ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ
ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ລງເລກການຮວມມລະຫວາງສະຖາບນກບວສາຫະກດ - image 1
 

 

 

ສະຖາບັນຂົງຈື ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີ ເຕັກໂນໂລຊີ (ລາວ) ຈຳກັດ ໃນປີ 2024, ໂດຍອີງໃສ່ມາດຕະຖານຄວາມຕ້ອງການຄວາມສາມາດດ້ານພາສາຈີນຂອງບໍລິສັດ ຈຶ່ງໄດ້ສ້າງຫຼັກສູດຝຶກອົບຮົມເປັນເວລາ 10-12 ເດືອນ. ໂຄງການດັ່ງກ່າວນີ້ ແມ່ນ ຝຶກອົບຮົມຢ່າງເປັນລະບົບ, ສ້າງບຸກຄະລາກອນທ້ອງຖິ່ນທີ່ມີຄວາມສາມາດສື່ສານດ້ານພາສາຈີນ ແລະ ມີຄວາມສາມາດ ດ້ານວິຊາສະເພາະວິສະວະກໍາໄຟຟ້າ, ຜ່ານໂຄງການນີ້ຈະເຮັດໃຫ້ນັກສຶກສາຈຳນວນ 34 ຄົນກໍາແໜ້ນຄວາມຮູ້ດ້ານວິສະວະກໍາໄຟຟ້າ ແລະ ຄວາມສາມາດໃນການສື່ສານພາສາຈີນໄປພ້ອມກັນ; ເມື່ອສິ້ນສຸດໂຄງການຝຶກອົບຮົມນັກສຶກສາດັ່ງກ່າວຈະໄດ້ຮັບບຸລິມະສິດໃນການເຂົ້າເຮັດວຽກນຳບໍລິສັດ ຊຶ່ງຈະເປັນກໍາລັງສໍາຄັນຂອງບໍລິສັດ ແລະ ເປັນກໍາລັງສະໜັບສະໜູນການພັດທະນາທຸລະກິດໃນທ້ອງຖິ່ນໃຫ້ມີຄວາມໝັ້ນຄົງ.

ນອກຈາກນີ້, ສະຖາບັນຂົງຈືຍັງມີການປະສານພົວພັນສະໜິດແໜ້ນກັບຫົວໜ່ວຍທຸລະກິດຕ່າງໆ, ປະສານສົມທົບກັນສ້າງຫຼັກສູດທີ່ແທດເໝາະກັບຄວາມຕ້ອງການຕົວຈິງຂອງສັງຄົມ ຊຶ່ງຍົກລະດັບການເປັນຜູ້ນຳໜ້າຂອງຫຼັກສູດໃນດ້ານການນໍາໃຊ້ ແລະ ການຈ້າງງານ. ການຝຶກອົບຮົມ “ຫຼັກສູດກຳນົົດສະເພາະ” ແບບນີ້ບໍ່ພຽງແຕ່ເປັນການຍົກສູງຄວາມສາມາດໃນການແຂ່ງຂັນໃນການຈ້າງງານເທົ່ານັ້ນ, ແຕ່ຍັງເປັນການພັດທະນາບຸກຄະລາກອນທ້ອງຖິ່ນທີ່ມີຄຸນນະພາບສູງ, ທັງຊຸກຍູ້ການປະສານສົມທົບກັນລະຫວ່າງການສຶກສາ ແລະ ຫົວໜ່ວຍທຸລະກິດໃຫ້ລົງເລິກຍິ່ງໆຂຶ້ນ.

ສະຖາບັນຂົງຈື ໄດ້ປະຕິບັດບົດບາດໃນການຝຶກອົບຮົມ “ພາສາຈີນ ເຕັກນິກວິຊາຊີບ” ຂອງຕົນໃຫ້ກັບສັງຄົມຢ່າງເຕັມຄວາມສາມາດ ຊຶ່ງໄດ້ສົ່ງເສີມໃຫ້ມີການຝຶກທັກສະຝີມືດ້ານວິຊາຊີບກ່ຽວກັບການໃຊ້ຕົວຈິງ ແລະ ສົ່ງເສີມການພັດທະນາບຸກຄະລາກອນໃນທ້ອງຖິ່ນ. ສະຖາບັນຂົງຈື ໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງສ້າງສູນສິດສອນພາສາຈີນຈຳນວນຫຼາຍແຫ່ງໃນແຂວງຫຼວງພະບາງ ຊຶ່ງໄດ້ມີການຈັດຝຶກອົບຮົມດ້ານເຕັກນິກໃນໄລຍະສັ້ນໃນຂົງເຂດກະສິກຳ, ການເງິນ, ການແພດ, ການລົດໄຟ ແລະ ອື່ນໆ ສາມາດຕອບສະໜອງຄວາມຕ້ອງການຂອງອົງກອນ ແລະ ທຸລະກິດໄດ້ເປັນຢ່າງດີ.

ໃນຂະແໜງກະສິກຳ, ສະຖາບັນຂົງຈື ໄດ້ຮ່ວມມືກັບວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ເປີດການຝຶກອົບຮົມພາສາຈີນ ການປ້ອງກັນພືດ”, “ພາສາຈີນ ການປ້ອງກັນແມງໄມ້ ແລະ ພະຍາດ, ພາສາຈີນ ນິເວດກະສິກຳ” ເປັນຕົ້ນ. ໃນຂະແໜງການເງິນ, ໄດ້ຮ່ວມມືກັບວິທະຍາໄລການເງິນພາກເໜືອ ເປີດການຝຶກອົບຮົມ ພາສາຈີນ ການຄ້າທາງເອເລັກໂຕນິກ” ແລະ ພາສາຈີນ ການບໍລິຫານການເງິນ. ນອກຈາກນັ້ນ, ຍັງເປີດຝຶກອົບຮົມ ພາສາຈີນ ເຕັກນິກການແພດ, ພາສາຈີນ ການລົດໄຟ ແລະ ອື່ນໆ ສາມາດຕອບສະໜອງບຸກຄະລາກອນທີ່ມີຄວາມສາມາດດ້ານເຕັກນິກ ແລະ ວິຊາສະເພາະສະໜອງໃຫ້ຂົງເຂດການແພດ, ທະນາຄານ, ທາງລົດໄຟ ແລະ ອື່ນໆ. ນັບແຕ່ ປີ 2019 ເປັນຕົ້ນມາສະຖາບັນຂົງຈື ໄດ້ຮ່ວມມືກັບໂຮງງານປະສານເຫຼົ່າຫຼວງພະບາງ ເປີດການຝຶກອົບຮົມ ພາສາຈີນ ວິສະວະກໍາກົນຈັກ. ຮ່ວມມືກັບພະແນກປະຕິບັດການ ແລະ ບໍາລຸງຮັກສາໂຄງການໄຟຟ້າເຂື່ອນນ້ຳອູຂອງກຸ່ມບໍລິສັດ ພາວເວີຊາຍນາ ເປີດການຝຶກອົບຮົມ ພາສາຈີນ ວິສະວະກໍາໄຟຟ້າສໍາເລັດໄປ ແລ້ວ 2 ຊຸດ ຈຳນວນ 58 ຄົນ ໄດ້ກາຍເປັນພະນັກງານທ້ອງຖິ່ນທີ່ກຳແໜ້ນດ້ານເຕັກນິກ ແລະ ຄວາມສາມາດດ້ານພາສາຈີນ ທີ່ມີປະສິດທິພາບໃນການເຮັດວຽກສູງ ແລະ ໄດ້ໄປປະຕິບັດໜ້າທີ່ຢູ່ເຂື່ອນໄຟຟ້ານ້ຳອູ ນັບແຕ່ເຂື່ອນທີ 1 ຮອດເຂື່ອນທີ 7. ນອກຈາກນີ້, ເພື່ອຕອບສະໜອງຄວາມຕ້ອງການດ້ານການເງິນ ແລະ ດ້ານການຄ້າທີ່ກຳລັງພັດທະນາຢ່າງຕໍ່ເນື່ອງນັ້ນ, ສະຖາບັນຂົງຈື ກໍໄດ້ຮ່ວມມືກັບທະນາຄານລາວ - ຈີນ ເພື່ອສ້າງສູນຝູ້ຕຽນ ຂຶ້ນ ເພື່ອຂະຫຍາຍການຝຶກອົບຮົມ ພາສາຈີນ ການເງິນການທະນາຄານ, ພາສາຈີນ ການຄ້າທາງເອເລັກໂຕຣນິກ, ຜັນຂະຫຍາຍ ໂຄງການຝຶກອົບຮົມຕົວແບບ “ພາສາຈີນ ເຕັກນິກວິຊາຊີບ” ໃຫ້ມີຫຼາກຫຼາຍສາຂາຍິ່ງຂຶ້ນ. ໂຄງການນີ້ບໍ່ພຽງແຕ່ເປັນການສ້າງບຸກຄະລາກອນໃຫ້ຂະແໜງການຕ່າງໆເທົ່ານັ້ນ, ມັນຍັງເປັນສັນຍາລັກແຫ່ງຄວາມກ້າວໜ້າອັນສໍາຄັນໃນຂະບວນການສົ່ງເສີມການຮ່ວມມືດ້ານການສຶກສາ, ການເງິນ ແລະ ອື່ນໆລະຫວ່າງລາວ-ຈີນ ອີກດ້ວຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

ວັນທີ 3 ທັນວາ ນີ້, ທະນາຄານ ພັດທະນາລາວ ຈຳກັດ (LDB) ສາຂາພາກເໜືອ ໄດ້ຈັດພິທີເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ, ມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຮັບເຊີນ ເຂົ້າຮ່ວມ.
ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ຈາກບັນດາແອັບຫວຍຕ່າງໆຈົນກາຍເປັນຕຳນານສຳລັບປີນີ້, ໃຜທີ່ດາວໂຫຼດ ແລະ ລົງທະບຽນແອັບ InseeHubກໍຮັບໄປເລີຍເງິນເຮັງ 50,000ກີບເຂົ້າກະເປົາ (ທຸກໆ Userໃຫມ່)ພ້ອມສ່ວນຫຼຸດ 15% ທຸກຊ່ອງທາງການຊຳລະ.
ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ໃນໂອກາດ ວັນຊາດທີ 2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 50 ປີ ສະ​ຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາພັກ ແຂວງບໍ່ແກ້ວ ​ໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ຂ້າ​ພະ​ເຈົ້າສຸດທີ່ມີຄວາມຈົດຈໍາລໍາລຶກເຖງບຸນຄຸນອັນປະເສີດແລະ ຄວາມຍ້ອງຍໍຊົມເຊີຍຕໍ່​ຜູ້ນຳ​ພັກ-ລັດຕະຫຼອດ​ເຖິງສະມາ​ຊິກ​ພັກ, ພະນັກງານ, ນັກຮົບປະຕິວັດແຕ່ລະຮຸ່ນ,ແຕ່ລະສະໄໝ ທີ່ໄດ້ອຸທິດ​ຊີວິດ​ເພື່ອພາລະກິດ​ອັນສູງ​ສົ່ງ ​ຂອງ​ປະ​ເທດ​ຊາດ,ຂອງ​ພັກ ແລະການ​ປະຕິວັດ.
ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ພິທີເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຊຶ່ງໃຫ້ທຶນໂດຍບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ທັນວາຜ່ານມາ ທີ່ບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວພ້ອມດ້ວຍຄະນະ, ມີແຂກຖືກເຊີນ ແລະ ອໍານາດການປົກຄອງບ້ານອ້ອມຂ້າງຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
ເພີ່ມເຕີມ