ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ກິດຈະກໍາໃນຄັ້ງນີ້, ຈັດຂຶ້ນ ຍັງເປັນການຊ່ວຍໃຫ້ຜູ້ມາທ່ຽວງານບຸນສາມາດເກັບມ້ຽນຂີ້ເຫຍື້ອຂອງຕົນທີ່ກິນອາຫານ, ເຄື່ອງດື່ມໝົດແລ້ວ ໃຫ້ມີການຈັດການຖິ້ມຂີ້ເຫຍື້ອທີ່ຖືກວິທີ. ພ້ອມນັ້ນ, ເຫັນວ່າກິດຈະກໍານີ້ ສັງຄົມໃຫ້ການຕອບຮັບ, ໃຫ້ການຮ່ວມມືເປັນຢ່າງດີ.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ສະມໍລບີ)
ຄໍາເຫັນ