ປະ​ທານ​ປະ​ເທດ ຕິດ​ຕາມ-ຮັບ​ຟັງ​ການ​ລາຍ​ງານ​ສະ​ພາບ​ນ້ຳ​ຖ້ວມ

ປະ​ທານ​ປະ​ເທດ ຕິດ​ຕາມ-ຮັບ​ຟັງ​ການ​ລາຍ​ງານ​ສະ​ພາບ​ນ້ຳ​ຖ້ວມ
ທ່ານ ທອງລຸນ ສີລຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຮັບຟັງການລາຍງານສະພາບການນໍ້າຖ້ວມ

ແລະ ຊີ້ນຳຢູ່ຈຸດຄ້ອຍແລນມານ ເມືອງສັງທອງ, ຈຸດບ້ານດ່ານຄຳ ເມືອງສີໂຄດຕະບອງ, ຈຸດສວນເຈົ້າອານຸວົງ ເມືອງຈັນທະບູລີ, ຈຸດທ່າເຮືອຫຼັກ 4 ເມືອງສີສັດຕະນາກ ໂດຍມີ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ນະຄອນຫຼວງວຽງຈັນ ແລະ ການນໍາຈຳນວນນຶ່ງ ເປັນຜູ້ຕິດຕາມ.

ປະ​ທານ​ປະ​ເທດ ຕດ​ຕາມ-ຮບ​ຟງ​ການ​ລາຍ​ງານ​ສະ​ພາບ​ນຳ​ຖວມ - image 1
 

ໃນໂອກາດນດັ່ງກ່າວ, ທ່ານປະທານປະເທດຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມຈໍານວນໜຶ່ງ.

ປະ​ທານ​ປະ​ເທດ ຕດ​ຕາມ-ຮບ​ຟງ​ການ​ລາຍ​ງານ​ສະ​ພາບ​ນຳ​ຖວມ - image 2
 

ຄໍາເຫັນ

ຂ່າວເດັ່ນ

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນ​ວັນ​ທີ 21 ພຶດ​ສະ​ພາ ນີ້. ຕະຫຼອດໄລຍະ 3 ວັນ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍສູນກາງ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາຕໍ່ການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ.
ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໃນຕອນເຊົ້າຂອງວັນທີ 19 ພຶດສະພານີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູູນ ແລະ ສໍາຮອງ.
ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ

ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ

ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟິລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 7-8 ພຶດສະພາ 2026.
ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປີປິຕຸພູມ ຄົບຮອບ 81 ປີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2026 ທີ່ ນະຄອນຫຼວງມົສກູ ສະຫະພັນ ຣັດເຊຍ.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.
ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ໃນຕອນບ່າຍຂອງວັນທີ 7 ພຶດສະພານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຖິງ ເຊບູ ສ ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນມັກຕັນ-ເຊບູ ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ RexT. Gatchalian ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະຫວັດດີການສັງຄົມ ​ແລະ​ ການພັດທະນາ ແຫ່ງ ສ ຟິລິບປິນ,​ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ຟິລິບປິນ ຈໍານວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າ ຂອງວັນທີ 7 ພຶດສະພາ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງໄປສາທາລະນະລັດ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ຊຶ່ງກອງປະຊຸມຈະດໍາເນີນໃນລະຫວ່າງວັນທີ 7-8 ພຶດສະພາ 2026. ເຂົ້າຮ່ວມສົ່ງທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ
ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ

ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ 5 ປີ 2026-2030 ໃນວັນທີ 6 ພຶດສະພານີ້
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ. ໂດຍສະຫາຍໄດ້ເນັ້ນຫຼາຍບັນຫາສໍາຄັນໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ.
ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ2026

ໃນຕອນແລງ ຂອງວັນທີ 28 ເມສາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2026 ໃຫ້ຮູ້ວ່າ
ເພີ່ມເຕີມ