຸດທະສາດປີ2016-2020ແລະໄດ້ໂອ້ລົມໂດຍຕີລາຄາສູງແລະຍ້ອງຍໍຊົມເຊີຍຕໍ່ຄະນະພັກອົງການປົກຄອງແຂວງແລະປະຊາຊົນຊາວແຂວງຈຳປາສັກທີ່ຍາດມາໄດ້.ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີແລະການນຳແຂວງກໍໄດ້ຮ່ວມພິທີຕັດແຖບຜ້າ,ເປີດປ້າຍແຂວງຈຳປາສັກເປັນຫົວໜ່ວຍຍຸດທະສາດປີ2016-2020ຢ່າງເປັນທາງການ.
(ຂ່າວ-ພາບ: ເກດສະໜາແກ້ວສຸວັນນະແສງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ