ພາຍຫຼັງທີ່ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ສະເໜີບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີ(2021-2025)ແລະທິດທາງຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 12 ພະຈິກ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈິ້ມ ໃຫ້ບັນດາສະມາຊິກສະພາແຫ່ງ ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຄຳຖາມເຈາະຈິ້ມດັ່ງນີ້:
1.ຜ່ານການຮັບຟັງການລາຍງານຂອງລັດຖະບານ ບັນດາທ່ານຜູ້ແທນ ເຫັນວ່າການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025)ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງແລ້ວ ຫຼື ບໍ່? ໂດຍອີງໃສ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 10/8/2021, ສະບັບເລກທີ 111/ສພຊ, ລົງວັນທີ 21/11/2023, ຖ້າເຫັນວ່າຍັງມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງ ກໍສະເໜີໃຫ້ຜູ້ແທນມີຄໍາເຫັນເພີ່ມຕື່ມໂດຍສະເພາະ ຜ່ານການຕິດຕາມກວດກາ ຂອງຜູ້ແທນຢູ່ເຂດເລືອກຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ;
2.ຕໍ່ກັບຄາດໝາຍ, 5 ວຽກງານຈຸດສຸມ ແລະ ມາດຕະການຂອງວາລະແຫ່ງຊາດ, ບັນດາທ່ານເຫັນວ່າ ສາມາດປະຕິບັດຕາມມະຕິສະພາແຫ່ງຊາດ ແລ້ວຫຼືບໍ? ຜ່ານການຕິດຕາມກວດກາຂອງບັນດາທ່ານຜູ້ແທນ ເຫັນວ່າ ມີຂໍ້ຫຍຸ້ງຍາກ, ຂໍ້ສະດວກແນວໃດ? ສາມາດຖອດຖອນບົດຮຽນໄດ້ຄືແນວໃດ? ສະເໜີບັນດາທ່ານສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນເພີ່ມຕື່ມ;
3.ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າ ຕາມການສະເໜີຂອງລັດຖະບານ ທີ່ໃຫ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X(2026-2030), ສະເໜີບັນດາທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ? ໂດຍສະເພາະການປະຕິບັດບັນດາຄາດໝາຍ ແລະ ວຽກງຈຸດສຸມທີ່ຍັງຄົງຄ້າງ ໃນໄລຍະຜ່ານມາ.(ຂ່າວ:ສຳນານ,ພາບ:ບຸນຕອມ)
ຄໍາເຫັນ