ປ່າໄມ້ ຊັບພະຍາກອນອັນລໍ້າຄ່າຂອງຊາດ ທີ່ພັກ-ລັດຖະບານ ເພີ່ມຄວາມເອົາໃຈໃສ່ປົກປ້ອງ

ປ່າໄມ້ ຊັບພະຍາກອນອັນລໍ້າຄ່າຂອງຊາດ ທີ່ພັກ-ລັດຖະບານ ເພີ່ມຄວາມເອົາໃຈໃສ່ປົກປ້ອງ
ໂດຍ: ສ.ບຸດປະຊາ
    ວຽກງານປ່າໄມ້ ແມ່ນຂະແໜງໜຶ່ງທີ່ສຳຄັນ ຊຶ່ງພັກ-ລັດຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ, ປົກປ້ອງປ່າໄມ້ ຊັບພະຍາກອນອັນລໍ້າຄ່າຂອງຊາດ ດ້ວຍຄວາມເອົາໃຈໃສ່ ຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ນໍາໃຊ້ຊັບພະຍາກອນປ່າໄມ້ ໃຫ້ເກີດປະໂຫຍດສູງສຸດ. ຍ້ອນຄວາມເອົາໃຈໃສ່ຂອງລັດຖະບານ, ໄລຍະຜ່ານມາ, ສະພາບການທໍາລາຍປ່າໄມ້ ແບບຊະຊາຍ ກໍຄືການຖາງປ່າ, ຈູດປ່າ ເຮັດໄຮ່ ແມ່ນຫຼຸດລົງ. ແຕ່ວ່າ, ດ້ວຍສະພາບສິນຄ້າກະສິກຳ ມີລາຄາດີຂຶ້ນ ກໍໄດ້ມີການບຸກລຸກເນື້ອທີ່ປ່າໄມ້ແບບຜິດກົດໝາຍ ເພື່ອຖາງປ່າ, ຈູດປ່າ ເຮັດໄຮ່ ຊຶ່ງເປັນປັດໄຈສຳຄັນ ຕໍ່ການເກີດໄຟໄໝ້ລາມປ່າ, ກໍ່ໃຫ້ເກີດຜົນເສຍຫາຍຕໍ່ເນື້ອທີ່ປ່າໄມ້ຢ່າງໜັກ. ສະພາບການດັ່ງກ່າວ, ພັກ-ລັດຖະບານ ກໍໄດ້ເພີ່ມຄວາມເອົາໃຈໃສ່ ເພື່ອແກ້ໄຂບັນຫາ ແລະ ການພື້ນຟູປ່າໄມ້.
    ການຖ່າງປ່າເຮັດໄຮ່ (ເນື້ອທີ່ເຂດກະສິກໍາເນີນສູງ) ຂອງປະຊາຊົນລາວ ໃນທົ່ວປະເທດ ມີທ່ວງທ່າຫຼຸດລົງ ຊຶ່ງທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ໃຫ້ຮູ້ວ່າ: ຈາກການສົມທຽບ ການຖາງປ່າເຮັດໄຮ່ ຂອງປະຊາຊົນຜ່ານມາ, ຍ້ອນການນຳຂັ້ນສູງ, ການນຳຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ຫັນປ່ຽນອາຊີບຂອງປະຊາຊົນ, ການຫັນປ່ຽນໄປເປັນການປູກໄມ້, ປູກພືດກະສຳກຳ ແລະ ອື່ນໆ ແມ່ນມີກຳໄລ ແລະ ປະສິດຕິພາບສູງກວ່າ. ສະນັ້ນ, ເຮັດໃຫ້ການຖ່າງປ່າເຮັດໄຮ່ ມີເນື້ອທີ່ຫຼຸດລົງເຊັ່ນ: ໃນປີ 2005, ເນື້ອທີ່ 208.264 ເຮັກຕາ, ໃນປີ 2010 ເນື້ອທີ່ຫຼຸດລົງມາເປັນ 205.272 ເຮັກຕາ, ປີ 2015 ເນື້ອທີ່ 150.519 ເຮັກຕາ ແລະ ໃນປີ 2019 ເນື້ອທີ່ຫຼຸດລົງມາເປັນ 132.892 ເຮັກຕາ. ກ່ອນທີ່ຈະມີທ່າອ່ຽງເພີ່ມຂຶ້ນ ໃນປີ2022 ເນຶ້ອທີ່ເພີ່ມມາເປັນ 137.919 ເຮັກຕາ.
ປີ 2023 ຜ່ານມາ, ໄດ້ມີສະພາບເຫດການໄຟໄໝ້ລາມປ່າ ທີ່ເກີດຂຶ້ນພົ້ນເດັ່ນ ແມ່ນໃນໄລຍະ ເດືອນມີນາ-ເມສາ ໂດຍສະເພາະ ແມ່ນຢູ່ບັນດາແຂວງພາກເໜືອ, ສາມາດສັງລວມ ເນື້ອທີ່ປ່າໄມ້ເສຍຫາຍຈາກເຫດການໄຟໄໝ້ລາມປ່າ ທັງໝົດ 476.964 ເຮັກຕາ. ໃນນັ້ນ, ເສຍຫາຍຫຼາຍກວ່າໝູ່ ແມ່ນແຂວງໄຊຍະບູລີ 62.544 ເຮັກຕາ, ຮອງລົງມາແມ່ນ ແຂວງຫຼວງພະບາງ 57.050 ເຮັກຕາ, ແຂວງແຂວງອັດຕະປື 50.391 ເຮັກຕາ, ແຂວງຈຳປາສັກ 47.265 ເຮັກຕາ ແລະ ແຂວງຄໍາມ່ວນ 44.773 ເຮັກຕາ. ສ່ວນແຂວງອື່ນໆ ເສຍຫາຍໜ້ອຍກວ່າ 40.000 ເຮັກຕາ. ສະພາບການນີ້, ໄດ້ສົ່ງຜົນກະທົບຕໍ່ປ່າໄມ້, ເນື້ອທີ່ປ່າໄມ້, ສັດປ່າ, ຊີວະນາໆພັນ, ສິ່ງແວດລ້ອມ ເຮັດໃຫ້ເກີດມີໝອກຄວັນ ແລະ ຝຸ່ນລະອອງ PM2.5 ຢູ່ເກືອບທົ່ວປະເທດ.
ຕໍ່ກັບສະພາບການນັ້ນ, ລັດຖະບານ ໄດ້ອອກຄໍາສັ່ງ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດ. ກົມປ່າໄມ້ ໄດ້ກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ອອກຄໍາສັ່ງ ສະບັບດັ່ງກ່າວ, ຕັ້ງແຕ່ເດືອນກໍລະກົດ 2023 ເປັນຕົ້ນມາ ແລະ ສາມາດແບ່ງອອກເປັນ 2 ໄລຍະຄື:
ໄລຍະທີ 1 (ໄລຍະວາງແຜນ): ໃນລະຫວ່າງໄຕມາດສຸດທ້າຍ ຂອງປີ 2023, ກະຊວງ ກປ ໄດ້ຈັດກອງປະຊຸມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳສັ່ງ 11/ນຍ. ສຳລັບບັນດາແຂວງພາກກາງ ຈັດຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງພາກໃຕ້ ຈັດຢູ່ແຂວງຈຳປາສັກ ແລະ ສຳລັບບັນດາແຂວງພາກເໝືອ ຈັດຢູ່ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາເຈົ້າແຂວງ ຂອງແຕ່ລະພາກ. ໃນກອງປະຊຸມເຫຼົ່ານີ້, ມີຂັ້ນຮອງເຈົ້າແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ. ຜ່ານການດຳເນີນກອງປະຊຸມແຕ່ລະພາກນັ້ນ, ສາມາດສະຫຼຸບຜົນໄດ້ຮັບທີ່ສຳຄັນ ໂດຍສະເພາະ ແມ່ນສາມາດກຳນົດແຜນການລະອຽດ ໃຫ້ແຕ່ລະແຂວງ ເປັນຕົ້ນ ແມ່ນໄດ້ກຳນົດກົນໄກປະສານງານ, ຄວາມຮັບຜິດຊອບ ແລະ ພາລະບົດບາດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ຊັດເຈນ. ພ້ອມກັນນັ້ນ, ກໍໄດ້ກຳນົດບັນດາວິທີການ, ເຕັກນິກ, ຍຸດທະສາດ, ຜູ້ຮັບຜິດຊອບ ແລະ ງົບປະມານ ໃນແຜນການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນ ຄວບຄຸມໄຟໄໝ້ລາມປ່າ. ພ້ອມນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 3574/ກປ, ລົງວັນທີ 10 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຮັບຜິດຊອບ ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 11/ນຍ.
    ໄລຍະທີ 2 (ການຊຸກຍູ້ ແລະ ຕິດຕາມຂອງຄະນະສູນກາງ): ໃນໄລຍະ ເດືອນມັງກອນ-ມີນາ 2024, ຄະນະຮັບຜິດຊອບ ຕາມຂໍ້ຕົກລົງ ສະບັບເລກທີ 3574/ກປ ໄດ້ລົງຊຸກຍູ້, ຕິດຕາມ ແລະ ຈັດຕັ້ງປະຕິບັດ ຂອງຄະນະວິຊາການ ຂອງບັນດາແຂວງໃນທົ່ວປະເທດ ໂດຍໄດ້ຊຸກຍູ້ໃຫ້ແຕ່ລະແຂວງ ສືບຕໍ່ເຜີຍແຜ່, ເຊື່ອມຊຶມເນື້ອໃນຄຳສັ່ງ ສະບັບເລກທີ 11/ນຍ, ຄໍາແນະນໍາ ສະບັບເລກທີ 3573/ກປ, ລົງວັນທີ 10 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງ ສະບັບເລກທີ 11/ນຍ. ນອກຈາກນີ້, ກະຊວງ ກປ ໄດ້ອອກແຈ້ງການ ສະບັບເລກທີ 0564/ກປ, ລົງວັນທີ 31 ມັງກອນ 2024 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ສະກັດກັ້ນ, ຕ້ານໄຟໄໝ້ລາມປ່າ ແລະ ການບຸກລຸກທໍາລາຍປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ທົ່ວເຖິງກຸ່ມເປົ້າໝາຍ ຜ່ານໂທລະໂຄ່ງ ແລະ ສື່ຕ່າງໆຕາມເງື່ອນໄຂ. 
ນອກນັ້ນ, ໄດ້ສະໜອງບັນດາເອກະສານ ແລະ ແບບຟອມຕ່າງໆ ໃຫ້ບັນດາແຂວງ ເປັນຕົ້ນ ຮ່າງຂໍ້ຕົກລົງ ຄະນະຮັບຜິດຊອບ ວຽກງານໄຟໄໝ້ປ່າລະດັບແຂວງ, ລະດັບເມືອງ, ຮ່າງບົດບັນທຶກຕົກລົງການຄຸ້ມຄອງໄຟໄໝ້ປ່າຂັ້ນບ້ານ, ບົດບັນທຶກຄວາມຮັບຜິດຊອບ ລະຫວ່າງ ກອງຄຸ້ມຄອງປ່າສະຫງວນ ແລະ ພະແນກ ກປ ແລະ ຮ່າງແຜນການຂຶ້ນງົບປະມານໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນຄວບຄຸມໄຟໄໝ້ລາມປ່າ.
    ດ້ວຍຄວາມເອົາໃຈໃສ່ດັ່ງກ່າວນັ້ນ, ການປົກປ້ອງປ່າໄມ້ ກໍໄດ້ດຳເນີນໄປຄຽງຄູ່ກັບການສຸມໃສ່ສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ ຊຶ່ງໄດ້ຊ່ວຍເພີ່ມເນື້ອທີ່ການຟື້ນຟູປ່າໄມ້ ເຮັດໃຫ້ປ່າປູກ ແລະ ໄມ້ປູກ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃສ່ທີ່ດິນປ່າປອກໂຫຼ້ນ ແລະ ຊຸດໂຊມ ບັນລຸໄດ້ 522.600 ເຮັກຕາ. ໃນນີ້, ປີ 2021-2023 ປູກໄດ້ 33.504,78 ເຮັກຕາ, ຊະນິດພັນໄມ້ທີ່ປູກ ປະກອບມີ: ໄມ້ຢາງພາລາ ກວມ 57%, ໄມ້ວິກ ກວມ 15% ແລະ ຊະນິດໄມ້ພື້ນເມືອງອື່ນໆ ກວມ 13% ຂອງເນື້ອທີ່ປູກໄມ້ທັງໝົດ. ໃນໄລຍະດຽວກັນນີ້, ການຟື້ນຟູປ່າຊຸດໂຊມ ທັງແບບທໍາມະຊາດ ແລະ ປູກເສີມ ບັນລຸໄດ້ 4,5 ລ້ານເຮັກຕາ ເທົ່າກັບ 75% ຂອງແຜນການ 2021-2025.
    ທັງໝົດນັ້ນ, ໄດ້ສ່ອງແສງໃຫ້ເຫັນວ່າ: ພັກ-ລັດຖະບານ ໄດ້ເພີ່ມຄວາມເອົາໃຈໃສ່ ຕໍ່ການປົກປ້ອງປ່າໄມ້ ແລະ ເອົາໃຈໃສ່ຟື້ນຟູປ່າໄມ້ ທີ່ຖືກຜົນກະທົບ ໂດຍສະເພາະ ກໍຄືຄວາມເສຍຫາຍຈາກໄຟໄໝ້ລາມປ່າ ນັບມື້ເພີ່ມຂຶ້ນ ເພື່ອຄຸ້ມຄອງ ແລະ ນໍາໃຊ້ປ່າໄມ້ໃຫ້ເກີດປະໂຫຍດສູງສຸດ, ປ້ອງກັນບໍ່ໃຫ້ບຸກລຸກປ່າ, ທໍາລາຍປ່າຊະຊາຍ ຊຶ່ງເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ. ພ້ອມນີ້, ກໍເພື່ອສຸມໃສ່ຈັດຕັ້ງປະຕິບັດແຜນການ ປີ 2021-2025. ຂະນະດຽວກັນ ທັງເປັນການປະຕິບັດຍຸດທະສາດປ່າໄມ້ ຮອດປີ 2035 ຊຶ່ງກົມປ່າໄມ້ ໄດ້ວາງແຜນຍຸດທະສາດໄລຍະຍາວ ໃນການປູກໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ໄດ້ ຢ່າງໝ້ອຍ 0,5 ລ້ານເຮັກຕາ ແນໃສ່ຮັບປະກັນການປົກປັກຮັກສາ ຊີວະນານາພັນ ແລະ ສິ່ງແວດລ້ອມ, ສະໜອງວັດຖຸດິບ ໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຢ່າງພຽງພໍ ລວມເຖິງການຟື້ນຟູບູລະນະປ່າໄມ້ ທຳມະຊາດ ທີ່ມີສະພາບຊຸດໂຊມ ໃຫ້ໄດ້ຢ່າງໜ້ອຍ 1,3 ລ້ານ ເຮັກຕາ ແນໃສ່ປົກປັກຮັກສາ ຊີວະນານາພັນ, ສິ່ງແວດລ້ອມ ແລະ ດູດຊັບອາຍກາກໂບນິກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຟີລິບປິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ໃນລະຫວ່າງວັນທີ 13-14 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ.
ຫຼວງພະບາງ ປະກາດການຈັດຕັ້ງພະແນກກະສິກຳ ແລະ ສີ່ງແວດລ້ອມ

ຫຼວງພະບາງ ປະກາດການຈັດຕັ້ງພະແນກກະສິກຳ ແລະ ສີ່ງແວດລ້ອມ

ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການຈັດຕັ້ງໂຮມພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ເປັນພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ຂຶ້ນໃນວັນທີ 13 ສິງຫານີ້ ທີ່ຫ້ອງປະຊຸມໃຫຍ່ກອງບັນຊາການທະຫານແຂວງ ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີການນໍາຂອງແຂວງ ພ້ອມດ້ວຍ ຕາງໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.

ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.

ໂຄງການປັບປຸງ-ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຢູ່ເຂດເມືອງໄຊ,ເມືອງແບງ ແລະ ເມືອງຮຸນ ແຂວອຸດົມໄຊ ພາຍຫຼັງໄດ້ລົງນາມເຊັນສັນຍາ ແລະ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ກໍລະກົດ 2024 ຈົນເຖິງປັດຈຸບັນ ຊຶ່ງມີສອງສັນຍາ. ໃນນີ້, ສັນຍາທີ2 ແຕ່ກິໂລແມັດ 68 ເມືອງແບງ ຫາ ກິໂລແມັດ 121 ເມືອງຮຸນ ໂດຍແມ່ນບໍລິສັດ ກວາງຕຸງວິສະວະກຳກໍ່ສ້າງໄຟຟ້ານໍ້າຕົກເລກ 2 ຈຳກັດ ແຫ່ງ ສປ ຈີນ ຮັບເໝົາກໍ່ສ້າງ ໃນມູນຄ່າ 22,675,496.42 ໂດລາສະຫະລັດ ຄາດວ່າທ້າຍປີ 2025 ຈະໃຫ້ສຳເລັດ 2ຫຼັກໝາຍ ເທົ່າກັບ 7ກິໂລແມັດ. ໃນສັນຍານີ້, ຈະໃຫ້ສໍາເລັດການກໍ່ສ້າງທັງໝົດພາຍໃນ 3ປີ ແລະ ບູລະນະຮັກສາ 7ປີ ຕາມສັນຍາ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ (WB). ບໍລິສັດ ກວາຕຸງວິສະວະກຳກໍ່ສ້າງໄຟຟ້ານ່ຳຕົກເລກ 2 ຈຳກັດ ແມ່ນລັດວິສາຫະກິດ 100% ທີ່ຂຶ້ນກັບ ກຸ່ມບໍລິສັດວິສະວະກຳກໍ່ສ້າງ ແຂວງກວາງຕຸງ ສປ ຈີນ ທີ່ເຂົ້າມາດຳເນີນກິດຈະການຢູ່ ສປປ ລາວ ໃນປີ 1995.
ບໍລິສັດ ລາວຄາຍຢວນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ບໍລິສັດ ລາວຄາຍຢວນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ໃນວັນທີ13 ສິງຫາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ ຊຶ່ງປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດ ລວມມູນຄ່າທັງໝົດ 200 ລ້ານກີບ, ຕາງໜ້າມອບໂດຍ ທ່ານ ຫວາງ ເຕີ ສວນ ຜູ້ອຳນວຍການບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ, ເປັນກຽດກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ຂອງແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ຂອງແຂວງຊຽງຂວາງ

ໃນວັນທີ14ສິງຫານີ້ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ມີຫຼາຍພາກສ່ວນສືບຕໍ່ອຸປະຖຳ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີIXຄຶ:ທ່ານ ສຸກສະຫັວນ ສີສັນສັກ ຮອງຫົວໜ້າ ທະນາຄານພັດທະນາລາວ ສາຂາແຂວງຊຽງຂວາງ ອຸປະຖຳເງິນສົດ 100,000,000ກີບ,
ເພີ່ມເຕີມ