ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ
ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.

 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ທີ່ຫໍວັດທະນະທໍາແຫ່ງຊາດ, ທ່ານ ນາງ ອາດີນາ ມະຫາວົງ ປະທານໂທລະພາບ ເອັມວີລາວ ຊ່ອງ 5 (MV LAO channel 5) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ໃນອະດີດ, ບົດບາດແມ່ຍິງລາວ ແມ່ນຜູ້ທີ່ໄດ້ເຄື່ອນໄຫວໃນວຽກງານສື່ມວນຊົນເປັນຕົ້ນແມ່ນເລີ່ມສົ່ງຂ່າວ, ໂພຊະນາການ, ຂໍ້ມູນຂ່າວສານສົ່ງໃຫ້ແນວໜ້າ ແລະ ແນວຫຼັງ, ຕອນປົດປ່ອຍໃໝ່ໆ ພາລະບົດບາດແມ່ຍິງໃນວຽກງານຂ່າວມີໜ້ອຍ, ມາຮອດຍຸກໃໝ່ ແມ່ຍິງໃນວຽກງານສື່ນັບມື້ເພີ່ມຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ຜູ້ເຮັດອາຊີບສື່ມວນຊົນ ກໍລ້ວນແຕ່ຍ້ອນມີຄວາມມັກຮັກໃນອາຊີບ ໂດຍສະເພາະແມ່ຍິງທີ່ເຮັດອາຊີບສື່ມວນຊົນໃນພາກເອກະຊົນ ແມ່ນມີຄວາມສູ້ຊົນສູງສົມຄວນ ຊຶ່ງໃນການເຄື່ອນໄຫວວຽກງານ ແມ່ຍິງກໍຄືຜູ້ຊາຍ ແມ່ນກຽມຄວາມພ້ອມ ແລະ ແບກຫາບອຸປະກອນ ເຊັ່ນ: ກ້ອງຖ່າຍພາບນິ້ງ, ກ້ອງຖ່າຍທໍາວິດີໂອ, ຂາກ້ອງ ແລະ ອຸປະກອນອື່ນໆ, ແຕ່ວ່າເຄື່ອງມືໃນການຮັບໃຊ້ວຽກງານຊໍ້າພັດແພງ, ເມື່ອທຽບໃສ່ລາຍຮັບແມ່ນບໍ່ດຸ່ນດ່ຽງ ຕ້ອງໄດ້ປົກປ້ອງສຸດຂີດເພື່ອບໍ່ເກີດຜົນເສຍຫາຍ; ນອກນີ້, ກ່ອນຈະເຮັດຂ່າວ-ບົດອອກມາແມ່ນໄດ້ທຸ້ມເທສະໝອງປັນຍາ ໃນການຄິດຄົ້ນ, ສັນຫາສໍານວນພາສາ ເພື່ອຂຽນລົງໃນຂ່າວ, ຄໍລໍາໜຶ່ງໆ ກໍຕ້ອງໄດ້ໃຊ້ເວລາ ຊອກຫາແຫຼ່ງຂໍ້ມູນ, ລົງໄປສໍາພາດ, ຖ່າຍພາບຫຼາຍໆໂປ້, ຫຼາຍໆສະຖານທີ່ ເລືອກພາບພຽງແຕ່ 1-2ໃບ ໃຫ້ສື່ເຖິງຄວາມໝາຍນັ້ນໆ.

ສຳລັບ ທ່ານ ນາງອາດີນາ ມະຫາວົງ ແລ້ວ, ໃນນາມທີ່ເປັນຄົນລາວ, ດໍາລົງຊີວິດໃນຜືນແຜ່ນດິນລາວ, ເພື່ອເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ກໍໄດ້ມີໂອກາດດໍາເນີນທຸລະກິດຫຼາຍຢ່າງ ຈົນມາເຖິງອາຊີບສື່ມວນຊົນ ຄື: 1995 ເປັນຜູ້ກໍ່ຕັ້ງວາລະສານໄຊໂຢລາວ ພ້ອມທັງຮຽນຮູ້ໄປນໍາ ແລະ ຍ້ອນ ພັກ-ລັດມີນະໂຍບາຍ ສົ່ງເສີມປວງຊົນ ດໍາເນີນທຸລະກິດປະເພດຕ່າງໆ ບວກກັບຄວາມມັກ ຈຶ່ງເກີດມີຄວາມຄິດມາກໍ່ຕັ້ງ ໂທລະພາບເອັມວີລາວ ຊ່ອງ 5 (MV LAO channel 5), ປີ 2006 ເຖິງປັດຈຸບັນ ເປັນປະທານບໍລິສັດໂທລະພາບລາວສະຕາຣ ຈໍາກັດ, ເປັນຄະນະບໍລິຫານງານສະມາຄົມນັກຂ່າວລາວ, ເປັນຄະນະບໍລິຫານງານສະມາຄົມນັກທຸລະກິດຍິງລາວ, ປະທານບໍລິສັດໂທລະພາບລາວສະຕາຣ ຈໍາກັດ, ປີ 2017 ເຖິງປັດຈຸບັນ ເປັນທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ທ່ານ ນາງ ອາດີນາ ມະຫາວົງ ກ່າວຕື່ມວ່າ: ສໍາລັບໂທລະພາບ ເອັມວີລາວ ແມ່ນຮັບເອົາລາຍການຂ່າວຈາກ ສະຖານີໂທລະພາບ ຊ່ອງ 1 ເພື່ອເຜີຍແຜ່ອອກທາງມືຖື, ໃນນາມທີ່ເປັນສື່ຜູ້ໜຶ່ງແມ່ນມີຄວາມພູມໃຈໃນອາຊີບຕົນ ເຖິງແມ່ນວ່າ ອາຊີບນັກຂ່າວ ລາຍຮັບຈະບໍ່ດຸ່ນດ່ຽງກັບວຽກງານທີ່ເຮັດນັ້ນກໍຕາມ, ແຕ່ນັກຂ່າວຍັງໄດ້ຜົນກໍາໄລ ຈາກການທັດສະນະສຶກສາ, ການພົບປະແລກປ່ຽນບົດຮຽນ, ຄວາມຮັກແພງ ຈາກບັນດາສາຍສື່ດ້ວຍກັນ. ພ້ອມນີ້, ກໍເຊື່ອໝັ້ນວ່າ ເຖິງວ່າຈະປະກອບອາຊີບໃດໆກໍຕາມ ຂໍໃຫ້ທຸກໆທ່ານ ຈົ່ງມີເອກະລັກຊາດນິຍົມ ຊຶ່ງຈະຊ່ວຍເຮັດໃຫ້ຜູ້ອື່ນບໍ່ມີຄວາມເດືອດຮ້ອນ, ການເຮັດວຽກຕ້ອງເປັນໝູ່ຄະນະ (ທີມງານ) ວຽກດັ່ງກ່າວ ຈຶ່ງຈະບັນລຸຜົນສໍາເລັດ ແລະ ຈົ່ງເຮັດວຽກຢ່າງມີສະຕິຢູ່ສະເໝີ.

ໃນຍຸກສະໄໝໃໝ່ນີ້, ນັກຂ່າວ ຕ້ອງຮຽນຮູ້ເຕັກໂນໂລຊີໃຫ້ທັນກັບພາກພື້ນ ແລະ ສາກົນ ຕໍ່ກັບບັນຫາດັ່ງກ່າວ; ດັ່ງນັ້ນ, ຈຶ່ງຢາກຝາກເຖິງ ພັກ-ລັດ ຈົ່ງໃຫ້ການຊີ້ນໍາ-ນໍາພາວຽກງານສື່ຕື່ມເພື່ອໃຫ້ນັກຂ່າວໄດ້ມີເງື່ອນໄຂສຶກສາຮໍ່າຮຽນ ຈະຢຸດຢູ່ບ່ອນເກົ່າແມ່ນບໍ່ໄດ້, ຈະຕ້ອງໄດ້ພັດທະນາກ້າວໄປຂ້າງໜ້າ ດັ່ງຄໍາເວົ້າທີ່ວ່າ: “ຈໍາ ຈໍາ ຈໍາ ກະດູກເປັນຜົງ ບໍ່ຫຼົງບໍ່ລືມ ຕາຍເປັນຜີບໍ່ໜີການຮຽນ” ຕ້ອງຮຽນຮູ້ເປັນວິຊາສະເພາະ ຮຽນໄປເລື້ອຍໆ ຕາມການຂະຫຍາຍຕົວຂອງເຕັກໂນໂລຊີຍຸກສະໄໝໃໝ່ ແລະ ການເຮັດຂ່າວ ຕ້ອງໄດ້ເຂົ້າເຖິງທຸກເພດ, ທຸກໄວ ເພື່ອໃຫ້ບຸກຄົນເຫຼົ່ານັ້ນ ໄດ້ຮັບຮູ້ຂໍ້ມູນຂ່າວສານ ທີ່ນັກຂ່າວໄດ້ສື່ສານເຖິງນັ້ນໆ, ໝາຍຄວາມວ່າ ການຂຽນໃຫ້ໄດ້ຕາມເປົ້າໝາຍ ສໍາລັບເຍົາວະຊົນ, ຊາວໜຸ່ມ, ໄວໜຸ່ມ, ໄວກາງຄົນ ແລະ ຜູ້ອາວຸໂສ ຈະສື່ຄວາມໝາຍໃນຮູບແບບທີ່ຕ່າງກັນ.

ດ້ວຍການທີ່ ທ່ານ ນາງ ອາດີນາ ມະຫາວົງ ໄດ້ເຄື່ອນໄຫວໃນອາຊີບນັກຂ່າວ-ອາຊີບສື່ມວນຊົນ ທີ່ເຫັນວ່າເປັນອາຊີບທີ່ມີກຽດສະຫງ່າ ຄຽງບາຄຽງໄຫຼ່ ກັບຜູ້ຊາຍ ໃນການປະກອບສ່ວນໃນວຽກງານສື່ມວນຊົນ ອັນເປັນສ່ວນໜຶ່ງທີ່ປະກອບສ່ວນສຳຄັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຕົນເອງ ກໍໄດ້ມີຄວາມພາກກູມໃຈ ທີ່ໄດ້ເຮັດອາຊີບນີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ເພີ່ມເຕີມ