ເມື່ອບໍ່ດົນມານີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ ແຂວງຈຳປາສັກ ໂດຍໃຫ້ກຽດຕ້ອນຮັບຂອງທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ມີປະທານສານປະຊາຊົນເຂດ II ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູມີ ເທບໄກສອນ ປະທານສານປະຊາຊົນເຂດ II ໄດ້ລາຍງານວ່າ: ສານປະຊາຊົນເຂດ II ມີພະນັກງານທັງໝົດ 18 ທ່ານ, ມີປະທານ 1 ທ່ານ, ຮອງປະທານ 1 ທ່ານ, ຜູ້ພິພາກສາ 1 ທ່ານ, ຫົວໜ້າຫ້ອງການ 1 ທ່ານ, ຜູ້ຊ່ວຍຜູ້ພິພາກສາ 6 ທ່ານ, ຈ່າສານ 2 ທ່ານ, ວິຊາການ 6 ທ່ານ. ໃນ 9 ເດືອນປີ 2023 ຜ່ານມາ, ມີຄະດີທັງໝົດ 29 ເລື່ອງ, ຄ້າງມາ 8 ເລື່ອງ, ເຂົ້າໃໝ່ 21 ເລື່ອງ, ເປັນຄະດີອາຍາ 8 ເລື່ອງ, ຄະດີແພ່ງ 18 ເລື່ອງ ແລະ ຄະດີຄອບຄົວ 3 ເລື່ອງ; ການແກ້ໄຂຄະດີ ສາມາດແກ້ໄຂໄດ້ 20 ເລື່ອງ, ຄ້າງ 9 ເລື່ອງ, ຄະດີອາຍາແກ້ໄຂແລ້ວ 8 ເລື່ອງ, ຄະດີແພ່ງ 10 ເລື່ອງ, ຄະດີຄອບຄົວ 2 ເລື່ອງ ທຽບໃສ່ແຜນປະຕິບັດໄດ້ 68,963%.
ໂອກາດນີ້, ທ່ານນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໂດຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງລັດ ໃຫ້ບັນດາຖັນແຖວສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ຜ່ານຫຼາຍຮູບຫຼາຍສີ, ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຂອງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ໃຫ້ສາມາດກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ ໄປຄຽງຄູ່ກັບການຍົກສູງຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ແລະ ສ້າງພະນັກງານໃຫ້ມີຄວາມຊໍານານງານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ, ປະຕິບັດຈັນຍາບັນ-ຈັນຍາທໍາໃນອາຊີບຢ່າງເຂັ້ມງວດ, ບໍ່ໃຊ້ສິດ, ອໍານາດແບບອາດຍາສິດເຈົ້ານາຍ ຫຼືນໍາໃຊ້ຊ່ອງວ່າງຂອງກົດໝາຍ ເພື່ອຫາຜົນປະໂຫຍດສ່ວນຕົວໃຫ້ແກ່ກຸ່ມກ້ອນ, ພັກພວກ ຫຼື ໃຫ້ແກ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງ ທີ່ເປັນຕົ້ນເຫດພາໃຫ້ເກີດມີຫາງສຽງຈົ່ມວ່າໃນສັງຄົມຕໍ່ການປະຕິບັດໜ້າທີ່ຂອງສານປະຊາຊົນ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ
ຄໍາເຫັນ