![]() |
ທ່ານເລຂາພັກແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະທີ່ໄດ້ລົງເຮັດວຽກຢູ່ແຂວງໃນຄັ້ງນີ້ ແລະ ໄດ້ລາຍງານສະພາບລວມ ໃນການພັດທະນາພື້ນຖານໂຄງລ່າງ ຂອງແຂວງໂດຍຫຍໍ້ໃຫ້ໄດ້ຮັບຊາບ.
ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານການຊີ້ນຳ-ນຳພາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ພ້ອມທັງໄດ້ລາຍງານຈຸດປະສົງໃນການລົງເຄື່ອນໄຫວເຮັດວຽກຢູ່ແຂວງໃນຄັ້ງນີ້ໃຫ້ສະຫາຍເລຂາພັກແຂວງໄດ້ຮັບຊາບ ຕື່ມອີກ.
ຂ່າວ: ສນຊ

ຄໍາເຫັນ