ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຟີລິບປິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ໃນລະຫວ່າງວັນທີ 13-14 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ.
ລາວ-ຟລບປນ ສບຕຮດແໜນສາຍພວພນຮວມມສອງຝາຍ ຄບຮອບ 70 ປ - image 1
 

 

ໃນວັນທີ 13 ສິງຫາ 2025 ທີ່ ກະຊວງການຕ່າງປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ພົບປະສອງຝ່າຍ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ເພື່ອທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 2 ປີຜ່ານມາ ພາຍຫຼັງກອງປະຊຸມ JCBC ລາວ-ຟີລິບປິນ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນຢູ່ ສປປ ລາວ ໃນເດືອນສິງຫາ 2023, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃນດ້ານຕ່າງໆໃນປັດຈຸບັນ, ພ້ອມທັງໄດ້ຮ່ວມກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປເລື້ອຍໆ.

ລາວ-ຟລບປນ ສບຕຮດແໜນສາຍພວພນຮວມມສອງຝາຍ ຄບຮອບ 70 ປ - image 2
 

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ທັງເປັນການປະກອບສ່ວນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງສອງປະເທດ ໃນປີ 2025 ນີ້. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບການເຊື້ອເຊີນ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມາຢ້ຽມຢາມປະເທດຟີລິບປິນໃນທ້າຍປີ 2025 ນີ້ ເພື່ອເປັນການສະເຫຼີມສະຫຼອງຄົບຮອບປີສຳຄັນດັ່ງກ່າວ ຂອງສອງປະເທດ. ໃນຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ທີີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຟີລິບປິນ ຄົນໃໝ່, ພ້ອມທັງ ໄດ້ເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.

ລາວ-ຟລບປນ ສບຕຮດແໜນສາຍພວພນຮວມມສອງຝາຍ ຄບຮອບ 70 ປ - image 3
 

ນອກຈາກນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນໃນດ້ານການເມືອງ, ດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ, ພະລັງງານ, ເຕັກໂນໂລຊີ ແລະ ການສື່ສານ, ການສຶກສາ, ວັດທະທໍາ-ສັງຄົມ ແລະ ອື່ນໆ, ລວມທັງການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຟີລິບປິນ ແລະ ເຫັນດີຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານຕ່າງໆດັ່ງກ່າວ ໃຫ້ຂະຫຍາຍຕົວກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ, ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ຕະຫຼອດໄລຍະ 70 ປີ ຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ ເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ.

ລາວ-ຟລບປນ ສບຕຮດແໜນສາຍພວພນຮວມມສອງຝາຍ ຄບຮອບ 70 ປ - image 4
 

ໃນຕອນທ້າຍກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ຊຶ່ງເປັນເອກະສານສໍາຄັນໃນຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ສອງກະຊວງການຕ່າງປະເທດ ກໍຄືຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ຊອກຫາຊ່ອງທາງຮ່ວມມືກັນໃນຂະແໜງທີ່ສອງປະເທດມີທ່າແຮງຕາມຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງບົດບັນທຶກສະບັບດັ່ງກ່າວ ເປັນຕົ້ນແມ່ນດ້ານພະລັງງານສະອາດ, ກະສິກໍາທັນສະໄໝ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ; ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນເປີດກາສັນຍາລັກສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ຢ່າງເປັນທາງການ.

ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອະນຸສາວະລີຂອງ ທ່ານ ຣີຊານ (Rizal) ທີ່ເປັນວິລະບູລຸດຂອງປະຊາຊົນຟີລິບປິນ ໃນການຕໍ່ສູ້ເອົາເອກະລາດຈາກຕ່າງຊາດ; ໄປວາງກະຕ່າດອກໄມ້ ທີ່ຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ສວນອາຊຽນ; ໄດ້ໄປຢ້ຽມຢາມຫໍພິພິຕະພັນແຫ່ງຊາດ ຂອງປະເທດຟີລິບປິນ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມ ແລະ ໃຫ້ກຽດໂອ້ລົມພະນັກງານຢູ່ສະຖານເອກອັກຄະລັດທະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟີລິບປິນ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

ວັນທີ 3 ທັນວາ ນີ້, ທະນາຄານ ພັດທະນາລາວ ຈຳກັດ (LDB) ສາຂາພາກເໜືອ ໄດ້ຈັດພິທີເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ, ມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຮັບເຊີນ ເຂົ້າຮ່ວມ.
ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ຈາກບັນດາແອັບຫວຍຕ່າງໆຈົນກາຍເປັນຕຳນານສຳລັບປີນີ້, ໃຜທີ່ດາວໂຫຼດ ແລະ ລົງທະບຽນແອັບ InseeHubກໍຮັບໄປເລີຍເງິນເຮັງ 50,000ກີບເຂົ້າກະເປົາ (ທຸກໆ Userໃຫມ່)ພ້ອມສ່ວນຫຼຸດ 15% ທຸກຊ່ອງທາງການຊຳລະ.
ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ໃນໂອກາດ ວັນຊາດທີ 2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 50 ປີ ສະ​ຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາພັກ ແຂວງບໍ່ແກ້ວ ​ໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ຂ້າ​ພະ​ເຈົ້າສຸດທີ່ມີຄວາມຈົດຈໍາລໍາລຶກເຖງບຸນຄຸນອັນປະເສີດແລະ ຄວາມຍ້ອງຍໍຊົມເຊີຍຕໍ່​ຜູ້ນຳ​ພັກ-ລັດຕະຫຼອດ​ເຖິງສະມາ​ຊິກ​ພັກ, ພະນັກງານ, ນັກຮົບປະຕິວັດແຕ່ລະຮຸ່ນ,ແຕ່ລະສະໄໝ ທີ່ໄດ້ອຸທິດ​ຊີວິດ​ເພື່ອພາລະກິດ​ອັນສູງ​ສົ່ງ ​ຂອງ​ປະ​ເທດ​ຊາດ,ຂອງ​ພັກ ແລະການ​ປະຕິວັດ.
ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ພິທີເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຊຶ່ງໃຫ້ທຶນໂດຍບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ທັນວາຜ່ານມາ ທີ່ບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວພ້ອມດ້ວຍຄະນະ, ມີແຂກຖືກເຊີນ ແລະ ອໍານາດການປົກຄອງບ້ານອ້ອມຂ້າງຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
ເພີ່ມເຕີມ