ປະຕິບັດແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ໃຫ້ສໍາເລັດໂດຍໄວ

ປະຕິບັດແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ໃຫ້ສໍາເລັດໂດຍໄວ

ໂດຍ: ວັນໄຊ ຕະວິນຍານ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 478/ນະຄອນຫຼວງວຽງຈັນ, ວັນທີ 21 ມີນາ 2025 ເລື່ອງ: ໃຫ້ປະຕິບັດ ທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງ ວັນທີ 28 ທັນວາ 2023.

 

 

ໃນໄລຍະຜ່ານມາ, ຫຼາຍກະຊວງ, ກົມກອງ ແລະ ທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດໄດ້ຕັ້ງໜ້າຈັດຕັ້ງປະຕິບັດຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ໄດ້ຮັບຜົນດີພໍສົມຄວນ. ແຕ່ຖ້າທຽບໃສ່ ຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ລະດັບຄາດໝາຍແລ້ວ ຍັງມີບາງກະຊວງ, ກົມກອງ ແລະ ທ້ອງຖິ່ນຈໍານວນໜຶ່ງ ຍັງບໍ່ທັນສໍາເລັດ ມີລັກສະນະຊັກຊ້າ. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງອອກແຈ້ງການເລກທີ 478/ນະຄອນຫຼວງວຽງຈັນ, ວັນທີ 21 ມີນາ 2025 ໃຫ້ສືບຕໍ່ເກັບກໍາຂໍ້ມູນສະຖິຕິລົດຂອງລັດ ເຂົ້າໃນລະບົບຄຸ້ມຄອງຂໍ້ມູນຊັບສິນຂອງລັດ ໃຫ້ຄົບຖ້ວນ ໂດຍສະເພາະແມ່ນລົດທີ່ຢູ່ຂັ້ນທ້ອງຖິ່ນ, ບັນດາເມືອງ ທີ່ຍັງບໍ່ໄດ້ຂໍ້ມູນເລກຈັກ, ເລກຖັງບໍ່ຄົບຖ້ວນ ແລະ ໃຫ້ສືບຕໍ່ຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ QR Code ໃຫ້ສໍາເລັດ; ມອບສິດໃຫ້ກະຊວງການເງິນ ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກວດກາການນໍາໃຊ້ລົດຂອງລັດ (ປ້າຍສີຟ້າ) ໃຫ້ນໍາໃຊ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ, ການນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍທາງລັດຖະການ; 2). ກວດກາລົດທີ່ບໍ່ມີ QR Code, ກໍລະນີພົບເຫັນລົດທີ່ບໍ່ມີ QR Code ໃຫ້ເຈົ້າໜ້າທີ່ຢຶດລົດຄັນດັ່ງກ່າວ ແລະ ດໍາເນີນຕາມກົດໝາຍ ແລະ ລະບຽບການ, ກໍລະນີ ແມ່ນພະນັກງານບໍານານນໍາໃຊ້ ເທື່ອທີ 1 ໃຫ້ແນະນໍາຕັກເຕືອນ, ເທື່ອທີ 2 ໃຫ້ປັບໃໝ ແລະ ເທື່ອທີ 3 ໃຫ້ຖອນຄືນລົດຄັນດັ່ງກ່າວ; ລົດບຸກຄົນ ຫຼື ນິຕິບຸກຄົນ ທີ່ໃສ່ທະບຽນປ້າຍລົດລັດບໍລິຫານ (ປ້າຍສີຟ້າ) ຊຶ່ງບໍ່ໄດ້ນໍາໃຊ້ເຂົ້າໃນວຽກງານລວມຂອງລັດ ໃຫ້ຢຶດ ແລະ ດໍາເນີນຕາມກົດໝາຍ ແລະ ລະບຽບການ; ມອບໃຫ້ກະຊວງການເງິນ ແລະ ກະຊວງປ້ອງກັນຄວາມສະຫງົບ ອອກລະບຽບການເປັນອັນລະອຽດໃນການກວດກາ, ພ້ອມທັງກໍານົດເວລາໃນການກວດກາໃຫ້ຊັດເຈນ.

ໃນແຈ້ງການຍັງລະບຸວ່າ: ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດສັນດຸ່ນດ່ຽງການນໍາໃຊ້ລົດຂອງລັດ ຕາມດໍາລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ໃຫ້ສໍາເລັດກ່ອນເດືອນມິຖຸນາ 2025. ຈາກນັ້ນ, ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນໍາການຈັດຕັ້ງປະຕິບັດ, ຖ້າເຫັນວ່າ ພາກສ່ວນໃດທີ່ມີພາຫະນະຫຼາຍເກີນກວ່າທີ່ກໍານົດແມ່ນໃຫ້ຖອນຄືນ ເພື່ອຈັດສັນ, ດຸ່ນດ່ຽງ ໃຫ້ພາກສ່ວນທີ່ຍັງຂາດເຂີນ; ມອບໃຫ້ກະຊວງພາຍໃນຄົ້ນຄວ້າ ແລະ ພິຈາລະນາ ຍ້ອງຍໍບຸກຄົນ, ຄະນະທີ່ຮັບຜິດຊອບໃນການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ຢູ່ຂັ້ນສູນກາງ ຕາມການສະເໜີຂອງກະຊວງການເງິນ; ໃຫ້ກະຊວງການເງິນ ເອົາໃຈໃສ່ໃນການຈັດສັນແຜນງົບປະມານ ໃນການຊື້ລົດການນໍາຂັ້ນສູງ ແລະ ລົດຮັບໃຊ້ວຽກງານບໍລິຫານໃຫ້ໄດ້ຕາມແຜນການ; ກະຊວງການເງິນ ໃນນາມຮັບຜິດຊອບກອງເລຂາ ສ້າງແຜນການດໍາເນີນງານເປັນອັນລະອຽດ, ພ້ອມທັງສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຂຶ້ນແຜນງົບປະມານ ໃນການເຄື່ອນໄຫວວຽກງານຂອງຄະນະຮັບຜິດ ຊອບແຕ່ລະໜ້າວຽກ ໂດຍໃຫ້ມີຈຸດສຸມລະອຽດຄື: ມອບໃຫ້ຄະນະຮັບຜິດຊອບກວດກາຄືນລົດຂອງໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອຢູ່ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດທີ່ໄດ້ເອົາໄປໃສ່ປ້າຍເອກະຊົນ ແລະ ປ້າຍວິສາຫະກິດ ທີ່ເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ; ປະຕິບັດມາດຕະການໃນການຄຸ້ມຄອງ, ປົກປັກຮັກສາລົດຂອງລັດໃຫ້ຖືກຕ້ອງຕາມເຕັກນິກ ໃຫ້ແຕ່ລະພາກສ່ວນກໍານົດບ່ອນຈອດລົດຂອງລັດ ໄວ້ສໍານັກງານຫ້ອງການຂອງຕົນ, ພາຍຫຼັງນໍາໃຊ້ໃນວຽກງານທາງລັດຖະການແລ້ວ, ຫ້າມບຸກຄົນເອົາລົດຂອງລັດເມືອເຮືອນ ຫຼື ໃຊ້ທຽວການ ໂດຍບໍ່ຖືກຕ້ອງ ນອກຈາກລົດປະຈໍາຕໍາແໜ່ງການນໍາລະດັບສູງ; ສ່ວນເມືອງທີ່ຢູ່ຫ່າງໄກສອກຫຼີກ, ທຸລະກັນດານ ມອບໃຫ້ເປັນການຄົ້ນຄວ້າຕົກລົງຂອງ ທ່ານເຈົ້າແຂວງ ເປັນກໍລະນີສະເພາະ ຕາມຄວາມເໝາະສົມ; ພ້ອມທັງໃຫ້ມີມາດຕະການຢ່າງເຂັ້ມງວດຕໍ່ບຸກຄົນທີ່ມີພຶດຕິກໍາຕ້ານການຈັດຕັ້ງ ຫຼື ລະເມີດລະບຽບການນໍາໃຊ້ລົດຂອງລັດ ດ້ວຍການສໍາຫຼວດ, ຕັກເຕືອນ ຫຼື ປົດຊັ້ນ-ຂັ້ນ ຕາມແຕ່ລະກໍລະນີໜັກ ຫຼື ເບົາ; ພ້ອມທັງປັບປຸງເງື່ອນໄຂຂອງພະນັກງານບໍານານ ຜູ້ທີ່ຈະໄດ້ຮັບນະໂຍບາຍ ຕາມຂໍ້ຕົກລົງ ສະບັບເລກທີ 169/ນຍ ທີ່ລະບຸໄວ້ໃນມາດຕາ 4 ຂໍ້ 1 ແມ່ນຜູ້ທີ່ໄດ້ຮັບອຸດໜູນບໍານານ ໃນງວດ III ປີ 2025 ຄືນຫຼັງ ທີ່ໄດ້ນໍາໃຊ້ລົດຂອງລັດຜ່ານມາ. ສໍາລັບການຕີມູນຄ່າການຄິດໄລ່ຄ່າຫຼຸ້ຍຫ້ຽນ ແມ່ນໃຫ້ທຽບຖານເອົາປີ 2024 ຄືກັບຜູ້ທີ່ໄດ້ປະຕິບັດຜ່ານມາແລ້ວ. ບຸກຄົນໃດທີ່ໄດ້ຮັບຂໍ້ຕົກລົງສະສາງແລ້ວໃຫ້ຮີບຮ້ອນຕີລາຄາ ແລະ ໃຫ້ມອບເງິນເຂົ້າງົບປະມານໃຫ້ຄົບຖ້ວນ, ໃນກໍລະນີຜູ້ທີ່ບໍ່ສາມາດຊໍາລະໄດ້ແມ່ນໃຫ້ຖອນລົດຄັນດັ່ງກ່າວຄືນ ເພື່ອຈັດສັນການນໍາໃຊ້ ຄືນໃໝ່.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ