ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ (ໂອກາດສະເຫຼີມສະຫຼອງວັນເກີດ ຂອງປະທານ ໂຮ່ຈິມິນຄົບຮອບ 135 ປີ,19/5/1890-19/5/2025)

ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ (ໂອກາດສະເຫຼີມສະຫຼອງວັນເກີດ ຂອງປະທານ ໂຮ່ຈິມິນຄົບຮອບ 135 ປີ,19/5/1890-19/5/2025)

ໂດຍ: ທ່ານຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ. ປະທານ ໂຮ່ຈິມິນ ແມ່ນຜູ້ນໍາທີ່ສະຫຼາດສ່ອງໃສ, ເປັນຄູສອນທີ່ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ, ເປັນນັກເຄື່ອນໄຫວທີ່ດີເດັ່ນໃນຂະບວນການກອມມູນິດສາກົນ ແລະ ຂະບວນການຕໍ່ສູ້ປົດປ່ອຍຊາດ, ເປັນພໍ່ທີ່ເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ນັກປາດວັດທະນະທຳໂລກ, ນັກຕໍ່ສູ້ກອມມູນິດທີ່ເປັນແບບຢ່າງ, ເປັນເພື່ອນສະໜິດສະໜົມ ແລະ ສະຫາຍທີ່ຮັກແພງຂອງປະຊາຊົນ ລາວອ້າຍນ້ອງ ດ້ວຍຄໍາເວົ້າທີ່ວ່າ: “ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ”.

 

ໄລຍະ56 ປີທີ່ຜ່ານມາ, ນັບຕັ້ງແຕ່ລຸງໂຮ່ຈາກໄປ, ແຕ່ພາລະກິດ ແລະ ແນວຄິດ, ແບບຢ່າງຄຸນສົມບັດອັນຍິ່ງໃຫຍ່ ແລະ ສ່ອງແສງຂອງລຸງໂຮ່ ຍັງຄົງມີຊີວິດຊີວາໃນພາລະກິດການປະຕິວັດຂອງຊາດ ຫວຽດນາມ, ຄົງຢູ່ຄູ່ກັບການເວລາ, ສ່ອງແສງຕະຫຼອດໄປໃນການພັດທະນາຂອງປະຊາຊົນ ຫວຽດນາມ ແລະ ມວນມະນຸດທີ່ກ້າວໜ້າ. ທ່ານ ປະທານ ໂຮ່ຈິມິນ ໄດ້ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ວາງຮາກຖານໃຫ້ແກ່ສາຍພົວພັນສາມັກຄີພິເສດ ຫວຽດນາມ - ລາວ ແລະ ໄດ້ຮັບການເສີມສ້າງຈາກການນໍາຂອງສອງພັກ, ສອງລັດ, ປະຊາຊົນສອງປະເທດ ຕະຫຼອດຫຼາຍເຊັ່ນຄົນ, ໄດ້ຮັບການບົ່ມສອນຜ່ານການທົດສອບຫຼາຍຄັ້ງ ແລະ ໄດ້ຮັບການສ້າງຂຶ້ນດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງບັນດາວິລະຊົນນັກຮົບຫຼາຍເຊັ່ນຄົນ, ເພື່ອກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ແລະ ເປັນກົດເກນການພັດທະນາຮ່ວມກັນຂອງສອງປະເທດໃນເສັ້ນທາງການພັດທະນາຂອງແຕ່ລະປະເທດ.

ໃນສາຍພົວພັນສາກົນ, ເປັນເລື່ອງທີ່ຫາຍາກແທ້ໆທີ່ຈະມີສາຍພົວພັນທີ່ພິເສດ, ຈົງຮັກພັກດີ, ແລະ ແໜ້ນແຟ້ນຄືສາຍພົວພັນ ຫວຽດນາມ - ລາວ.ຕັ້ງຢູ່ເທິງສາຍພູຫຼວງທີ່ສະຫງ່າງາມ, ດ້ວຍຈຸດທີ່ຄ້າຍຄືກັນ ແລະ ມີການພົວພັນກັນທາງດ້ານການເມືອງ, ເສດຖະກິດ, ສັງຄົມ.ສອງຊາດໄດ້ຮ່ວມຮົບ, ຮ່ວມສຸກຮ່ວມທຸກ, ກິນເຂົ້າຮ່ວມພາ, ກິນຜັກຮ່ວມໃບຕະຫຼອດໄລຍະປະຫວັດສາດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ການສ້າງສາພັດທະນາປະເທດຊາດໃນປັດຈຸບັນ.ເມື່ອເວົ້າເຖິງສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ, ສອງຊາດ ຫວຽດນາມ ແລະ ລາວ, ລຸງໂຮ່ທີ່ຮັກແພງຂອງພວກເຮົາ – ຜູ້ທີ່ໄດ້ສຸມທຸກເຫື່ອແຮງເພື່ອເສີມສ້າງສາຍພົວພັນ ຫວຽດນາມ - ລາວ ເຄີຍກ່າວເນັ້ນວ່າ: “ສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ບໍ່ມີຄໍາເວົ້າໃດທີ່ຈະພັນລະນາໄດ້ ເພາະຄວາມສາມັກຄີຮັກແພງ, ສະໜິດສະໜົມ ບໍ່ຄືກັບປະເທດໃດໆ, ຕ້ອງເອີ້ນວ່າ: ມີສາຍພົວພັນສາມັກຄີພິເສດ”.

ປະທານ ໂຮ່ຈິມິນ ເກີດໃນຄອບຄົວທີ່ຮັກຊາດ, ຕັ້ງແຕ່ຍັງນ້ອຍກໍໄດ້ເຊື່ອມຊຶມປະເພນີຮັກຊາດ, ຄວາມເມດຕາຈາກຄອບຄົວ ແລະ ບ້ານເກີດເມືອງນອນ. ມີຊີວິດຢູ່ໃນສະພາບທີ່ປະເທດຊາດຕົກຢູ່ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ, ໄດ້ເຫັນສະພາບປະເທດຊາດຕົກຢູ່ໃນຄວາມຫຍຸ້ງຍາກລຳບາກ, ການປະທ້ວງຕໍ່ຕ້ານການເກັບອາກອນຂອງຊາວກະສິກອນຖືກປາບປາມຢ່າງໂຫດຮ້າຍ ແລະ ຄວາມລົ້ມເຫຼວຂອງຂະບວນການຮັກຊາດ. ຕາມທ່ານ ໂຮ່ຈິມິນ, ຢາກກູ້ຊາດຕ້ອງຊອກຫາເສັ້ນທາງການປະຕິວັດໃໝ່. ສາມາດເວົ້າໄດ້ວ່າ:ຄວາມຮັກບ້ານເກີດເມືອງນອນ ແລະ ຄອບຄົວໄດ້ສ້າງໃຫ້ຊາຍໜຸ່ມ ຫງວຽນ ເຕິດ ແທັ່ງ ມີບຸກຄະລິກກະພາບທີ່ເຕັມໄປດ້ວຍຄວາມຮັກຊາດ, ມີຄວາມມຸ່ງມາດປາຖະໜາກູ້ຊາດ, ກູ້ປະຊາຊົນ ແລະ ເຂົ້າໃຈເຖິງພະລັງຂອງຈິດໃຈເອກະລາດຕົນເອງຂອງຊາດ. ເພື່ອປະຕິບັດຄວາມມຸ່ງມາດປາຖະໜາຂອງຕົນ, ວັນທີ 5/6/1911, ປະທານ ໂຮ່ຈິມິນ ໄດ້ອອກຈາກທ່າເຮືອ ຍາຣົ່ງໄປປະເທດຝຣັ່ງ.ປີ 1917, ເພິ່ນ ໄດ້ເຂົ້າຮ່ວມຂະບວນການກໍາມະກອນຝຣັ່ງ ຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ. ປີ 1919, ເພິ່ນ ໄດ້ເຂົ້າຮ່ວມ “ສະມາຄົມຊາວຫວຽດນາມຮັກຊາດ” ເຂົ້າພັກສັງຄົມນິຍົມຝຣັ່ງ - ພັກຂອງຊົນຊັ້ນກໍາມະກອນຝຣັ່ງ. ເດືອນ 7 ປີ 1920, ເພິ່ນ ໄດ້ກ່າວບົດ “ໜັງສືສະບັບທໍາອິດກ່ຽວກັບບັນຫາຊາດ ແລະ ບັນຫາຫົວເມືອງຂຶ້ນຂອງ ເລນິນ” ໃນໜັງສືພິມ L'Humanité (ມະນຸດສະທໍາ). ຈາກບົດ “ຫຼັກມະຕິ” ຂອງ ເລນິນ, ເພິ່ນ ໄດ້ພົບເຫັນທິດທາງ ແລະ ແນວທາງພື້ນຖານຂອງຂະບວນການປະຕິວັດປົດປ່ອຍຊາດຕາມເສັ້ນທາງການປະຕິວັດຊົນຊັ້ນກຳມະກອນ, ໃນນັ້ນມີການປະຕິວັດ ຫວຽດນາມ. ຫງວຽນ ອາຍ ກວັກ ໄດ້ຄົ້ນພົບກັບລັດທິເລນິນ, ຈາກຄົນ ຫວຽດນາມ ທີ່ຮັກຊາດ ກາຍເປັນນັກກອມມູນິດ ຫວຽດນາມ ຄົນທໍາອິດ. ນີ້ແມ່ນບາດລ້ຽວທີ່ສໍາຄັນໃນຊີວິດການເຄື່ອນໄຫວປະຕິວັດຂອງເພິ່ນ, ເປັນການປ່ຽນແປງທາງດ້ານຄຸນນະພາບ, ສົມທົບກັນຢ່າງກົມກຽວລະຫວ່າງລັດທິຮັກຊາດກັບລັດທິສາກົນຊົນຊັ້ນກຳມະກອນ, ເອກະລາດຊາດກັບລັດທິສັງຄົມນິຍົມ.

ໃນຂະບວນການຊອກຫາເສັ້ນທາງກູ້ຊາດຂອງຕົນ, ຫງວຽນ ອາຍ ກວັກ ໄດ້ໃຫ້ຄວາມເອົາໃຈໃສ່ຢ່າງຍິ່ງຕໍ່ສະພາບການຢູ່ ລາວ. ສະມາຄົມຊາວໜຸ່ມປະຕິວັດ ຫວຽດນາມ ເປັນໜຶ່ງໃນບັນດາອົງການຈັດຕັ້ງຕົ້ນກຳເນີດຂອງພັກກອມມູນິດ ຫວຽດນາມ ທີ່ ຫງວຽນ ອາຍ ກວັກ ເປັນຜູ້ກໍ່ຕັ້ງໂດຍກົງໃນເດືອນ 6 ປີ 1925 ຢູ່ກວາງໂຈວ (ສປຈີນ), ມາຮອດເດືອນ 2 ປີ 1927, ສະມາຄົມໄດ້ສ້າງຕັ້ງພື້ນຖານຢູ່ ລາວ. ປີ 1928, ເພິ່ນ ໄດ້ຈັດຕັ້ງການສຳຫຼວດພາກສະໜາມແບບລັບໆ ຢູ່ ລາວ ຍິ່ງສະແດງໃຫ້ເຫັນເຖິງສາຍພົວພັນທີ່ແໜ້ນແຟ້ນລະຫວ່າງການປະຕິວັດ ຫວຽດນາມ ແລະ ການປະຕິວັດ ລາວ. ໃນປີດຽວກັນ, ໜ່ວຍພັກຊາວໜຸ່ມກອມມູນິດທໍາອິດໄດ້ຖືກສ້າງຕັ້ງຂຶ້ນຢູ່ ວຽງຈັນ. ພ້ອມກັນນັ້ນ, ສາຍພົວພັນລະຫວ່າງຫຼາຍເມືອງໃນ ລາວ ກັບ ຫວຽດນາມ ກໍໄດ້ຖືກຈັດຕັ້ງຂຶ້ນ. ຂະບວນການທີ່ ຫງວຽນ ອາຍ ກວັກ ໄດ້ວາງຮາກຖານໃຫ້ແກ່ສາຍພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນສັນຍານບອກເຖິງບາດລ້ຽວປະຫວັດສາດອັນສໍາຄັນທີ່ຈະມາເຖິງຂອງການປະຕິວັດ ຫວຽດນາມ ເຊັ່ນດຽວກັນກັບການປະຕິວັດ ລາວ, ວັນທີ 3/2/1930, ພັກກອມມູນິດ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນ. ເດືອນ 10 ປີ 1930, ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕົກລົງປ່ຽນຊື່ພັກກອມມູນິດ ຫວຽດນາມ ເປັນພັກກອມມູນິດ ອິນດູຈີນ, ຢືນຢັນຢ່າງຈະແຈ້ງເຖິງສາຍພົວພັນທີ່ແໜ້ນແຟ້ນລະຫວ່າງຂະບວນການສາມປະເທດ ອິນດູຈີນ: ຫວຽດນາມ, ລາວ ແລະ ກຳປູເຈຍ.

ດັ່ງນັ້ນ, ກ່ອນປີ 1930, ໄດ້ມີຄວາມສາມັກຄີ ລາວ-ຫວຽດ ຮ່ວມກັນຕໍ່ສູ້ຕ້ານສັດຕູຮ່ວມກັນ, ແຕ່ໃນເວລານັ້ນຍັງຄົງຢູ່ໃນລັກສະນະສະໝັກໃຈ ເນື່ອງຈາກຂໍ້ຈໍາກັດດ້ານລະດັບຄວາມຮັບຮູ້ ແລະ ເງື່ອນໄຂທາງປະຫວັດສາດ. ແຕ່ຄວາມສາມັກຄີນັ້ນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງນັບຕັ້ງແຕ່ມີລັດທິມາກ-ເລນິນ ແລະ ແນວຄິດ ໂຮ່ຈິມິນ ສ່ອງແສງນໍາທາງໂດຍສະເພາະແມ່ນນັບຕັ້ງແຕ່ພັກກອມມູນິດ ອິນດູຈີນ ໄດ້ຖືກສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈິມິນ, ເປັນຜູ້ນໍາພາໂດຍກົງການຕໍ່ສູ້ປົດປ່ອຍຂອງສອງຊາດ ລາວ-ຫວຽດນາມ.ປະທານ ໂຮ່ຈິມິນ ໄດ້ຖືສຳຄັນຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການຕໍ່ສູ້ປົດປ່ອຍຊາດ ຫວຽດ-ລາວ, ນັ້ນແມ່ນພັນທະສາກົນແລະ ເປັນຜົນປະໂຫຍດອັນສຳຄັນຂອງແຕ່ລະປະເທດ. ປະທານ ໂຮ່ຈິມິນ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ນໍາພາ, ຊ່ວຍເຫຼືອຂະບວນການປະຕິວັດຢູ່ ລາວ ດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”. ໃນແນວຄິດນໍາພາ ແລະ ການເຄື່ອນໄຫວຕົວຈິງ, ເພິ່ນ ໄດ້ສົ່ງເສີມຢ່າງສູງສຸດຄວາມເປັນເອກະລາດ ແລະ ການເຄື່ອນໄຫວຢ່າງຫ້າວຫັນຂອງປະຊາຊົນລາວບັນດາເຜົ່າ.

ຫຼັງຈາກກອງປະຊຸມ, ປະຕິບັດຕາມແນວຄິດຊີ້ນໍາຂອງປະທານ ໂຮ່ຈິມິນ, ພະນັກງານພັກຈໍານວນໜຶ່ງຂອງພັກຈາກ ຫວຽດນາມ ແລະ ໄທ ໄດ້ມາເຄື່ອນໄຫວສ້າງພື້ນຖານການປະຕິວັດຢູ່ ລາວ, ໜ່ວຍພັກກອມມູນິດຈໍານວນໜຶ່ງໄດ້ຖືກສ້າງຕັ້ງຂຶ້ນຢູ່ ສະຫວັນນະເຂດ, ທ່າແຂກ, ວຽງຈັນ. ຮອດເດືອນ 9 ປີ 1934 ຄະນະພັກກອມມູນິດ ອິນດູຈີນ ໄດ້ຖືກສ້າງຕັ້ງຂຶ້ນຢູ່ ລາວ, ຮັບຜິດຊອບນໍາພາຂະບວນການປະຕິວັດລາວ. ນັ້ນແມ່ນບັນດາເຫດການສໍາຄັນທາງປະຫວັດສາດໃນສາຍພົວພັນ ລາວ-ຫວຽດນາມ.ການຕໍ່ສູ້ປະຕິວັດຂອງປະຊາຊົນສອງປະເທດມີຄວາມຜູກພັນກັນ ແລະ ພັດທະນາຂຶ້ນເລື້ອຍໆໃນຄວາມສາມັກຄີຕໍ່ສູ້ ແລະ ສ້າງພື້ນຖານໃຫ້ແກ່ຄວາມສາມັກຄີພິເສດລະຫວ່າງສອງພັກ ແລະ ສອງປະເທດ.

ໄລຍະປີ 1930-1945 ພາຍໃຕ້ການນໍາພາຂອງພັກກອມມູນິດ ອິນດູຈີນ, ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໄດ້ເພິ່ງພາອາໄສກັນໃນຂະບວນການຕໍ່ສູ້ເພື່ອເອກະລາດ, ເສລີພາບ. ໃນຂະບວນການປະຫວັດສາດນັ້ນ, ບັນດານັກປາດ, ນັກປັນຍາຊົນທີ່ກ້າວໜ້າ ແລະ ບັນດາຊັ້ນຄົນປະຊາຊົນລາວ ມີບົດບາດສໍາຄັນໃນຂະບວນການພັດທະນາຂອງຂະບວນການປະຕິວັດລາວ ເຊັ່ນດຽວກັນກັບການຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງສອງຊາດ ຫວຽດນາມ - ລາວ. ຊາວຫວຽດນາມ ທີ່ອາໄສຢູ່ ລາວ ເປັນກຳລັງແຮງທີ່ຕັ້ງໜ້າໃນຂະບວນການປະຕິວັດລາວ ແລະ ເປັນປັດໄຈສໍາຄັນໃນການສ້າງສາຍພົວພັນພິເສດລະຫວ່າງສອງຊາດ.ເມື່ອໄດ້ກໍານົດເສັ້ນທາງໃຫ້ແກ່ຊາດຕົນເອງແລ້ວ.ພ້ອມກັນນັ້ນ, ປະທານ ໂຮ່ຈິມິນ ກໍຮັບຮູ້ວ່າ: ໃນພາລະກິດປົດປ່ອຍຊາດຂອງຕົນຈໍາເປັນຕ້ອງມີເພື່ອນຮ່ວມພັນທະມິດ. ກ່ອນອື່ນໝົດແມ່ນສອງຊາດເພື່ອນບ້ານ ຄະແໝນ ແລະ ລາວ.

ວັນທີ 18/08/1945, ເພິ່ນ ໄດ້ມີຄຳຮຽກຮ້ອງໃຫ້ລຸກຮື້ຂຶ້ນຕໍ່ສູ້ຍາດເອົາອໍານາດ, ການປະຕິວັດເດືອນສິງຫາ ປີ 1945 ປະສົບຜົນສໍາເລັດ, ໂຄ່ນລົ້ມລະບອບສັກດີນາ, ໂຄ່ນລົ້ມການປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ຍາດເອົາເອກະລາດຊາດຄືນມາຈາກພວກຟາຊິດຍີ່ປຸ່ນ. ນີ້ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງຊາດທີ່ເປັນການສືບທອດມູນເຊື້ອຂອງບັນພະບຸລຸດຂອງພວກເຮົາໃນປະຫວັດສາດແລະ ເປັນການຮັບຮອງເອົາ, ນໍາໃຊ້ຢ່າງສ້າງສັນຂອງລັດທິມາກ-ເລນິນ ແລະ ການນໍາພາທີ່ເກັ່ງກ້າຂອງປະທານ ໂຮ່ຈິມິນ.

ວັນທີ 02/09/1945, ປະທານ ໂຮ່ຈິມິນ ໄດ້ອ່ານບົດ “ຖະແຫຼງການເອກະລາດ” ອັນເປັນປະຫວັດສາດ, ກໍາເນີດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.ຫຼັງຈາກການປະຕິວັດເດືອນສິງຫາປະສົບຜົນສໍາເລັດ, ໃນຕົ້ນເດືອນ 9/1945, ປະທານ ໂຮ່ຈິມິນ ໄດ້ເຊື້ອເຊີນ ປະທານ ສຸພານຸວົງ ມາພົບຢູ່ຮ່າໂນ້ຍ ເພື່ອແລກປ່ຽນບັນຫາທີ່ກ່ຽວຂ້ອງກັບສອງປະເທດ ແລະ ພາກພື້ນ. ການກໍາເນີດຂອງລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ວັນທີ2/9/1945) ແລະ ລັດຖະບານ ລາວ ອິດສະຫຼະ (ວັນທີ 12/10/1945) ພ້ອມດ້ວຍຄວາມປາຖະໜາຂອງສອງຝ່າຍໃນການສ້າງສາຍພົວພັນທີ່ສົມບູນແບບ ແລະ ແໜ້ນແຟ້ນກວ່າເກົ່າ ແມ່ນໜຶ່ງໃນບັນດາພື້ນຖານທີ່ນໍາຄວາມສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນຂຶ້ນສູ່ລະດັບພັນທະມິດຕໍ່ສູ້. ວັນທີ 14/10/1945, ຫວຽດນາມ ເປັນປະເທດທໍາອິດທີ່ສົ່ງໂທລະເລກສະແດງຄວາມຍິນດີ ແລະ ປະກາດຮັບຮູ້ລັດຖະບານ ລາວ ເອກະລາດ ແລະ ວັນທີ 30/10/1945, ສອງປະເທດໄດ້ລົງນາມໃນສົນທິສັນຍາຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຫວຽດ-ລາວ. ດ້ວຍສົນທິສັນຍານີ້, ສາຍພົວພັນ ຫວຽດ-ລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່, ໄລຍະພັດທະນາສາຍພົວພັນສາມັກຄີລະຫວ່າງສອງຊາດອ້າຍນ້ອງ ຊຶ່ງບໍ່ພຽງແຕ່ໃນສາຍພົວພັນລະຫວ່າງປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຍັງຢູ່ໃນລະດັບສາຍພົວພັນທີ່ແໜ້ນແຟ້ນລະຫວ່າງສອງລັດຖະບານ. ປະທານ ສຸພານຸວົງ ໄດ້ສະຫຼຸບຄວາມໝາຍອັນສໍາຄັນຂອງເຫດການນີ້ວ່າ: “ສາຍພົວພັນ ລາວ-ຫວຽດ ນັບແຕ່ນີ້ຈະເປີດສັງກາດໃໝ່ - ສັງກາດແຫ່ງສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອເປົ້າໝາຍຮ່ວມກັນຂອງສອງຊາດ”.ໃນວັນທີ 30/10/1945, ລັດຖະບານສອງປະເທດໄດ້ຕົກລົງສ້າງຕັ້ງກໍາລັງຮ່ວມ ລາວ-ຫວຽດນາມ. ໄຊຊະນະນັ້ນພາຍໃຕ້ການນໍາພາຂອງພັກກອມມູນິດ ອິນດູຈີນ ແມ່ນໄຊຊະນະຂອງປະຊາຊົນສອງປະເທດທີ່ມີອຸດົມການຮ່ວມກັນ, ເປົ້າໝາຍຮ່ວມກັນ, ສາມັກຄີຮັກແພງກັນ, ຮ່ວມກັນຕໍ່ສູ້ເພື່ອໄຊຊະນະ. ນັ້ນແມ່ນບົດຮຽນປະຫວັດສາດອັນລໍ້າຄ່າທີ່ສຸດໃນປະຫວັດສາດການປະຕິວັດປົດປ່ອຍຂອງສອງຊາດອ້າຍນ້ອງ.

ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ສິ້ນສຸດລົງ, ປະຊາຊົນສອງປະເທດຕ້ອງສືບຕໍ່ປະເຊີນໜ້າກັບທະຫານຜູ້ຮຸກຮານຈັກກະພັດແບບໃໝ່. ພາລະກິດການປະຕິວັດຂອງສອງປະເທດ ລາວ - ຫວຽດນາມ ມີສາຍພົວພັນ ແລະ ມີຜົນກະທົບຊຶ່ງກັນ ແລະ ກັນ, ປະທານ ໂຮ່ຈິມິນ ມັກກ່າວເຕືອນວ່າ: “ການປະຕິວັດລາວ ບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດຫວຽດນາມ ແລະ ການປະຕິວັດຫວຽດນາມ ກໍບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດລາວ”. ຍ້ອນແນວນັ້ນ, ໃນການຕໍ່ສູ້ເພື່ອເອກະລາດ, ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ສົ່ງລູກຫຼານທີ່ຮັກແພງຫຼາຍສິບໝື່ນຄົນໄປປະຕິບັດໜ້າທີ່ ແລະ ປະສານງານກັບທະຫານ ແລະ ປະຊາຊົນລາວ ຕໍ່ສູ້ຢູ່ບັນດາສະໜາມຮົບຂອງລາວ, ເລືອດຂອງບັນດາວິລະຊົນ, ນັກຮົບທີ່ບໍ່ຮູ້ເທົ່າໃດຄົນ ຫວຽດນາມ ໄດ້ປົນເປື້ອນກັບເລືອດຂອງທະຫານ ແລະ ປະຊາຊົນລາວ ເພື່ອນໍາເອົາໄຊຊະນະອັນສະຫງ່າງາມມາໃຫ້ສອງຊາດ.ໃຫ້ຄວາມເອົາໃຈໃສ່, ແບ່ງປັນຄວາມສຸກຄວາມທຸກຮ່ວມກັນໃນສອງສົງຄາມຕໍ່ຕ້ານ, ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ສະຫຼະພື້ນທີ່ຂອງຕົນເພື່ອຊ່ວຍ ຫວຽດນາມ ສ້າງ “ເສັ້ນທາງໂຮ່ຈິມິນ”, “ຜ່າກາງສາຍພູຫຼວງໄປກູ້ຊາດ”...

ລັດຖະບານສອງປະເທດໄດ້ລົງນາມໃນສົນທິສັນຍາຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລາວ - ຫວຽດ ແລະ ສັນຍາວ່າດ້ວຍການຈັດຕັ້ງກໍາລັງຮ່ວມ ລາວ - ຫວຽດ, ວາງພື້ນຖານທາງດ້ານກົດໝາຍຄັ້ງທໍາອິດໃຫ້ແກ່ການຮ່ວມມືຊ່ວຍເຫຼືອ ແລະ ພັນທະມິດຕໍ່ສູ້ຕ້ານສັດຕູຮ່ວມກັນຂອງສອງຊາດ ຫວຽດ - ລາວ.ລັກສະນະຂອງສາຍພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໄດ້ຮັບການບົ່ມສອນ, ພັດທະນາດ້ວຍພະລັງແຮງຈູງໃຈອັນເລິກເຊິ່ງຂອງທັດສະນະ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ທີ່ປະທານ ໂຮ່ຈິມິນ ຊີ້ນໍາ. ນີ້ແມ່ນຄໍາເວົ້າທີ່ກະທັດຮັດ, ເຕັມໄປດ້ວຍຄວາມໝາຍທາງດ້ານການເມືອງ, ມະນຸດສະທໍາ, ເປີດກວ້າງທິດທາງໃນການແກ້ໄຂຜົນປະໂຫຍດຂອງສອງຊາດຢ່າງກົມກຽວ; ເປັນອາວຸດອັນແຫຼມຄົມຕໍ່ຕ້ານແນວຄິດຊາດນິຍົມທີ່ເຫັນແກ່ຕົວ ແລະ ການໃຫ້ຄວາມຊ່ວຍເຫຼືອແບບມີເງື່ອນໄຂ.

ສາຍພົວພັນພິເສດ ຫວຽດນາມ - ລາວ ໄດ້ກາຍເປັນມໍລະດົກວັດທະນະທໍາອັນສັກສິດຂອງສອງຊາດ, ເປັນບ່ອນລວມຂອງຄຸນຄ່າອັນສູງສົ່ງ ແລະ ເລິກເຊິ່ງທີ່ສະຕິປັນຍາ ແລະ ຄວາມຮູ້ສຶກຂອງມະນຸດຊາດເຄີຍຊົມເຊີຍ, ຍົກຍ້ອງ, ເໝາະສົມຢ່າງຍິ່ງກັບຄໍາເວົ້າຂອງປະທານ ສຸພານຸວົງ ທີ່ວ່າ: “ມິດຕະພາບອ້າຍນ້ອງລະຫວ່າງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ແມ່ນຍິ່ງໃຫຍ່ແທ້ໆ ທີ່ບໍ່ມີເພງໃດ, ບົດເພງໃດ, ບົດກະວີໃດທີ່ດີທີ່ສຸດກໍບໍ່ສາມາດພັນລະນາໄດ້ຢ່າງຄົບຖ້ວນ. ມິດຕະພາບນັ້ນສູງກວ່າພູ, ຍາວກວ່າແມ່ນໍ້າ, ກວ້າງກວ່າທະເລ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ໃດໆທີ່ຫອມທີ່ສຸດ. ມິດຕະພາບອັນສູງສົ່ງນັ້ນໄດ້ຮັບການເສີມສ້າງ, ປັບປຸງດ້ວຍຄວາມຈິງໃຈຂອງພວກເຮົາທຸກຄົນ. ດັ່ງນັ້ນ, ບໍ່ມີຜີຮ້າຍໃດ, ບໍ່ມີສັດຕູໃດທີ່ຈະທໍາລາຍໄດ້”.

ພາຍໃຕ້ການນໍາພາຂອງສູນກາງພັກ ແລະ ປະທານ ໂຮ່ຈິມິນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ຮັບໄຊຊະນະອັນສະຫງ່າງາມໃນສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ, ດ້ວຍໄຊຊະນະທາງປະຫວັດສາດ ດຽນບຽນຝູ້ “ດັງກ້ອງກັງວານທົ່ວຫ້າທະວີບ, ສັ່ນສະເທືອນທົ່ວໂລກ” ໃນປີ 1954. ພາກເໜືອໄດ້ຮັບການປົດປ່ອຍຢ່າງສົມບູນ, ປະຊາຊົນ ຫວຽດນາມ ໄດ້ປະຕິບັດພ້ອມກັນສອງໜ້າທີ່ຍຸດທະສາດຂອງການປະຕິວັດ ຫວຽດນາມ: ສ້າງສັງຄົມນິຍົມຢູ່ພາກເໜືອ, ຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ.

ວັນທີ 5/9/1962, ຫຼັງຈາກສັນຍາເຊີແນວ ກ່ຽວກັບລາວ ໄດ້ລົງນາມ, ຫວຽດນາມ ແລະ ລາວ ໄດ້ຕົກລົງສ້າງຕັ້ງສາຍພົວພັນການທູດ, ເປີດບົດບາດໃໝ່ໃນພາລະກິດເສີມສ້າງ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຫຼັງຈາກສັນຍາເຊີແນວ, ພວກລ່າເມືອງຂຶ້ນແບບໃໝ່ ຍັງບໍ່ໄດ້ປະລະແຜນການຮຸກຮານ ຫວຽດນາມ ແລະ ລາວ. ສອງປະເທດໄດ້ກໍານົດຢ່າງຈະແຈ້ງວ່າ: ຕ້ອງສາມັກຄີກັນລຸກຂຶ້ນຕໍ່ສູ້ຢ່າງເດັດດ່ຽວຂັບໄລ່ຜູ້ຮຸກຮານ. ຕັ້ງແຕ່ທ້າຍປີ 1965, ຫວຽດນາມ ໄດ້ສົ່ງໜ່ວຍກຳລັງອາສາສະໝັກ ແລະ ຄະນະຜູ້ຊ່ຽວຊານດ້ານການທະຫານ, ການເມືອງ, ເສດຖະກິດ ແລະ ວັດທະນະທໍາ ຈໍານວນໜຶ່ງ ໄປປະຕິບັດໜ້າທີ່ສາກົນຕາມຄວາມຮຽກຮ້ອງຕ້ອງການຂອງການປະຕິວັດລາວ.ໃນຂະນະດຽວກັນ, ຕອບສະໜອງຄວາມຕ້ອງການການຊ່ວຍເຫຼືອໃຫ້ແກ່ສະໜາມຮົບພາກໃຕ້ ຫວຽດນາມ, ລາວ ແລະ ກຳປູເຈຍ.ລາວ ໄດ້ສະໜັບສະໜູນ ຫວຽດນາມ ເປີດເສັ້ນທາງຕາເວັນຕົກສາຍພູຫຼວງ - ໂຄງການອັນຍິ່ງໃຫຍ່, ສັນຍາລັກອັນສູງສົ່ງຂອງສາຍພົວພັນພິເສດ ຫວຽດ - ລາວ.

ວັນທີ 30/4/1975, ພາກໃຕ້ຫວຽດນາມ ໄດ້ປົດປ່ອຍຢ່າງສົມບູນ ແມ່ນເງື່ອນໄຂອັນສະດວກໃຫ້ແກ່ການປະຕິວັດລາວ ຍາດເອົາໄຊຊະນະຢ່າງສົມບູນ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2/12/1975. ໄຊຊະນະອັນຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດອັນສໍາຄັນນັ້ນ, ເປັນສິ່ງພິສູດອັນແຂງແຮງເຖິງມິດຕະພາບສາມັກຄີພິເສດ, ຈົງຮັກພັກດີ, ບໍລິສຸດ ແລະ ຢືນຢັນຄໍາເວົ້າຂອງປະທານ ໂຮ່ຈິມິນ ທີ່ວ່າ: “ການຕໍ່ສູ້ຕ້ານ ຫວຽດນາມ ຈະປະສົບຜົນສໍາເລັດ, ຫຼັງຈາກນັ້ນການຕໍ່ສູ້ຕ້ານຂອງປະຊາຊົນຂະເໝນ ແລະລາວ ຈຶ່ງຈະໄດ້ຮັບໄຊຊະນະແລະ ການຕໍ່ສູ້ຕ້ານ ຂະເໝນ, ລາວ ໄດ້ຮັບໄຊຊະນະ.ຫຼັງຈາກນັ້ນ, ການຕໍ່ສູ້ຕ້ານ ຫວຽດນາມ ຈຶ່ງຈະໄດ້ຮັບໄຊຊະນະຢ່າງສົມບູນ”.

ວັນທີ 02/09/1969, ປະທານ ໂຮ່ຈິມິນ ໄດ້ຈາກໄປ, ເປັນການສູນເສຍອັນໃຫຍ່ຫຼວງທີ່ສຸດ, ເພິ່ນ ໄດ້ປະພິໄນກຳອັນສັກສິດໄວ້ໃຫ້ປະຊາຊົນຫວຽດນາມ. ພິໄນກຳແມ່ນຄໍາສັ່ງສອນສຸດທ້າຍທີ່ເຕັມໄປດ້ວຍຄວາມມຸ່ງໝັ້ນ, ສະແດງອອກເຖິງຄວາມຮັກອັນເລິກເຊິ່ງຂອງເພິ່ນ ຕໍ່ປະເທດຊາດ, ຕໍ່ປະຊາຊົນ; ສະແດງອອກເຖິງຄວາມເຊື່ອໝັ້ນໃນໄຊຊະນະອັນແນ່ນອນໃນພາລະກິດຕໍ່ຕ້ານຈັກກະພັດກູ້ຊາດ. ພິໄນກຳແມ່ນເອກະສານປະຫວັດສາດອັນລໍ້າຄ່າ, ລວມເອົາຄວາມດີເດັ່ນຂອງແນວຄິດ, ຄຸນສົມບັດ ແລະ ຈິດວິນຍານອັນສູງສົ່ງຂອງເພິ່ນ ທີ່ໄດ້ຕໍ່ສູ້ເສຍສະລະຕະຫຼອດຊີວິດເພື່ອປະເທດຊາດ ແລະ ມວນມະນຸດ. ປະຊາຊົນ ແລະ ນັກຮົບທົ່ວປະເທດ ຫວຽດນາມ ຄິດຮອດຄິດເຖິງ ເພິ່ນ ຢ່າງສຸດຊຶ້ງ. ການຈາກໄປຂອງເພິ່ນ ໄດ້ປະໄວ້ຄວາມຮັກອັນນັບບໍ່ຖ້ວນໃຫ້ແກ່ທົ່ວພັກ, ທົ່ວປວງຊົນ ຫວຽດນາມ ແລະ ຄວາມສາມັກຄີຮັກແພງກັບປະຊາຊົນກ້າວໜ້າໃນໂລກ.

ໃນພິທີໄວ້ອາໄລປະທານ ໂຮ່ຈິມິນ ທີ່ຈັດຂຶ້ນໃນວັນທີ 5/9/1969 ທີ່ຊຳເໜືອ, ເຂດປົດປ່ອຍ ລາວ, ເລຂາທິການໃຫຍ່ພັກປະຊາຊົນລາວ ໄດ້ກ່າວວ່າ: “ຕໍ່ກັບການປະຕິວັດລາວ ຂອງພວກເຮົາ, ສະຫາຍ ໂຮ່ຈິມິນ ໄດ້ໃຫ້ຄວາມເອົາໃຈໃສ່ຊີ້ນໍາຢ່າງຕໍ່ເນື່ອງແກ່ຄະນະພັກກອມມູນິດ ອິນດູຈີນ ຢູ່ ລາວ ໃນເມື່ອກ່ອນ, ເຊັ່ນດຽວກັນກັບພັກປະຊາຊົນລາວ ພາຍຫຼັງທີ່ພັກໄດ້ຖືກສ້າງຕັ້ງຂຶ້ນ. ປະທານ ໂຮ່ຈິມິນ ໄດ້ຊ່ວຍເຫຼືອພວກເຮົາໂດຍກົງດ້ວຍແນວຄິດສໍາຄັນກ່ຽວກັບຍຸດທະສາດ, ຍຸດທະວິທີ, ກ່ຽວກັບວິທີການເຄື່ອນໄຫວ. ຍ້ອນແນວນັ້ນ, ໃນສະພາບທີ່ຫຍຸ້ງຍາກລໍາບາກທີ່ສຸດ, ພັກໄດ້ພະຍາຍາມປຸກລະດົມມະຫາຊົນ, ຈັດຕັ້ງ ແລະ ນໍາພາປະຊາຊົນລາວ ລຸກຂຶ້ນເຮັດການປະຕິວັດເດືອນສິງຫາປະສົບຜົນສໍາເລັດຍາດເອົາອໍານາດມາເປັນຂອງຕົນ, ປະກາດເອກະລາດຂອງລາວ ໃນວັນທີ 12/10/1945”.

ສືບທອດມໍລະດົກອັນລໍ້າຄ່າຂອງປະທານ ໂຮ່ຈິມິນ, ເສີມຂະຫຍາຍຈິດໃຈມູນເຊື້ອທີ່ໄດ້ສ້າງຂຶ້ນຈາກຫຼາຍເຊັ່ນຄົນ, ນັບຕັ້ງແຕ່ສອງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ, ສາຍພົວພັນສອງປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ແໜ້ນແຟ້ນ, ຮອບດ້ານຍິ່ງຂຶ້ນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນແກ້ໄຂຜົນຮ້າຍທີ່ຮ້າຍແຮງຂອງສົງຄາມ.ສ້າງສາປະເທດຊາດໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ ດ້ວຍພື້ນຖານເສດຖະກິດ, ວັດທະນະທໍາ, ວິທະຍາສາດທີ່ພັດທະນາ.ຮັກສາຄວາມໝັ້ນຄົງ - ປ້ອງກັນຊາດ.ທໍາລາຍແຜນການປິດລ້ອມ, ບັງຄັບ, ທໍາລາຍຂອງບັນດາກໍາລັງສັດຕູ.ວັນທີ 18/7/1977, ສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ ໄດ້ຖືກລົງນາມ, ເປັນພື້ນຖານທາງດ້ານກົດໝາຍທີ່ສໍາຄັນ, ເປັນຂີດໝາຍບາດກ້າວການພັດທະນາໃໝ່ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ແນໃສ່ຂຸດຄົ້ນທ່າແຮງ, ຈຸດແຂງເພື່ອຮັບປະກັນພາລະກິດການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ສອງພັກ ແລະ ປະຊາຊົນສອງປະເທດໄດ້ພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຍົກສາຍພົວພັນພິເສດ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່, ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມືໃນພາກພື້ນ ແລະ ໃນໂລກ.ຕາມການເວລາ, ສາຍພົວພັນ “ພິເສດ” ຫວຽດນາມ - ລາວ ທີ່ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງ ແລະ ເສີມສ້າງຢ່າງພິຖີພິຖັນ ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ມີປະສິດທິພາບ, ກາຍເປັນແຮງຂັບເຄື່ອນສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໂດຍສະເພາະນັບຕັ້ງແຕ່ສອງປະເທດໄດ້ດໍາເນີນພາລະກິດປ່ຽນແປງໃໝ່ ດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ດ້ວຍມູນເຊື້ອອັນດີງາມຂອງສາຍພົວພັນ “ພິເສດ” ແລະ ພາຍໃຕ້ການນໍາພາຂອງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ສາຍພົວພັນລະຫວ່າງສອງປະເທດນັບມື້ໄດ້ຮັບການເພີ່ມທະວີ, ຂະຫຍາຍຕົວ ແລະ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່. ນັ້ນກໍ່ແມ່ນຜົນສໍາເລັດທີ່ໄດ້ຖືກສັງລວມມາຈາກປະຫວັດສາດ, ຈາກພາລະກິດທີ່ສອງພັກ, ສອງຊາດໄດ້ຮ່ວມແຮງຮ່ວມໃຈ, ຮ່ວມສຸກຮ່ວມທຸກຜ່ານບັນດາໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ລໍາບາກຂອງການຕໍ່ສູ້ເພື່ອເອກະລາດ ແລະ ປົດປ່ອຍປະເທດຊາດ.

ກ້າວເຂົ້າສູ່ໄລຍະໃໝ່, ໃນສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງວ່ອງໄວ ແລະ ສັບສົນ, ມີການປ່ຽນແປງຫຼາຍຢ່າງ, ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງເນື່ອງຈາກຜົນກະທົບຂອງສະພາບການໂລກ ແລະ ພາກພື້ນ, ແຕ່ດ້ວຍມູນເຊື້ອອັນດີງາມຂອງສາຍພົວພັນພິເສດ ແລະ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ, ສາຍພົວພັນລະຫວ່າງສອງປະເທດນັບມື້ໄດ້ຮັບການເພີ່ມທະວີ, ພັດທະນາຢ່າງເລິກເຊິ່ງ ແລະ ແນ່ນອນຈະໄດ້ຮັບໄຊຊະນະອັນຍິ່ງໃຫຍ່ກວ່າເກົ່າ, ເປັນຈິງ ແລະ ມີປະສິດທິພາບສູງກວ່າ, ປະກອບສ່ວນຢ່າງແທ້ຈິງໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມຕະຫຼອດໄປ, ຄົງຢູ່ຄູ່ຟ້າດິນຄືຄຳກອນອັນອະມະຕະຂອງປະທານ ໂຮ່ຈິມິນ ທີ່ວ່າ:

“ຮັກຫອມກັນໝາຍໝັ້ນຫຼາຍສັນພູກໍປີນໄຕ່

ຫຼາຍນໍ້າໃຫຍ່ແລະໂຄກຄ້ອຍຂວາງກັ້ນກໍດຸ່ງໄປ,

ສອງຊາດລາວ- ຫວຽດໄດ້ຝັງຄວາມຮັກຢູ່ໃນໃຈ,

ຮົ່ງຮາທັງແມ່ຂອງບໍ່ເລິກປຸນປານໄດ້”

ປະທານ ໄກສອນ ພົມວິຫານ ກໍໄດ້ຢືນຢັນວ່າ:

ພູອາດຈະເຈື່ອນ ແມ່ນໍ້າອາດຈະບົກແຫ້ງ

ແຕ່ສາຍໃຈ ລາວ-ຫວຽດນາມ

ຈະໝັ້ນຄົງຂະໜົງແກ່ນ ຍິ່ງກວ່າພູຍິ່ງກວ່າແມ່ນໍ້າ.

ປີ 2025 ແມ່ນປີທີ່ຈະມີຫຼາຍເຫດການສໍາຄັນທາງປະຫວັດສາດຂອງສອງພັກ, ສອງປະເທດ ຫວຽດນາມ - ລາວ: ການສະເຫຼີມສະຫຼອງ 95 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, 135 ປີ ວັນເກີດປະທານ ໂຮ່ຈິມິນ, 105 ປີ ວັນເກີດຂອງປະທານ ໄກສອນ ພົມວິຫານ, 50 ປີ ວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ, 80 ປີ ວັນຊາດຫວຽດນາມ, 50 ປີ ວັນຊາດລາວ.ທັງສອງປະເທດກໍາລັງກະກຽມຢ່າງຕັ້ງໜ້າກອງປະຊຸມໃຫຍ່ຂອງແຕ່ລະພັກໃນຕົ້ນປີ 2026. ການສະເຫຼີມສະຫຼອງວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ ແມ່ນໂອກາດທີ່ປະຊາຊົນທົ່ວທຸກພາກຂອງ ຫວຽດນາມ ແລະ ບັນດາເພື່ອນມິດຫ້າທະວີບ ຈັດຕັ້ງສະເຫຼີມສະຫຼອງວັນເກີດຂອງລຸງໂຮ່ ເພື່ອຮ່ວມກັນທົບທວນບົດຮຽນອັນລໍ້າຄ່າ.

ໃນເວລາທີ່ເຕັ່ມໄປດ້ວຍຄວາມຊາບຊື້ງນີ້, ພວກເຮົາຂໍສະແດງຄວາມຮັກແພງ ແລະ ຂອບໃຈຢ່າງສຸດຊຶ້ງຕໍ່ຄຸນງາມຄວາມດີອັນມະຫາສານຂອງປະທານ ໂຮ່ຈິມິນ ຜູ້ນໍາຍິ່ງໃຫຍ່, ຜູ້ນໍາທີ່ສະຫຼາດສ່ອງໃສຂອງພັກ ແລະ ຊາດ, ນັກປາດວັດທະນະທໍາໂລກ, ນັກຮົບທີ່ດີເດັ່ນຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ ດ້ວຍຄວາມປາຖະໜາອັນແຮງກ້າທີ່ຈະທ້ອນໂຮມປະເທດຊາດ. ເພິ່ນໄດ້ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ຮັກແພງ, ບັນດານັກປະຕິວັດຫຼາຍເຊັ່ນຄົນ, ບັນດາວິລະຊົນນັກຮົບທີ່ໄດ້ເສຍສະລະເລືອດເນື້ອເພື່ອພາລະກິດປະຕິວັດຂອງສອງປະເທດ, ເພື່ອໃຫ້ສອງປະເທດ ຫວຽດນາມ ແລະ ລາວ ຂອງພວກເຮົາມີເອກະລາດ, ເສລີພາບ, ເອກະພາບ, ປະຊາຊົນໄດ້ມີຊີວິດຢູ່ໃນຄວາມສະຫງົບສຸກໃນປັດຈຸບັນ.

ຄໍາເຫັນ

ຂ່າວການຮ່ວມມື

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດ ຂອງປີ 2025, ໂດຍລາຍງານການເຕີບໃຫຍ່ທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນທາງບິນໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ຊຶ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມກັບນະຄອນຫຼວງມານີລາຂອງຟີລິບປິນ ຊຶ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງບິນໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນ ໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.
ຄຳມ່ວນ - ນະຄອນພະນົມ ຮ່ວມມືໃນ 8 ບັນຫາສໍາຄັນ

ຄຳມ່ວນ - ນະຄອນພະນົມ ຮ່ວມມືໃນ 8 ບັນຫາສໍາຄັນ

ກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ - ໄທ ຄັ້ງທີ 14 ລະຫວ່າງ ແຂວງຄຳມວນ ສປປ ລາວ ແລະ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ສປປ ລາວ. ຄະນະຜູ້ແທນ ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງແຂວງ, ຝ່າຍຈັງຫວັດນະຄອນພະນົມ ນໍາໂດຍ ທ່ານ ປຣາດຍາ ອຸ່ນເພັດວະຣາກອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດນະຄອນພະນົມ, ມີຕາງໜ້າກົງສູນໃຫຍ່ ສປປ ລາວ ປະຈໍາຂອນແກ່ນ ແລະ ກົງສູນໃຫຍ່ ຣາຊະອານາຈັກໄທ ປະຈໍາສະຫວັນນະເຂດ, ພ້ອມດ້ວຍຜູ້ແທນສອງຝ່າຍເຂົ້າຮ່ວມ.
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ໃນຕອນເຊົ້າຂອງວັນທີ 5 ກັນຍາ ຜ່ານມາ ທີ່ ທໍານຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມຣິກາ ຄົນໃໝ່ ຊຶ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.)
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ໃນຕົ້ນເດືອນກັນຍາ ນີ້ ທີ່ ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ນະຄອນຫຼວງປາຣີ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ແອມມານູຍແອນ ມາຄຣົງ (Emmanuel MACRON) ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.
ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ໃນຕອນເຊົ້າວັນທີ 10 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ການນີ ວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ພ້ອມດ້ວຍຄະນະ.
ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ

ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ

ໃນຕອນເຊົ້າຂອງວັນທີ 9 ກັນຍາ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຜ່ານລະບົບທາງໄກກັບ ສະຫາຍ ເລ ຮວາຍ ຈູງ ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.
ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ກຸ່ມບໍລິສັດແນວພັນພືດຫວຽດນາມ (Vinaseed), ສະມາຊິກຂອງກຸ່ມ PAN ຮ່ວມກັບສູນປູກຜັກໂລກ (WorldVeg) ແລະ ບັນດາຄູ່ຮ່ວມມືໄດ້ຈັດກອງປະຊຸມສຳນາສາກົນກ່ຽວກັບແນວພັນຜັກເຂດຮ້ອນ, ແຜນ ງານເພື່ອກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV” ຂຶ້ນໃນວັນທີ 10 ກັນຍານີ້ ທີ່ ແຂວງອຸດົມໄຊ, ໂດຍການເປັນປະທານ ຂອງ ທ່ານ ຫວຽນ ຈູງຢູງ (Nguyen Trung Dung) ຮອງປະທານກຸ່ມ​ບໍລິສັດ Vinaseed,​ ມີ​ຜູ້ຕາງໜ້າກະຊວງອຸດສາຫະກຳ ​ແລະ ການ​ຄ້າ​, ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໝາກ​ໄມ້ ​ແລະ ຜັກ​ຫວຽດນາມ, ການ​ນຳ​ແຂວງ​ອຸດົມ​ໄຊ, ກຸ່​ມ​ບໍລິສັດ Vinaseed ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ​.
ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ໃນວັນທີ 9 ກັນຍາ ນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, (ກສ) ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Sudesh Maniar ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມພົບປະ ແລະ ອຳລາ ເນື່ອງໃນໂອກາດທີ່ຈະໝົດວາລະປະຈຳການຢູ່ ສປປ ລາວ.
ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ສປປ ລາວ ຮ່ວມກັບກົມຈັດພິມ, ການພິມ ແລະ ຈໍາໜ່າຍ ສສ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມດ້ານວຽກງານການພິມ ແລະ ການຈັດພິມຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ສປປ ລາວ ແລະ ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ, ພະນັກງານວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ