![]() |
ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາສູນກາງພັກ ອະນຸມັດໃຫ້ສະຫາຍ ພົຈວ ສົມໝາຍ ພົມມະຈັນ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ຮັບອຸດໜູນບຳນານ ແລະ ຜ່ານດຳລັດຂອງນາຍຍົກລັດຖະມົນຕີ ອະນຸມັດແຕ່ງຕັ້ງ ສະຫາຍ ພັອ ລຳພົງ ໄຊທອງ ເປັນຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ (ຜູ້ໃໝ່) ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕື່ມນໍາອີກ.
ການປະກາດກົງຈັກການຈັດຕັ້ງຄັ້ງນີ້, ກໍເພື່ອເປັນການປັບປຸງລະບົບການຈັດຕັ້ງຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
![]() |
ໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ພາຍໃຕ້ການນຳພາ-ຊີ້ນພຂອງຫົວໜ້າ ປກສ ແຂວງຜູ້ເກົ່າ ທີ່ໄດ້ພັກການ ຮັບອຸດໜູນບຳນານ, ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໜ່ຈົ່ງເອົາໃຈໃສ່ສຸ່ມສະຕິບັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໜາຍໃຫ້ສຳເລັດ ແລະ ນຳພາກຳລັງປ້ອງກັນຄວາມສະຫງົບເວົ້າລວມ ເວົ້າສະເພາະ ກໍຄືແຂວງສະຫວັນນະເຂດໃຫ້ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະຮຽບຮ້ອຍພາຍໃນແຂວງໃຫ້ເປັນກຳລັງທີ່ເຕີບໃຫຍ່ເຂັ້ມແຂງຂຶ້ນໄປຢ່າງບໍ່ຢຸດຢັ້ງ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ຄໍາເຫັນ