ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ
ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.

 

ພາຍຫັງສຳເລັດການຍື່ນສານ, ທ່ານ ເອກອັກຄະລັດຖະທູດ ໄດ້ຮັບກຽດພົບປະກັບ ເຈົ້າຊາຍ ອາລົວ ດ້ວຍບັນຍາກາດທີ່ດີ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄປຍັງພະລາຊາ ຮັນຊ ອາດາມ ທີ II ກໍຄືເຈົ້າຊາຍ ອາລົວ ແລະ ສະມາຊິກຄອບຄົວລາດຊະວົງ ພ້ອມທັງລັດຖະບານ ແລະ ປະຊາຊົນເລັກເຕິນສະເຕນ ທຸກຖ້ວນໜ້າ. ພ້ອມກັນນັ້ນ, ທ່ານ ດາວວີ ວົງໄຊ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຄວາມພະຍາຍາມ ຂອງລັດຖະບານ ເພື່ອນໍາພາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ລວມທັງການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຜົນກະທົບຈາກໄພພິບັດທຳມະຊາດ ແລະ ສະພາບການຂອງໂລກທີ່ພວມຜັນແປຢ່າງໄວວາ.

ໃນໂອກາດດັ່ງກ່າວ, ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ດາວວີ ວົງໄຊ ທີ່ໄດ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ເລັກເຕິນສະເຕນ ພ້ອມທັງສະແດງຄວາມສົນໃຈຕໍ່ການພັດທະນາ ແລະ ສະພາບໄພພິບັດທາງທຳມະຊາດທີ່ເກີດຂຶ້ນຢູ່ ສປປ ລາວ. ພ້ອມກັນນີ້, ເຈົ້າຊາຍ ອາລົວ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງປະທານປະເທດ ແລະ ການນຳຂອງ ສປປ ລາວ.

ທັງສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືໃນຂະແໜງທີ່ເປັນທ່າແຮງຂອງສອງປະເທດ ກໍຄືການຮ່ວມມືໃນຂອບອົງການສະຫະປະຊາຊາດ ໂດຍສະເພາະການສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນດາປະເທດນ້ອຍ ໃນເວທີສາກົນ.

ໃນໄລຍະກ່ອນການຍື່ນສານຕາຕັ້ງ, ທ່ານ ດາວວີ ວົງໄຊ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຊາບີນໂມໂນນີ (Sabine Monauni) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ສິ່ງແວດລ້ອມ ແລະ ວັດທະນະທຳ ແຫ່ງ ເລັກເຕິນສະເຕນ ແລະ ໄດ້ຍື່ນສຳເນົາສານຕາຕັ້ງ ພ້ອມທັງໄດ້ປຶກສາຫາລື ກ່ຽວກັບການຄົ້ນຄວ້າຊອກຫາຊ່ອງທາງເພື່ອສົ່ງເສີມການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼັາຍຝ່າຍໃຫ້ດີຍິ່ງຂຶ້ນ ພາຍຫຼັງທີ່ມີການສ້າງຕັ້ງສາຍພົວພັນການທູດນຳກັນມາແຕ່ວັນທີ 8 ມັງກອນ 2014 ເປັນຕົ້ນມາ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ຄົບຮອບ 70 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຟີລິບປິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ໃນລະຫວ່າງວັນທີ 13-14 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ.
ຫຼວງພະບາງ ປະກາດການຈັດຕັ້ງພະແນກກະສິກຳ ແລະ ສີ່ງແວດລ້ອມ

ຫຼວງພະບາງ ປະກາດການຈັດຕັ້ງພະແນກກະສິກຳ ແລະ ສີ່ງແວດລ້ອມ

ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການຈັດຕັ້ງໂຮມພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ເປັນພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ຂຶ້ນໃນວັນທີ 13 ສິງຫານີ້ ທີ່ຫ້ອງປະຊຸມໃຫຍ່ກອງບັນຊາການທະຫານແຂວງ ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີການນໍາຂອງແຂວງ ພ້ອມດ້ວຍ ຕາງໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.

ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.

ໂຄງການປັບປຸງ-ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຢູ່ເຂດເມືອງໄຊ,ເມືອງແບງ ແລະ ເມືອງຮຸນ ແຂວອຸດົມໄຊ ພາຍຫຼັງໄດ້ລົງນາມເຊັນສັນຍາ ແລະ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ກໍລະກົດ 2024 ຈົນເຖິງປັດຈຸບັນ ຊຶ່ງມີສອງສັນຍາ. ໃນນີ້, ສັນຍາທີ2 ແຕ່ກິໂລແມັດ 68 ເມືອງແບງ ຫາ ກິໂລແມັດ 121 ເມືອງຮຸນ ໂດຍແມ່ນບໍລິສັດ ກວາງຕຸງວິສະວະກຳກໍ່ສ້າງໄຟຟ້ານໍ້າຕົກເລກ 2 ຈຳກັດ ແຫ່ງ ສປ ຈີນ ຮັບເໝົາກໍ່ສ້າງ ໃນມູນຄ່າ 22,675,496.42 ໂດລາສະຫະລັດ ຄາດວ່າທ້າຍປີ 2025 ຈະໃຫ້ສຳເລັດ 2ຫຼັກໝາຍ ເທົ່າກັບ 7ກິໂລແມັດ. ໃນສັນຍານີ້, ຈະໃຫ້ສໍາເລັດການກໍ່ສ້າງທັງໝົດພາຍໃນ 3ປີ ແລະ ບູລະນະຮັກສາ 7ປີ ຕາມສັນຍາ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ (WB). ບໍລິສັດ ກວາຕຸງວິສະວະກຳກໍ່ສ້າງໄຟຟ້ານ່ຳຕົກເລກ 2 ຈຳກັດ ແມ່ນລັດວິສາຫະກິດ 100% ທີ່ຂຶ້ນກັບ ກຸ່ມບໍລິສັດວິສະວະກຳກໍ່ສ້າງ ແຂວງກວາງຕຸງ ສປ ຈີນ ທີ່ເຂົ້າມາດຳເນີນກິດຈະການຢູ່ ສປປ ລາວ ໃນປີ 1995.
ບໍລິສັດ ລາວຄາຍຢວນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ບໍລິສັດ ລາວຄາຍຢວນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ໃນວັນທີ13 ສິງຫາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ ຊຶ່ງປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດ ລວມມູນຄ່າທັງໝົດ 200 ລ້ານກີບ, ຕາງໜ້າມອບໂດຍ ທ່ານ ຫວາງ ເຕີ ສວນ ຜູ້ອຳນວຍການບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ, ເປັນກຽດກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ຂອງແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ຂອງແຂວງຊຽງຂວາງ

ໃນວັນທີ14ສິງຫານີ້ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ມີຫຼາຍພາກສ່ວນສືບຕໍ່ອຸປະຖຳ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີIXຄຶ:ທ່ານ ສຸກສະຫັວນ ສີສັນສັກ ຮອງຫົວໜ້າ ທະນາຄານພັດທະນາລາວ ສາຂາແຂວງຊຽງຂວາງ ອຸປະຖຳເງິນສົດ 100,000,000ກີບ,
ອຸດົມໄຊ ໂຮມຊຸມນຸມສະຫຼອງສາມວັນປະຫວັດສາດຂອງຊາດ

ອຸດົມໄຊ ໂຮມຊຸມນຸມສະຫຼອງສາມວັນປະຫວັດສາດຂອງຊາດ

ໃນວັນທີ 13 ສິງຫາຜ່ານມາ ທີ່ສະໂມສອນໃຫຍ່ຂອງແຂວງອຸດົມໄຊ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພີມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນລັດຖະທຳມະນູນ ຄົບຮອບ 34 ປີ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ, ມີພະເຖລາ-ນຸເຖລະ, ການນໍພັກ-ລັດແຂວງ, ນັກປະຕິວັດອາວຸໂສ ຜູ້ຊົງຄຸນວຸດທິ, ພະນັກງານລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ