ພິທີປາຖະກະຖາວັນສ້າງຕັ້ງກອງໂທລະພາບ ຄົບຮອບ 4 ປີ

ປາຖະກະຖາວັນສ້າງຕັ້ງກອງໂທລະພາບກອງທັບ ຄົບຮອບ 4 ປີ

ປາຖະກະຖາວັນສ້າງຕັ້ງກອງໂທລະພາບກອງທັບ ຄົບຮອບ 4 ປີ
ກອງໂທລະພາບກອງທັບປະຊາຊົນລາວ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງໂທລະພາບ ຄົບຮອບ 4 ປີຂຶ້ນໃນວັນທີ 9 ກັນຍາຜ່ານມາໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ອະດີດຫົວໜ້າການທະຫານ ກອງໂທລະພາບກອງທັບ,

 ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ໄດ້ຍົກໃຫ້ເຫັນຕົ້ນກຳເນີດການເຕີບໃຫຍ່ຂະຫຍາຍຕົວຂອງໂທລະພາບກອງທັບໃນແຕ່ລະໄລຍະນັບແຕ່ໃນປີ 1996-2000 ໂທລະພາບກອງທັບໄດ້ປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ຄຽງບ່າຄຽງໄຫຼ່ກັບວິທະຍຸກະຈາຍສຽງກອງທັບ ປະຕິບັດໜ້າທີ່ຢ່າງເປັນປົກກະຕິຕະຫຼອດມາໂດຍສຸມໃສ່ປະຕິບັດມະຕິຄຳສັ່ງຂອງກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບວາງອອກໃນການໂຄສະນາປຸກລະດົມບັນດາກຳລັງປະກອບອາວຸດປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໃນການນຳເອົາພາບແຫ່ງການເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງຂອງບັນດາກົມກອງໃນທົ່ວກອງທັບມາຈັດເຂົ້າໃນລາຍການອອກອາກາດ ພ້ອມກັນນັ້ນໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ທິດທາງໜ້າທີ່ວຽກງານທີ່ພັກ-ລັດວາງອອກ.ໄລຍະຕໍ່ມາ ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບໄດ້ມີຂໍ້ຕົກລົງໃຫ້ມີພະແນກໂທລະພາບຂອງກອງທັບ ແລະ ໂຮມເຂົ້າກັບວິທະຍຸກະຈາຍສຽງກອງທັບ. ຈາກນັ້ນ, ກໍໄດ້ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ວຽກງານໂຄສະນາຂອງຕົນຂຶ້ນອີກກ້າວໜຶ່ງ ແລະ ໄດ້ຈັດຕັ້ງລາຍການອອກໂທລະພາບທາງຊ່ອງ 3 ຕື່ມອີກ ໂດຍກໍານົດເອົາທຸກໆວັນພະຫັດ, ກຳນົດເວລາ 30 ນາທີ. ກ້າວເຂົ້າໄລຍະໃໝ່ແຫ່ງການພັດທະນາປະເທດຊາດດ້ວຍຄວາມເອົາໃຈໃສ່ຂອງກົມໂຄສະນາອົບຮົມ, ຄວາມຮຽກຮ້ອງຕ້ອງການຂອງວຽກງານຂ່າວສານ, ໂຄສະນາຍິ່ງມີຄວາມຈໍາເປັນສູງ. ຍ້ອນແນວນັ້ນ, ໂທລະພາບກອງທັບຈຶ່ງໄດ້ຮັບການປັບປຸງປະກອບພາຫະນະທີ່ທັນສະໄໝຂຶ້ນກວ່າເກົ່າ ແລະ ຈໍານວນພະນັກງານວິຊາການກໍເພີ່ມຂຶ້ນເຮັດໃຫ້ລາຍການໂທລະພາບມີຄວາມອຸດົມສົມບູນ ນັບມື້ໄດ້ຮັບຄວາມນິຍົມຈາກຜູ້ຊົມ ແລະ ສັງຄົມເປັນຢ່າງດີ. ໂດຍເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານໂຄສະນາ, ຂ່າວສານໃນກອງທັບ ມາໃນປີ 2018-2019 ກະຊວງປ້ອງກັນປະເທດໄດ້ຕົກລົງສ້າງຕຶກໂທລະພາບກອງທັບ, ມາໃນວັນທີ 9 ກັນຍາ 2020 ໄດ້ຈັດພິທີເປີດສະຖານີໂທລະພາບກອງທັບປະຊາຊົນລາວຢ່າງເປັນທາງການ, ມາຮອດວັນທີ 29 ມັງກອນ 2020 ກະຊວງປ້ອງກັນປະເທດໄດ້ຕົກລົງແຍກກອງວິທະຍຸ, ໂທລະພາບກອງທັບອອກເປັນ 2 ກົມກອງຄື: ກອງວິທະຍຸກະຈາຍສຽງກອງທັບ, ໂທລະພາບກອງທັບທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ພ້ອມທັງປະກາດລະບົບການຈັດຕັ້ງຄົບຊຸດຂອງກອງໂທລະພາບກອງທັບ.

ສະຫາຍ ພັກເອກ ຈະເລີນສຸກ ວັງເວີນໂຂງ ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະການສ້າງຕັ້ງສະຖານີໂທລະພາບກອງທັບຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມ, ກຳແໜ້ນແນວທາງຂອງພັກ, ຂອງລັດຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ປະຕິບັດຈັນຍາບັນສື່ມວນຊົນ, ວ່ອງໄວທັນການ, ທ່ຽງທຳ, ຊັດເຈນຖືກຕ້ອງ, ປັບປຸງບັນດາລາຍການຕ່າງໆໃຫ້ມີສີສັນ ແລະ ເນື້ອໃນອຸດົມສົມບູນຂຶ້ນ. ພ້ອມກັນນັ້ນພະນັກງານ-ນັກຮົບທຸກຄົນໄດ້ປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ໄດ້ເຂົ້າຮັບໃຊ້ກອງປະຊຸມສໍາຄັນຕ່າງໆຂອງຊາດ, ເຂົ້າຮ່ວມພິທີຊ້ອມຮົບຕ່າງໆຂອງຊາດ ແລະ ບັນດາປະເທດເພື່ອນມິດຕ່າງໆ. ທັງໝົດນັ້ນແມ່ນຜົນສໍາເລັດຂອງພະນັກງານ-ນັກຮົບຂອງກອງໂທລະພາບກອງທັບປະຊາຊົນລາວ ເຖິງວ່າຈະຜ່ານໄປບໍ່ດົນເທົ່າໃດແຕ່ມັນແມ່ນຄວາມບຸກບືນສູ້ຊົນຢ່າງແຂງແຮງຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງໂທລະພາບກອງທັບປະຊາຊົນລາວ. ຂ່າວ-ພາບ: ບິກໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ