![]() |
ໃນໂອກາດດັ່ງກ່າວ ຄະນະໄດ້ລົງກວດກາພື້ນຖານໂຄງລ່າງ ຂອງຫ້ອງການປົກຄອງຕາແສງ ແລະ ໂຄງການກໍ່ສ້າງໂຮງຮຽນມັດທະຍົມຫຼັງໃໝ່ ຂອງເມືອງຫີນບູນ ຊຶ່ງຄາດວ່າຈະສໍາເລັດ ແລະ ເປີດນໍາໃຊ້ໃນສົກຮຽນ 2026-2027 ທີ່ຈະມາເຖິງນີ້.
ພາຍຫຼັງການກວດກາໂຄງການດັ່ງກ່າວ ຄະນະຍັງໄດ້ສືບຕໍ່ລົງພື້ນທີ່ກວດກາ ແລະ ຕິດຕາມ ບັນຫາການຂຸດຄົ້ນແຮ່ກົ່ວ ຂອງປະຊາຊົນຕາມສາຍນໍ້າປະແທນ ຢູ່ເຂດບໍ່ໂພນຕີ້ວ ແລະ ບັນດາບ້ານໃກ້ຄຽງ ເຊິ່ງພື້ນທີ່ດັ່ງກ່າວແມ່ນຢູ່ຕິດກັບເຂດສຳປະທານ ແລະ ທັບຊ້ອນໃນເຂດສໍາປະທານ ຂອງບໍລິສັດ ແອລເຄທີ ມາຍນິ້ງ ຈຳກັດຜູ້ດຽວ, ທັງນີ້ ກໍເພື່ອຈະໄດ້ນໍາໄປຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັບຄະນະນໍາແຂວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຊອກຫາແນວທາງແກ້ໄຂໃຫ້ເໝາະສົມ ແລະ ສອດຄ່ອງຕາມລະບຽບກົດໝາຍ.
ນອກຈາກນັ້ນ ຄະນະຍັງໄດ້ລົງຕິດຕາມການບໍລິຫານວຽກງານ ແລະ ກວດກາພື້ນຖານໂຄງລ່າງ ຢູ່ຫ້ອງການຕາແສງໂພນຕີ້ວ ພ້ອມທັງຢ້ຽມຢາມ ແລະ ຕິດຕາມການດໍາເນີນງານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນມາໂບ້ ຢູ່ເຂດບ້ານໜອງຫອຍ ຈໍານວນ 2 ແຫ່ງ ຄື: ໂຮງງານຫີນອ່ອນມາໂບ້ວິນລຽນ ແລະ ໂຮງງານຫີນອ່ອນມາໂບ້ໂຢບາງ ຄໍາມ່ວນ.
ໃນແຕ່ລະຈຸດທີ່ລົງເຄື່ອນໄຫວ, ຄະນະໄດ້ ຮັບຟັງການລາຍງານ ຈາກບັນດາບໍລິສັດທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນ ສະພາບການຂຸດຄົ້ນ, ປະລິມານທີ່ຂຸດຄົ້ນໄດ້ ແລະ ໂກຕ້າໃນການສົ່ງອອກ ລວມທັງ ບັນຫາ ແລະ ຂໍ້ສະເໜີຕ່າງໆ ທີ່ຕິດພັນກັບການດຳເນີນໂຄງການ.
ຂ່າວ : ມະນີວັນ

ຄໍາເຫັນ