ປາຖະກະຖາ ຜົນສຳເລັດອັນພົ້ນເດັ່ນຂອງພັກກອມມູນິດຫວຽດນາມ ໃນການນຳພາປະເທດຊາດກ້າວຂຶ້ນສັງຄົມນິຍົມ

ປາຖະກະຖາ ຜົນສຳເລັດອັນພົ້ນເດັ່ນຂອງພັກກອມມູນິດຫວຽດນາມ ໃນການນຳພາປະເທດຊາດກ້າວຂຶ້ນສັງຄົມນິຍົມ
ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 61 ປີ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ສະ ຖານທູດ ສສ ຫວຽດນາມ ປະຈຳລາວ ໄດ້ຈັດປາຖະກະຖາ ຜົນສຳເລັດອັນພົ້ນເດັ່ນຂອງພັກກອມມູນິດຫວຽດນາມ ໃນການນຳພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ ໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ບັນດາເຈົ້າເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຄອສພ ເຂົ້າຮ່ວມ.
ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ປາຖະກະຖາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຂອງພັກກອມມູນິດຫວຽດນາມໃນການສ້າງສັງຄົມນິຍົມ ເປັນຕົ້ນພາຍຫຼັງ 35 ກວ່າປີ ແຫ່ງການປ່ຽນແປງໃໝ່ ໂດຍສະເພາະກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຈາກພື້ນຖານເສດຖະກິດໜຶ່ງທີ່ທຸກຍາກ, ຫຼ້າຫຼັງ, ຖືກທັບມ້າງທຳລາຍດ້ວຍສົງຄາມ, ການລວມສູນ, ເກື້ອກູນ, ຫວຽດນາມໄດ້ບືນຕົວກາຍເປັນພື້ນຖານເສດຖະກິດໜຶ່ງທີ່ມີລາຍຮັບປານກາງ (2010) ແລະ ພວມມຸ່ງສູ່ຈຸດໝາຍກາຍເປັນປະເທດພວມພັດທະນາທີ່ມີລາຍຮັບປານກາງສູງ, ພື້ນຖານເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງດ້ວຍຈັງຫວະສູງພໍສົມຄວນ, ສະເລ່ຍເກືອບ 7%/ປີ. ພິເສດ, ປີ 2022 ບັນລຸລະດັບການເຕີບໂຕທີ່ປະທັບໃຈ 8,02%, ເປັນໂຕເລກສູງກວ່າໝູ່ໃນຮອບ 10 ປີຜ່ານມາ,ກ່ອນການປ່ຽນແປງໃໝ່, ຫວຽດນາມຕ້ອງປະເຊີນຕໍ່ວິກິດການດ້ານເສດຖະກິດ-ສັງຄົມ ທີ່ຜັນແປຢ່າງດຸເດືອດ, ອັດຕາເງິນເຟີ້ບາງໄລຍະຂຶ້ນເຖິງ 774,7%, ແຕ່ວ່າມາເຖິງປັດຈຸບັນ, ຫວຽດນາມສາມາດຮັກສາຄວາມໝັ້ນຄົງເສດຖະກິດມະຫາພາກ, ຮັບປະກັນບັນດາການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ມາເຖິງປັດຈຸບັນ, ທຽບກັບໄລຍະເບື້ອງຕົ້ນຂອງການປ່ຽນແປງໃໝ່ໃນປີ 1986, ຂະໜາດເສດຖະກິດຫວຽດ ນາມເພີ່ມຂຶ້ນ 12 ທົບ, ລາຍຮັບສະເລ່ຍຫົວຄົນເພີ່ມຂຶ້ນ 8,3 ທົບ, ມູນຄ່າການຄ້ານຳເຂົ້າ-ສົ່ງອອກເພີ່ມຂຶ້ນ 29,5 ທົບ, ທຶນລົງທຶນຈາກຕ່າງປະເທດໂດຍກົງເພີ່ມຂຶ້ນ 22 ທົບ. ປັດຈຸບັນ, ຫວຽດນາມຢູ່ໃນກຸ່ມ 40 ປະເທດ ທີ່ມີພື້ນຖານເສດຖະກິດມີຂະໜາດ GDP ໃຫຍ່ກວ່າໝູ່ໃນໂລກ, ໃນກຸ່ມ 20 ພື້ນຖານເສດຖະກິດອັນດັບແຖວໜ້າດ້ານການຄ້າສາກົນ, ຫວຽດນາມໄດ້ກາຍເປັນສະຖານທີ່ໜ້າດຶງດູດຕໍ່ກັບບັນດານັກລົງທຶນຕ່າງປະເທດ, ດ້ວຍທຶນ FDI ທັງໝົດເພີ່ມຈາກ 1,28 ຕື້  (1991) ຂຶ້ນເປັນ 449,5 ຕື້ໂດລາ (2022). ຫວຽດນາມ ຈາກປະເທດໜຶ່ງທີ່ຂາດສະບຽງອາຫານ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຫຍຸ້ງຍາກຫຼາຍ, ຫວຽດນາມໄດ້ບືນຕົວກາຍເປັນປະເທດທີ່ມີລາຍຮັບປານກາງດ້ວຍ GDP ສະເລ່ຍ ຫົວຄົນບັນລຸ 4.100 ກວ່າໂດລາ ໃນປີ 2022 ແລະ ຄາດວ່າຈະບັນລຸກວ່າ 4.400 ໂດລາ ໃນປີ 2003. ຫວຽດນາມກໍກາຍເປັນໜຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະສິກຳປະລິມານຫຼາຍ ກວ່າໝູ່ (ສົ່ງອອກເຂົ້າສານໃນປີ 2022 ຢູ່ອັນດັບທີສາມຂອງໂລກ ຖັດຈາກໄທ ແລະ ອິນເດຍ), ບໍ່ພຽງ ແຕ່ມີຄວາມສາມາດຮັບປະກັນຄວາມສະຫງົບດ້ານສະບຽງອາຫານ ຫາກຍັງປະກອບສ່ວນເຂົ້າໃນການ ຮັບປະກັນຄາມສະຫງົບດ້ານສະບຽງອາຫານໃຫ້ແກ່ພາກພື້ນ ແລະ ທົ່ວໂລກຢ່າງຕັ້ງໜ້າ. ອັດຕາຄອບຄົວທຸກຍາກຂອງຫວຽດນາມ ໄດ້ຫຼຸດລົງຢ່າງແຂງແຮງ 58% ໃນປີ 1993 ລົງຍັງ 2,23% ໃນປີ 2021.
ສະຫາຍ ຫງວຽນບ໋າຮຸ່ງ ຍັງໄດ້ຍົກໃຫ້ເຫັນ ກ່ຽວກັບວຽກງານພົວພັນຕ່າງປະເທດ ໂດຍ ສສຫວຽດນາມ ໄດ້ເປີດກວ້າງ, ເລິກເຊິ່ງ ສາຍພົວພັນການທູດກັບທຸກປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມື ແລະ ເພື່ອນມິດເປັນມູນເຊື້ອ. ມາເຖິງປັດຈຸບັນ ຫວຽດນາມ ມີສາຍພົວພັນການທູດກັບ 192 ປະເທດ. ໃນນັ້ນ, ມີ 30 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ປະກອບດ້ວຍ 5 ປະເທດກຳມະການ ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ (ລ້ວນແລ້ວແຕ່ຢູ່ໃນລະດັບຄູ່ຮ່ວມມືຍຸດທະສາດຂຶ້ນໄປ), G7 ແລະ 17/20 ພື້ນຖານເສດຖະກິດຂະໜາດໃຫຍ່ກວ່າໝູ່ໃນໂລກ, ຫວຽດນາມ ກໍແມ່ນສະມາຊິກຂອງ 70 ກວ່າອົງການ, ເວທີສາກົນສຳຄັນເຊັ່ນ: ສະຫະປະຊາຊາດ ASEAN, APEC, ASEM, WTO ແລະ ອື່ນໆ. ໃນນັ້ນ, ພັກກອມມູນິດຫວຽດນາມມີສາຍພົວພັນກັບ 247 ພັກການເມືອງ ຢູ່ 111 ປະເທດ, ປະກອບດ້ວຍ 90 ພັກກອມມູນິດ ແລະ ກຳມະກອນສາກົນ, ບັນດາພັກກຳອຳນາດ ແລະ ເຂົ້າຮ່ວມເວທີການເມືອງ. ສະພາແຫ່ງຊາດມີສາຍພົວພັນກັບສະພາແຫ່ງ           ຊາດ, ລັດຖະສະພາຂອງ 140 ກວ່າປະເທດ ແລະ ເຂົ້າຮ່ວມຫຼາຍເວທີລັດຖະສະພາຫຼາຍຝ່າຍສຳຄັນຢ່າງຕັ້ງໜ້າ.
ໃນການປະຖະກະຖາຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງຜົນສຳເລັດອັນຍິ່ງໃຫຍ່ໃນການພັດທະ ນາປະເທດຊາດຂອງ ສສ ຫວຽດນາມ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ວຽກງານການຕ່າງປະເທດທີ່ພົ້ນເດັ່ນໃນປັດຈຸບັນ ຊຶ່ງເປັນຂໍ້ມູນຂ່າວສານອັນໃໝ່ ໃຫ້ແກ້ຜູ້ເຂົ້າຮ່ວມໄດ້ນຳເອົາໄປຄົ້ນຄ້ວາ, ເປັນບົດຮຽນໃນການນຳພາຈັດຕັ້ງປະຕິບັດວຽກງານຕົວຈິງທີ່ຕົນຮັບຜິດຊອບ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ