ປະທານປະເທດ ເຂົ້າຮ່ວມ ພິທີ ເປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ປະທານປະເທດ ເຂົ້າຮ່ວມ ພິທີ ເປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ປະທານປະເທດ ເຂົ້າຮ່ວມ ພິທີ ເປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ເປີດຂຶ້ນໃນວັນທີ 9 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ເປີດຂຶ້ນໃນວັນທີ 9 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັສເຕ ພ້ອມດ້ວຍຄູ່ສົມລົດ, ບັນດາລັດຖະມົນຕີ ແລະ ເຈົ້າໜ້າອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ, ລັດຖະມົນຕີຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສຕີມໍແລັສເຕ, ເລຂາທິການໃຫຍ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ປະເທດສະມາຊິກອາຊຽນ ແລະ ຕີມໍແລັສເຕ ແລະ ບັນດາຄະນະຜູ້ແທນສູ່ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອາຊຽນຕະຫຼອດໄລຍະ 57 ປີ ຜ່ານມາ ໂດຍສະເພາະໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການປະກອບສ່ວນອັນສໍາຄັນໃນພາລະກິດ ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ຜົນສໍາເລັດທີ່ກ່າວມານັ້ນ ເປັນການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນຕະຫຼອດດມາ.

ທ່ານ ປະທານປະເທດ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງແກ່ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະການເປັນປະທານອາຊຽນຄັ້ງທີ 3 ໃນປີ 2024 ນີ້ ແລະ ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນນາມປະທານອາຊຽນ ກໍໄດ້ຢ້ຳເຖິງຄວາມສຳຄັນຂອງການເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໄດ້ໃຫ້ກຽດມອບລາງວັນອາຊຽນໃຫ້ແກ່ອົງການຊາວໜຸ່ມອາຊຽນ (ASEAN Youth Organization), ຊຶ່ງເປັນອົງການຊາວໜຸ່ມພາກພື້ນທີ່ມີໜ່ວຍງານຕັ້ງຢູ່ປະເທດອິນໂດເນເຊຍ, ຊື່ງໄດ້ມີຜົນງານໃນການປະກອບສ່ວນສົ່ງເສີມການຮ່ວມມືທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງບັນດາຊາວໜຸ່ມອາຊຽນ ແລະ ເສີມຂະຫຍາຍຄວາມເປັນເອກະລັກຂອງອາຊຽນໃຫ້ແກ່ຊາວໜຸ່ມພາກພື້ນ.

ສປປ ລາວ ເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເປັນເຫດການທີ່ມີຄວາມໝາຍສຳຄັນ ແລະ ໃຫຍ່ທີ່ສຸດໃນປີ 2024, ຊຶ່ງກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 9-11 ຕຸລາ 2024.

ຄໍາເຫັນ

ອາຊຽນ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ (H.E. Mr. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ຊຶ່ງປະກອບມີ:
ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (H.E. Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 4 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.
ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol),
ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ,
ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນກຽດມາຢ້ຽມຢາມສູນຂ່າວສື່ມວນຊົນລາວ,
 ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ຊຶ່
 ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ,
ເພີ່ມເຕີມ