ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ
ໃນວັນທີ26 ມີນາ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ປະທານປະເທດ ຕອນຮບ ປະທານທະນາຄານ ພດທະນາອາຊ ເຂາຢຽມຂານບ - image 1
 


ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ຂອງ ທ່ານ ມະຊະໂຕະ ຄັນດະ ຊຶ່ງເປັນຄັ້ງທໍາອິດນັບແຕ່ໄດ້ຮັບການແຕ່ງຕັ້ງເປັນປະທານ ADB ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ບົດບາດອັນສໍາຄັນຂອງທ່ານ ມະຊະໂຕະ ຄັນດະ ໃນການຊີ້ນໍາ-ນໍາພາ ADB ໃຫ້ມີບົດບາດສູງຂຶ້ນ ໃນການຊຸກຍູ້ການພັດທະນາພາກພື້ນອາຊີ-ປາຊີຟິກ ກໍຄືບັນດາປະເທດສະມາຊິກຂອງ ADB ລວມທັງ ສປປ ລາວ ຕະຫຼອດໄລຍະຜ່ານມາ. ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ສປປ ລາວ ຍາມໃດກໍຖືວ່າ ADB ເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນຍິ່ງຂອງ ສປປ ລາວ ແລະ ສະແດງຄວາມຊົມເຊີຍທີ່ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງການເປັນຄູ່ຮ່ວມມືຄົບຮອບ 60 ປີ ອັນມີຄວາມໝາຍສໍາຄັນດັ່ງກ່າວ ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ການເປັນຄູ່ຮ່ວມມືທີ່ດີຂອງ ADB ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ລວມທັງໃນໄລຍະທີ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ວິກິດການ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ ກໍຄື ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ. ພ້ອມດຽວກັນນັ້ນ, ທ່ານປະທານປະເທດ ຍັງໄດ້ຍົກໃຫ້ເຫັນ ເປົ້າໝາຍການພັດທະນາທີ່ສໍາຄັນທີ່ເປັນທິດນໍາ ແລະ ແຜນນະໂຍບາຍຍຸດທະສາດໃນການພັດທະນາ ສປປ ລາວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຕໍ່ໜ້າ ທ່າມກາງສະພາບການຂອງໂລກ ກໍາລັງມີການຜັນແປໄປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງ ທ່ານ ມະຊະໂຕະ ຄັນດະ, ADB ຈະສືບຕໍ່ໃຫ້ການສະໜັບສະໜູນ ເປົ້າໝາຍການພັດທະນາຂອງ ສປປ ລາວ ໃນສັງກາດໃໝ່ນີ້ ໃຫ້ສາມາດບັນລຸຜົນສໍາເລັດຕາມຄາດໝາຍ.
ໃນໂອກາດດຽວກັນນີ້, ທ່ານ ມະຊະໂຕະ ຄັນດະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 60 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໃນສັງກາດໃໝ່ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ພູວຽງຄຳ

ຄໍາເຫັນ

ຂ່າວເດັ່ນ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຜ່ານການຕິດຕາມ ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໃນຂົງເຂດວິສາຫະກິດລັດ ເຫັນວ່າມີບາງບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກຳໄລ ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນລວມເປັນເງິນ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂຍັງຄ້າງ 202.56 ຕື້ກີບ.
ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ຮສສ ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກແຮງງານໄປຕ່າງປະເທດ

ຮສສ ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກແຮງງານໄປຕ່າງປະເທດ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ຕິດພັນກັບຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ ຍ້ອນມາຈາກຫຼາຍສາເຫດ. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືຂະແໜງສາທາລະນະສຸກ ຈຶ່ງກຳນົດມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ.
ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ເພີ່ມເຕີມ