ໃນວັນທີ13 ສິງຫາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ ຊຶ່ງປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດ ລວມມູນຄ່າທັງໝົດ 200 ລ້ານກີບ, ຕາງໜ້າມອບໂດຍ ທ່ານ ຫວາງ ເຕີ ສວນ ຜູ້ອຳນວຍການບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ, ເປັນກຽດກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ໃນໂອນີ້, ທ່ານເຈົ້າແຂວງຄຳມ່ວນ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນງາມຄວາມດີ ຂອງບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໄພພິບັດໃນຄັ້ງນີ້, ໃນວັນດຽວກັນ ກໍ່ຍັງມີ ບໍລິສັດ ດີເອັມ ທີ່ໄດ້ໃຫ້ການປະກອບສ່ວນຊ່ວຍເຫຼືອໄພພິບັດນໍ້າຖ້ວມ ເປັນເງິນສົດຈໍານວນ 30 ລ້ານກີບ,ຊຶ່ງກ່າວຮັບໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ