ປະທານຄະນະກໍາມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ລົງເຄື່ຶອນໄຫວຊູກຍູ້ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ດ່ານສາກົນນໍ້າເງິນ

ວັນທີ 20 ພຶດສະພາຜ່ານມານີ້ ທີ່ຫ້ອງປະຊຸມດ່ານສາກົນນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ສະຫາຍ ພົຕ ວົງສັກ ພັນທະວົງ ຄະນະປະຈໍາສະພາແຫ່ງຊາດ ປະທານຄະນະກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊູກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີຫົວໜ້າຄຸ້ມຄອງດ່ານສາກົນນໍ້າເງິນ, ຫົວໜ້າພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງໃຫ້ການຕ້ອນຮັບ.

ສະຫາຍ ພັທ ຈອນພົນ ມົນວິຈິດ ຫົວໜ້າຄຸ້ມຄອງດ່ານສາກົນນໍ້າເງິນ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາຄະນະຄຸ້ມຄອງດ່ານສາກົນນໍ້າເງິນພວກເຮົາ ໄດ້ຕັ້ງໜ້າສຸມໃສ່ນໍາພາ-ຊີ້ນໍາບັນດາຂະແໜງ ການ ກໍຄື ເຈົ້າໜ້າທີ່ ທີ່ປະຈໍາດ່ານສາກົນນໍ້າເງິນ ເຮັດໜ້າທີ່ກວດກາ ຄົນເຂົ້າ-ອອກເມືອງ ໂດຍຕິດພັນກັບການປ້ອງກັນເວນຍາມດ່ານຕະຫຼອດ 24 ຊົ່ວໂມງ, ພ້ອມທັງກວດກາລາດຕາເວັນຕາມຂອບເຂດຄວາມຮັບຜິດຊອບຢ່າງເປັນປົກກະຕິ ເພື່ອຮັບປະກັນໃຫ້ບໍລິເວນດັ່ງກ່າວ ໃຫ້ມີຄວາມສະຫງົບປອດໄພ 100%. ໃນ 4 ເດືອນຕົ້ນປີ 2025 ຜ່ານມາ ມີຄົນເຂົ້າເມືອງ 44,572 ຄົນ ຍິງ 15,015 ຄົນ, ຄົນອອກເມືອງ 44,067 ຄົນ ຍິງ 15,560 ຄົນ, ມີພາຫານະເຂົ້າເມືອງ 9,267 ຖ້ຽວຄັນ, ພາຫານະອອກເມືອງ 8,983 ຖ້ຽວຄັນ,

ໂອກາດດັ່ງກ່າວ, ສະຫາຍ ພົຕ ວົງສັກ ພັນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການຊີ້ນໍາ-ນໍາພາຂອງຄະນະຄຸ້ມຄອງດ່ານສາກົນນໍ້າເງິນ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຈູບຈ້າວຫ້າວຫັນ ໃຫ້ພ້ອມກັນສຶບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນ ພາຍນອກໃຫ້ແໜ້ນແຟ້ນ ພ້ອມກັນຕິດຕາມກວດກາ ການເຂົ້າ-ອອກໃຫ້ເຂັ້ມງວດ ຖືກຕ້ອງຕາມລະບຽບກົດ ໜາຍເພື່ອແນໃສ່ເຮັດໃຫ້ດ່ານສາກົນນໍ້າເງິນ ມີຄວາມສະຫງົບປອດໄພ 100%

(ຂ່າວ ຖວທ ເມືອງເງິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ  (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ຫວນຄືນກ່ອນນີ້ 76 ປີ ຄືວັນທີ 13 ສິງຫາ 1950 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ທີ່ມີຜູ້ແທນເຂົ້າຮວ່ມທັງໝົດ 105 ທ່ານ. ທີ່ເປັນຕົວແທນຂອງກຳລັງປະກອບອາວຸດທຸກພາກ, ຕົວແທນບັນດາເຜົ່າ, ຊັ້ນຄົນ, ບັນດາອົງການຈັດຕັ້ງສັງຄົມ, ສາສະໜາ ເພດ-ໄວ ຈາກເຂດຕໍ່ຕ້ານ ແລະ ເຂດກວດກາຂອງຂອງສັດຕູໃນທົ່ວປະເທດ ໄດ້ເຫັນດີເປັນເອກະສັນ ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃຫ້ຊື່ວ່າ: “ແນວລາວອິດສະຫຼະ” ປະກອບມີຄະນະກຳມະການແນວລາວອິດສະຫຼະ ຈຳນວນ 15 ທ່ານ ໂດຍແມ່ນ ສະເດັດ ເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ.
ຄວາມຮູ້ສຶກ ຂອງທ່ານ ສົມຫວັງ ພິມມະວົງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຄວາມຮູ້ສຶກ ຂອງທ່ານ ສົມຫວັງ ພິມມະວົງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໃນວັນທີ 8 ສິງຫາ ຜ່ານມາ, ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະແດງຄວາມຮູ້ສຶກວ່າ: ການຈາກໄປຂອງເພິ່ນ ຖືເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ, ສະພາແຫ່ງຊາດ, ປະຊາຊົນລາວທັງຊາດ ກໍຄືຄອບຄົວ ແລະ ຍາດຕິພີ່ນ້ອງຂອງເພິ່ນ.
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2

ໃນລະຫວ່າງວັນທີ 10-11 ສິງຫາ 2026 ນີ້, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2, ຊຶ່ງມີສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການທີ່ຂ້ອງ ແລະ ກົມກອງເຫຼົ່າຮົບເຂົ້າຮ່ວມ.
ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ  ຈາກໄພພິບັດທຳມະຊາດ

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ

ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ.
ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວໄດ້​ນຳ​ເອົາ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກໄປ​ມອບ​ໃຫ້​ປະ​ຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ນ້ຳ​ຖ້ວມຢູ​ເມືອງ​ຍົມ​ມະ​ລາດແຂວງ​ຄຳ​ມ່ວນ.
ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ສະພາບໄພພິບັດນໍ້າຖ້ວມຢູ່ເມືອງຍົມມະລາດແຂວງຄໍາມ່ວນ ພວມຢູ່ໃນສະຖານະການໜ້າເປັນຫ່ວງ ພາຍຫຼັງເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ນໍ້າຍົມ ແລະ ນໍ້າສາຂາຕ່າງໆ ເພີ່ມສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍພື້ນທີ່.
ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ເພີ່ມເຕີມ