ປະກາດແຕ່ງຕັ້ງຄະນະກຳມະການ ປກຊ​ - ປກສ ແຂວງຈໍາປາສັກ

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ​ - ປກສ ແຂວງຈໍາປາສັກ

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ​ - ປກສ ແຂວງຈໍາປາສັກ
ວັນທີ 2 ມິຖຸນາ ນີ້ ​ທີ່ສະໂມສອນແຂວງໄດ້ມີພິທີປະກາດແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ​ - ປ້ອງກັນຄວາມສະຫງົບ (ປກຊ​ -​ ປກສ)​ ແຂວງຈໍາປາສັກ​ ໂດຍການເປັນປະທານຂອງ​ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງປະທານຄະນະກຳມະການ ປກຊ​ - ປກສ ສູນກາງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.​ ມີທ່ານ ​ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາ​ພັກແຂວງ​ ປະທານ​ສະພາ​ປະຊາຊົນ​ແຂວງ​ຈໍາປາສັກ,​ ທ່ານ​ ພັນເອກ​ ບົວພັນ ດວງຈໍາປາສັກ ຮອງຫົວໜ້າ​ຫ້ອງການ​ ປກຊ​ -​ ປກສ​ ສູນກາງ,​ ສະຫາຍຮອງເລຂາພັກແຂວງ,​ ບັນດາສະຫາຍການນໍາຈາກສູນກາງ, ການນໍາແຂວງ ຊຶ່ງມີການນໍາຈາກກໍາລັງ ປກຊ - ປກສ ຕະຫຼອດຮອດນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.​

ໃນພິທີ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ກໍຄືຕາງໜ້າໃຫ້ຄະນະກຳມະການ ປກຊ - ປກສ ແຂວງ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປກຊ - ປກສ ຢູ່ແຂວງຈຳປາສັກ ໃນໄລຍະ 5 ເດືອນຜ່ານມາ ໂດຍສັງເຂບ ຊຶ່ງຍົກໃຫ້ເຫັນສະພາບລວມໃນການນໍາພາ - ຊີ້ນໍາ, ຜົນງານທີ່ພົ້ນເດັ່ນ ສາມາດມ້າງຄະດີຢ່າເສບຕິດ ໄດ້ທັງໝົດ 224 ຄະດີ, ມີ 425 ຄົນ,ຍິງ 30 ຄົນ, ຢຶດຢາບ້າໄດ້ 52,935 ເມັດ, ເຮໂລອິນ 6 ກິໂລກຣາມ ກັບ 10.32 ກຣາມ, ຄໍລາເຈນ 1 ກິໂລກຣາມ ກັບ 805.95 ກຣາມ; ໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຈໍານວນ 752 ທ່ານ ເພື່ອລົງປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ໜັກແໜ້ນ, ເຂັ້ມແຂງ, ປັບປຸງກໍາລັງກອງຫຼອນ, ປກສ ບ້ານ ຢູ່ຂັ້ນຕາແສງ ແລະ ຂັ້ນບ້ານ. ພ້ອມນີ້, ທ່ານ ອາລຸນໄຊ ສູນນະລາດ ຍັງຜ່ານແຜນຈຸດສຸມໃນຕໍ່ໜ້າ.

ທ່ານ ພັນເອກ ບົວພັນ ດວງຈໍາປາສັກ ຮອງຫົວໜ້າຫ້ອງການ ປກຊ - ປກສ ສູນກາງ ກໍໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 100/ຄລສພ, ລົງວັນທີ 18 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຈໍາປາສັກ ໂດຍແຕ່ງຕັ້ງ ທ່ານ ອາລຸນໄຊ ສູນນະລາດ ເປັນປະທານ, ທ່ານ ສຸກສະຫວັນ ວິໄລວົງ ເປັນຮອງປະທານ, ທ່ານ ພົນຈັດຕະວາ ວິລະຕູ່ ວໍລະຈິດ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ທ່ານ ພົນຈັດຕະວາ ບຸນອ່ຽງ ພັນວົງສາ ເປັນຮອງປະທານ, ທ່ານ ສຸພາບ ທຳມະຮັກສາ, ທ່ານ ສຸກກະເສີມ ສີຫານຸວງ, ທ່ານ ພົນຈັດຕະວາ ຄໍາກົດ ອິນສີນາ, ທ່ານ ພັນເອກ ສິດປະເສີດ ນວນມະນີວົງ ແລະ ທ່ານ ພັນໂທ ຄໍາພູວົງ ແກ້ວວົງກົດ ເປັນກຳມະການ. ຈາກນັ້ນ, ກໍໄດ້ມອບມະຕິຕົກລົງ ແລະ ຊໍ່ດອກໄມ້ໃຫ້ແກ່ຄະນະກໍາມະການ ປກຊ - ປກສ ແຂວງ ທີ່ຖືກແຕ່ງຕັ້ງໃນຄັ້ງນີ້, ໃຫ້ກຽດມອບໂດຍທ່ານ ພົນເອກ ວິໄລ ຫຼ້າຄຳຟອງ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ ຄະນະພັກ - ຄະນະກໍາມະການ ປກຊ - ປກສ ແຂວງ ທີ່ຖືກແຕ່ງຕັ້ງໃໝ່ ແລະ ຄະນະພັກ - ຄະນະບັນຊາ 2 ກໍາລັງ ສຸມໃສ່ນໍາພາ - ຊີ້ນໍາ ວຽກງານ ປກຊ - ປກສ ຢ່າງແຂງແຮງ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເອົາໃຈໃສ່ປັບປຸງຄະນະກໍາມະການ ປກຊ - ປກສ ແຕ່ລະຂັ້ນ ເປັນຕົ້ນແມ່ນຂັ້ນເມືອງ - ນະຄອນ, ສ່ວນຕາແສງ ໃຫ້ມີພຽງແຕ່ໜ່ວຍງານ ປກຊ - ປກສ ຕາແສງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ຈາກນັ້ນ, ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ແກ່ສະມາຊິກພັກ - ພະນັກງານ, ການນໍາຫຼັກແຫຼ່ງ ໃຫ້ໜັກ ແໜ້ນເຂັ້ມແຂງ, ມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ຈໍາແນກມິດ - ສັດຕູ ໃຫ້ໄດ້ຢ່າງຈະແຈ້ງ, ມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຕ້ອງເດັດຂາດໂດຍກົງຮອບດ້ານ, ຈັດຕັ້ງນໍາພາແນວທາງປ້ອງກັນຊາດ ທົ່ວປວງຊົນຮອບດ້ານຂອງພັກ, ສ້າງໃຫ້ກໍາລັງມີລະບຽບວິໄນ, ໝັ່ນຝຶກຊ້ອມ - ຝຶກແອບຮໍ່າຮຽນຢ່າງສະໝໍ່າສະ ເໝີ ເພື່ອສ້າງຄວາມເຂັ່ມແຂງໃຫ້ແກ່ກໍາລັງ, ສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ